ກອງປະຊຸມປະຈໍາປີ 2023 ຂອງຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ.

ມ.ກ. 22, 2024

ວັນທີ 22 ມັງກອນ 2024 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ໄດ້ເປີດກອງປະຊຸມ ປະຈໍາປີ 2023 ຂອງ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12; ທ່ານ ວັນໄຊ ພອງສະຫັວນ ເຈົ້າແຂວງຄໍາມ່ວນ, ມີບັນດາທ່ານຄະນະປະຈໍາພັກແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ, ບັນດາພະແນກການອ້ອມຂ້າງແຂວງ, ອົງການທຽບເທົ່າ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ, ທ່ານ ບຸນມີ ພິມມະສອນ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມໃນຄັ້ງນີ້ກໍ່ເພື່ອສະຫລຸບຕີລາຄາຄືນໃນການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຂອງຄະນະສະມາຊິກສະແຫ່ງຊາດປະຈໍາເຂດເລືອກຕັ້ງໃນການຈັດຕັ້ງປະຕິວຽກງານຕາມ 3 ພາລະບົດບາດຕົ້ນຕໍຄື: ພາລະບົດບາດຮັບຮອງເອົາ ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ, ຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ, ທ້ອງຖິ່ນ ແລະ  ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ, ກົດໝາຍ ຂອງບັນດາອົງການລັດ ທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ບັນດາມະຕິ, ນິຕິກຳ ທີ່ສະພາແຫ່ງຊາດຮັບຮອງ, ບັນດາໂຄງການທີ່ສະພາແຫ່ງຊາດອະນຸມັດ ເຄື່ອນໄຫວຈັດຕັ້ງຢູ່ແຂວງໃນໄລຍະຜ່ານມາ, ພ້ອມນັ້ນຍັງໄດ້ຮັບຟັງການຜ່ານຮ່າງມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກທີ 12 ແຂວງຄໍາມ່ວນ, ຜູ້ເຂົ້າຮ່ວມກອງປະຊຸມຍັງພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນໃສ່ຮ່າງມະຕິ ແລະ ພິຈາລະນາຢ່າງເລິກເຊິ່ງ, ກັບສະພາບຕົວຈິງໃນການຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນການທີ່ວາງໄວ້ ແລະ ຈາກນັ້ນຄະນະສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນໄດ້ລົງຄະແນນສຽງຮັບຮອງເອົາຮ່າງມະຕິດ້ວຍຄວາມເປັນເອກະພາບສູງ.

ຕອນທ້າຍຂອງກອງປະຊຸມ, ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ໄດ້ມີຄໍາເຫັນໂອ້ລົມ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ການເຄື່ອນວຽກງານທີ່ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກທີ 12 ແຂວງຄໍາມ່ວນ ຍາດໄດ້ຜົນງານອັນພົ້ນເດັ່ນມາຫຼາຍດ້ານຕະຫຼອດໄລຍະ 1 ປີ ທີ່ຜ່ານມາໃນການເປັນອົງການຕົວແທນແຫ່ງສິດ ແລະ ຜົນໂຫຍດຂອງປະຊາຊົນບັນດາເຜົ່າ ກໍ່ຄືພາຍໃນແຂວງຄໍາມ່ວນ; ພ້ອມນັ້ນ ທ່ານ ໄດ້ຮຽກຮ້ອງມາຍັງ  ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ຄະນະປະຈໍາສະພາປະຊາຊົນແຂວງ, ອົງການປົກຄອງແຂວງ, ອົງການຈັດຕັ້ງທຽບເທົ່າ, ສະມາຊິກສະພາປະຊາຊົນແຂວງສືບຕໍ່ເອົາໃຈໃສ່ຄົ້ນຄວ້າ, ກຳແໜ້ນບັນດາເນື້ອໃນ, ທີ່ຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ຮັບຮູ້ເຂົ້າໃຈ ເປັນຕົ້ນ: ກຳແໜ້ນເນື້ອໃນຂອງ ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ບັນດາມະຕິຂອງສະພາແຫ່ງຊາດ, ມະຕິຂອງຄະນະປະຈໍາສະພາແຫ່ງຊາດ, ມະຕິຂອງສະພາປະຊາຊົນຂັ້ນແຂວງ ແລະ ມະຕິຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານການເມືອງຂອງຕົນໃຫ້ໜັກແໜ້ນເປັນປຶກແຜນດີຂຶ້ນເລື້ອຍໆ.

( ໂດຍ: ເອື້ອ ມະໂນສິງ )