(ສພຊ) – ກອງປະຊຸມປະຈໍາປີ 2025 ຂອງສະຖາບັນຄົ້ນຄວ້ານິຕິກໍາສະພາແແຫ່ງຊາດ (ສນສ) ໄດ້ດໍາເນີນໃນວັນທີ 17-18 ທັນວານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ດຣ. ວິລະພັນ ສິລິທໍາ ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ໂດຍການເຂົ້າຮ່ວມຂອງບັນດາທ່ານຮອງປະທານກຳມາທິການ, ຮອງເລຂາທິການ, ຫົວໜ້າ ແລະ ຮອງຫົວໜ້າກົມ, ສູນ ແລະ ຫ້ອງການ ທີ່ກ່ຽວຂອງພາຍໃນສະພາແຫ່ງຊາດ ພ້ອມດ້ວຍແຂກຖືກເຊີນ.
ຕະຫຼອດວາລະດໍາເນີນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງສະຖາບັນຄົ້ນຄວ້ານິຕິກໍາ ໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການປີ 2026, ບົດຮຽນ ແລະ ພຶດຕິກໍາ ຂອງກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະປາຊົນຂັ້ນແຂວງ, ການຄຸ້ມຄອງ ແລະ ນໍາໃຊ້ເຄືອຂ່າຍພາຍໃນສະພາແຫ່ງຊາດ, ການສະໜອງຂໍ້ມູນເຂົ້າຖານຂໍ້ມູນ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນແຕ່ລະຄັ້ງ, ການຄົ້ນຄວ້າ ແລະ ສະໜອງຂໍ້ມູນຂ່າວສານຜ່ານລະບົບເອເລັກໂຕຣນິກ ໃນກອງປະຊຸມສະໄໝສາມັນແຕ່ລະຄັ້ງ ໃຫ້ແກ່ສະມາຊິກສະພາແຫ່ງຊາດ; ຈາກນັ້ນ, ໄດ້ມີການແລກປ່ຽນບົດຮຽນ, ປະກອບຄໍາຄິດຄໍາຄວາມເຫັນຢ່າງສ້າງ ສັນ ແລະ ກົງໄປກົງມາ ເຮັດໃຫ້ກອງປະຊຸມບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້.
ທ່ານ ດຣ. ວິລະພັນ ສິລິທໍາ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນການສະຫຼຸບຖອດຖອນບົດຮຽນ, ຕີລາຄາຄືນການເຄື່ອນໄຫວປະຕິບັດພາລະບົດບາດຂອງສະຖາບັນຄົ້ນຄວ້ານິຕິກໍາ ໃນການເປັນເສນາທິການໃຫ້ແກ່ຄະນະປະຈໍາສະພາແຫ່ງຊາດ. ຕະຫຼອດໄລຍະ 5 ປີ ໄດ້ເອົາໃຈໃສ່ປະຕິບັດຫຼາຍໜ້າທີ່ວຽກງານປະສົບຜົນສໍາເລັດ ເປັນຕົ້ນການຈັດເຝິກອົບຮົມ, ການຄົ້ນຄວ້າຫົວຂໍ້ວິທະຍາສາດ, ການສະໜອງຂໍ້ມູນຂ່າວສານ ແລະ ການບໍລິການຫ້ອງສະໝຸດຂອງສະພາແຫ່ງຊາດ; ພ້ອມດຽວກັນນີ້, ກໍໄດ້ວາງທິດທາງແຜນການປີ 2026 ເຖິງແມ່ນວ່າກົງຈັກການຈັດຕັ້ງສະຖາບັນຄົ້ນຄວ້ານິຕິກໍາຈະຖືກຍຸບ ແລ້ວໂຮມເຂົ້າກັບກົງຈັກການຈັດຕັ້ງອື່ນຢູ່ພາຍໃນສະພາແຫ່ງຊາດກໍຕາມ ແຕ່ບັນດາກຸ່ມວຽກ, ໜ້າວຽກ ແມ່ນຍັງມີຄືເກົ່າ.
(ນາງ ອານິຕາ ມ່ວນສະຫວັດ)

