ກອງປະຊຸມປະຈໍາປີ 2024 ຂອງ ຄສຊຂ 12

ມ.ກ. 28, 2025

    ວັນທີ 28 ມັງກອນ 2025 ທີ່ສະພາປະຊາຊົນແຂວງຄຳມ່ວນ ໄດ້ເປີດກອງປະຊຸມ ປະຈໍາປີ 2024 ຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ (ຄສຊຂ.12) ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12; ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາທ່ານຄະນະປະຈໍາພັກແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ບັນດາພະແນກການອ້ອມຂ້າງແຂວງ, ອົງການທຽບເທົ່າ ແລະ ແຂກຖືກເຊີນເຂົ້າຮ່ວມ.
  ທ່ານ ບຸນມີ ພິມມະສອນ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມໃນຄັ້ງນີ້ກໍ່ເພື່ອສະຫລຸບຕີລາຄາຄືນໃນການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງ ( ຄສຊຂ.12 ) ໃນການເຄື່ອນໄຫວວຽກງານຕາມ 3 ພາລະບົດບາດຄື: ພາລະບົດບາດດ້ານນິຕິບັນຍັດ, ດ້ານຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ-ຂອງທ້ອງຖິ່ນ ແລະ ດ້ານຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ, ກົດໝາຍ ຂອງບັນດາອົງການລັດ ທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ບັນດາມະຕິ, ນິຕິກຳ ທີ່ສະພາແຫ່ງຊາດຮັບຮອງ, ບັນດາໂຄງການທີ່ສະພາແຫ່ງຊາດອະນຸມັດ ເຄື່ອນໄຫວຈັດຕັ້ງຢູ່ແຂວງໃນໄລຍະຜ່ານມາ.
ກອງປະຊຸມ, ຜູ້ເຂົ້າຮ່ວມ ໄດ້ຮັບຟັງບົດລາຍງານ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງ( ຄສຊຂ.12 ), ແຜນການເຄື່ອນໄຫວວຽກງານ 5ປີ ( 2026-2030); ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃນໄລຍະຜ່ານມາ, ທິດທາງແຜນການຄາດໝາຍສູ້ຊົນ ໃນປີ 2025 ແລະ ແຜນການ 5 ປີ (2026-2030) ພ້ອມນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຢ່າງເລິກເຊິ່ງ, ກັບສະພາບຕົວຈິງໃນການຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນການທີ່ວາງໄວ້.
  ໂອກາດດັ່ງກ່າວ, ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ໄດ້ມີຄໍາເຫັນໂອ້ລົມ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ການເຄື່ອນວຽກງານທີ່ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກທີ 12 ແຂວງຄໍາມ່ວນ ຍາດໄດ້ຜົນງານອັນພົ້ນເດັ່ນມາຫລາຍດ້ານຕະຫລອດໄລຍະ 1 ປີ ທີ່ຜ່ານມາ; ພ້ອມນັ້ນ ທ່ານ ໄດ້ຮຽກຮ້ອງມາຍັງ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ອົງການປົກຄອງແຂວງ, ອົງການຈັດຕັ້ງທຽບເທົ່າ, ສະມາຊິກສະພາປະຊາຊົນຂັ້ນແຂວງສືບຕໍ່ເອົາໃຈໃສ່ຄົ້ນຄວ້າ, ກຳແໜ້ນບັນດາເນື້ອໃນ, ທີ່ຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ຮັບຮູ້ເຂົ້າໃຈ ເປັນຕົ້ນ: ກຳແໜ້ນເນື້ອໃນຂອງ ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ບັນດາມະຕິຂອງສະພາແຫ່ງຊາດ, ມະຕິຂອງຄະນະປະຈໍາສະພາແຫ່ງຊາດ, ມະຕິຂອງສະພາປະຊາຊົນຂັ້ນແຂວງ ແລະ ມະຕິຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານການເມືອງຂອງຕົນໃຫ້ໜັກແໜ້ນ.
ໂດຍ: ເອື້ອ ມະໂນສິງ