ກອງປະຊຸມປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ

ກ.ຍ. 13, 2023

 

ໃນຕອນເຊົ້າຂອງວັນທີ 12 ກັນຍາ 2023 ພາປະຊາຊົນແຂວງ ໄດ້ຈັດກອງປະຊຸມປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ປະທານຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ ບັນດາທ່ານເຂົ້າຮ່ວມມີ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງປະຈໍາການ, ຮອງເຈົ້າແຂວງ-ແຂວງວຽງຈັນ, ບັນດາຫົວໜ້າພະແນກ-ຮອງພະແນກການ ແລະ ພະນັກງານຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງ ບົດລາຍງານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຈຸດປະສົງຂອງກອງປະຊຸມແມ່ນເພື່ອເປັນການສະຫຼຸບຕີລາຄາຄືນກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຄະນະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ໃນໄລຍະໜື່ງປີຜ່ານມາທີ່ສະແດງໃຫ້ເຫັນດ້ານດີຜົນສໍາເລັດ, ດ້ານອ່ອນຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານທີ່ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ ພ້ອມດຽວກັນນັ້ນ ກອງປະຊຸມຍັງໄດ້ມີການຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງບົດດັ່ງກ່າວ ຢ່າງກົງໄປກົງມາ ແລະ ມີຈຸດສຸມ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນສົມບູນ ແລະ ສອດຄ່ອງກັບການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ.

ໃນຕອນທ້າຍຂອງກອງປະຊຸມ  ປະທານກອງປະຊຸມຍັງໄດ້ຮຽກຮອງໃຫ້ສະມາຊິກສະພາແຫ່ງຊາດເອົາໃຈໃສ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນໃນການເຄື່ອນໄຫວ, ຕິດຕາມກວດກາ ແລະ ເກັບກໍາຂໍ້ມູນສະພາບການຫ່າງສຽງສັງຄົມ ເພື່ອຮັບປະກັນໃຫ້ມະຕິກອງປະຊຸມໃນຄັ້ງນີ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດຕາມຄາດໜາຍທີວ່າງໄວ້.