(ສພຊ) – ວັນທີ 29-31 ກໍລະກົດ 2025 ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປະທານລັດຖະສະພາໂລກ (6WCSP) ຄັ້ງທີ 6 ທີ່ ເຈນິວາ, ປະເທດສະວິດເຊີແລນ, ໂດຍມີຄະນະຜູ້ແທນລະດັບປະທານລັດຖະສະພາ 102 ທ່ານ ແລະ ຮອງປະທານລັດຖະສະພາ 34 ທ່ານ ທີ່ມາຈາກ 115 ປະເທດ ທີ່ເປັນສະມາຊິກ IPU, 6 ປະເທດສະມາຊິກພາຄີ, 14 ປະເທດສັງເກດການ, ຕົວແທນຈາກອົງການສະຫະປະຊາຊາດ, ອົງການລັດຖະສະພາປະຈຳພາກພື້ນຕ່າງໆ ແລະ ບັນດາອົງການຈັດຕັ້ງສາກົນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ຫົວຂໍ້: “ໂລກທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກສັບສົນ: ການຮ່ວມມືລັດຖະສະພາ ແລະ ລະບົບພະຫຸພາຄີ ເພື່ອສັນຕິພາບ, ຄວາມຍຸຕິທຳ ແລະ ຄວາມຈະເລີນຮຸ່ງເຮືອງສຳລັບທຸກຄົນ”; ພ້ອມດຽວກັນນີ້, ຍັງມີກອງປະຊຸມປຶກສາຫາລືພາຍໃຕ້ຫົວຂໍ້ຍ່ອຍຕ່າງໆ ທັງໝົດ 5 ວາລະ ເຊັ່ນ: “ການມີສ່ວນຮ່ວມຂອງແມ່ຍິງ ແລະ ຊາວໜຸ່ມໃນລັດຖະສະພາ ໃນຍຸກທີ່ໂລກຫັນເປັນຫຼາຍຂົ້ວ ແລະ ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ”, “ການປະດິດສ້າງນະວັດຕະກໍາສໍາລັບອະນາຄົດທີ່ສະຫງົບສຸກ”, “ກາລະໂອກາດໃໝ່ໃນການຮ່ວມມືສາກົນ”, “ບົດບາດຂອງລັດຖະສະພາໃນການກຳນົດວຽກງານດິຈິຕອນໃນອະນາຄົດ” ແລະ “ການປົກປ້ອງ-ສົ່ງເສີມສິດທິຂອງບຸກຄົນດ້ອຍໂອກາດ ເພື່ອກ້າວສູ່ການຕ້ານການຈຳແນກໃນທຸກຮູບແບບ”.
ໃນກອງປະຊຸມ, ບັນດາປະທານ, ຮອງປະທານລັດຖະສະພາຈາກປະເທດຕ່າງໆ ໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ ໂດຍສ່ວນໃຫຍ່ແມ່ນຍົກໃຫ້ເຫັນບັນຫາ ແລະ ສະພາບການທາງການເມືອງຂອງພາກພື້ນ ແລະ ໂລກ; ແລກປ່ຽນປະສົບການໃນການປະຕິບັດໜ້າທີ່ຂອງລັດຖະສະພາກ່ຽວກັບວຽກງານພັດທະນາສັງຄົມ, ການປະທະກັນດ້ວຍກຳລັງອາວຸດ, ການແຂ່ງຂັນດ້ານພູມີລັດຖະສາດ, ການປ່ຽນແປງຂອງດິນຟ້າອາກາດ, ສົງຄາມການຄ້າ, ຄວາມບໍ່ສະເໝີພາບທາງເສດຖະກິດ, ວິກິດການດ້ານມະນຸດສະທຳພວມຂົ່ມຂູ່ຢ່າງຮ້າຍແຮງຕໍ່ສັນຕິພາບ ແລະ ການພັດທະນາ. ໃນນັ້ນ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະຜູ້ແທນລາວ ກໍໄດ້ກ່າວປາໄສໃນກອງປະຊຸມໃຫຍ່ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງສະພາບການຂອງໂລກໃນປັດຈຸບັນ ທີ່ເປັນໄພຂົ່ມຂູ່ຢ່າງໜັກໜ່ວງຕໍ່ການຮັກສາສັນຕິພາບ ແລະ ການຢູ່ຮ່ວມກັນຢ່າງສັນຕິຂອງມວນມະນຸດ ພ້ອມທັງຢືນຢັນທັດສະນະຂອງ ສປປລາວ ໃນການຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ທົ່ວໂລກ ເພື່ອແກ້ໄຂ ແລະ ຮັບມືກັບສິ່ງທ້າທາຍຕ່າງໆ ເປັນຕົ້ນ ບັນຫາການປະທະກັນຮຸນແຮງຂອງໂລກ, ໄພພິບັດທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ອື່ນໆ ແລະ ຫວັງວ່າບັນດາປະເທດໃນໂລກຈະພ້ອມກັນປະກອບສ່ວນເຂົ້າໃນການປົກປ້ອງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນທົ່ວໂລກ; ກ່າວສະໜັບສະໜູນຕໍ່ຫົວຂໍ້ຕົ້ນຕໍຂອງກອງປະຊຸມຄັ້ງນີ້ຢ່າງເຕັມສ່ວນ ເຊິ່ງມັນສະທ້ອນໃຫ້ເຫັນຄວາມຫວັງຂອງປະຊາຊົນທຸກຄົນ ເພື່ອໃຫ້ມີສັນຕິພາບ, ການພັດທະນາ ແລະ ອະນາຄົດທີ່ດີກວ່າເກົ່າ, ບັນຫາພື້ນຖານຄວາມໄວ້ວາງໃຈ ແລະ ຄວາມເຄົາລົບເຊິ່ງກັນແລະກັນ. ທ່ານໄດ້ເນັ້ນບັນຫາລັດຖະສະພາມີບົດບາດສຳຄັນໃນການຊຸກຍູ້ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ພາຍໃນປີ 2030 ແລະ ຮັບປະກັນບໍ່ໃຫ້ຜູ້ໃດຖືກປະຖິ້ມໄວ້ຂ້າງຫຼັງ; ສຳລັບ ສປປລາວ ຍັງຄົງຢຶດໝັ້ນໃນການຮ່ວມມືໂດຍສັນຕິ, ການພັດທະນາແບບຍືນຍົງ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ຢູ່ດີກິນດີຂຶ້ນ. ໃນເວທີດັ່ງກ່າວ, ທ່ານຍັງຮຽກຮ້ອງໃຫ້ບັນດາລັດຖະສະພາສະມາຊິກ IPU ເພີ່ມທະວີການຮ່ວມມື ໂດຍຜ່ານບັນດາກົນໄກທີ່ເໝາະສົມທີ່ຊ່ວຍສະໜັບສະໜູນໃຫ້ບັນດາປະເທດພວມພັດທະນາ, ພິເສດແມ່ນຄວາມຕ້ອງການຂອງບັນດາປະເທດດ້ອຍພັດທະນາ ແລະ ສະເໜີມີການແລກປ່ຽນບົດຮຽນທີ່ດີ ເພື່ອໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ແລະ ການຕິດຕາມຊຸກຍູ້ບັນດາແຜນງານ SDGs. ພ້ອມດຽວກັນນີ້, ທ່ານຍັງໄດ້ກ່າວເຖິງ SDGs ສໍາລັບ ສປປລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ (UXO) ທີ່ເປັນບຸລິມະສິດອັນດັບຕົ້ນໆ ເຖິງວ່າບັນຫາດັ່ງກ່າວມີມາເປັນຫຼາຍທົດສະວັດແລ້ວກໍຕາມ, ແຕ່ UXO ຍັງສືບຕໍ່ສ້າງຄວາມທ້າທາຍອັນໜັກໜ່ວງ, ຂົ່ມຂູ່ຊີວິດ ແລະ ຂັດຂວາງການພັດທະນາ ແລະ ການລົບລ້າງຄວາມທຸກຍາກ; ດ້ວຍເຫດນັ້ນ ສປປລາວ ຈຶ່ງໄດ້ຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງທີ 18 ເພື່ອຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ ແລະ ຊີວິດທີ່ຍືນຍົງໃຫ້ແກ່ປະຊາຊົນລາວທຸກຄົນ.
ນອກຈາກນີ້, ຄະນະຜູ້ແທນລາວ ຍັງໄດ້ເຂົ້າຮ່ວມ ແລະ ປະກອບຄຳເຫັນໃນກອງປະຊຸມປຶກສາຫາລືວາລະທີ 1 ພາຍໃຕ້ຫົວຂໍ້: “ການມີສ່ວນຮ່ວມຂອງແມ່ຍິງ ແລະ ຊາວໜຸ່ມໃນລັດຖະສະພາ ໃນຍຸກທີ່ໂລກຫັນເປັນຫຼາຍຂົ້ວ ແລະ ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ” ແລະ ໄດ້ຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ລາຊະນາຈັກກໍາປູເຈຍ, ປະທານສະພາແຫ່ງຊາດອຳນາດປະຊາຊົນ ສ.ກູບາ, ປະທານລັດຖະສະພາສິງກະໂປ, ປະທານສະພາປະຊາຊົນສູງສຸດ ສປປເກົາຫຼີ ແລະ ພົບປະໂອ້ລົມກັບຄະນະຜູ້ແທນຈາກ ລັດເຊຍ, ສປຈີນ, ປະທານໄອພີຢູ, ເລຂາທິການໃຫຍ່ໄອພີຢູ, ປະທານສະພາຜູ້ແທນລາດສະດອນ ມາເລເຊຍ, ປາແລັດສະຕິນ, ຮົງກາລີ, ສີລັງກາ, ເນປານ ແລະ ເມັກຊິກ ພ້ອມເພື່ອນມິດສາກົນຈໍານວນໜຶ່ງທີ່່ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ກອງປະຊຸມປະທານລັດຖະສະພາໂລກ ຄັ້ງທີ 6
