ເພື່ອສະຫຼຸບຕີລາຄາການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕະຫຼອດໄລຍະ 1 ປີຜ່ານມາ ແລະ ກໍານົດທິດທາງແຜນການເຄື່ອນໄຫວປະຈຳປີ 2025 ພ້ອມທັງຍົກໃຫ້ເຫັນດ້ານຜົນສໍາເລັດ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນຖອດຖອນໄດ້ ແນໃສ່ເຮັດໃຫ້ເປັນການປັບປຸງແກ້ໄຂວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງ ໃຫ້ນັບມື້ດີຂຶ້ນກວ່າເກົ່າ; ກອງປະຊຸມປະຈໍາປີ 2024 ຂອງຄະນະເລຂາທິການສະພາປະຊາຊົນແຂວງ, ໄດ້ຈັດຂື້ນ ໃນວັນທີ 14 ກຸມພາ 2025. ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ນາງ ແສງອາລຸນ ວົງສາທິການ ເລຂາທິການສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີບັນດາທ່ານ ຄະນະປະຈຳ, ຄະນະກຳມະການ, ຄະນະເລຂາທິການ, ສະມາຊິກສະພາປະຊາຊົນແຂວງ, ຕາງໜ້າຫ້ອງວ່າການປົກຄອງແຂວງ ແລະ ຫົວໜ້າ-ຮອງຂະແໜງ, ພະນັກງານ-ວີຊາການ ພາຍໃນ ສະພາປະຊາຊົນແຂວງ ເຂົ້າຮ່ວມ.
ທ່ານ ນາງ ໂສພະນາ ວົງຊາລະຊິດ ຮອງເລຂາທິການສະພາປະຊາຊົນແຂວງ ໄດ້ຂື້ນຜ່ານບົດລາຍງານ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງຄະນະເລຂາທິການສະພາປະຊາຊົນແຂວງ, ໃນນາມກົງຈັກການຈັດຕັ້ງທີ່ມີພາລະບົບບາດເປັນເສນາທິການໃຫ້ ສະພາປະຊາຊົນແຂວງ ແລະ ຄະນະປະຈໍາສະພາປະຊາຊົນແຂວງ ໃນການຄົ້ນຄ້ວາ-ສັງລວມເນື້ອໃນວຽກງານຮອບດ້ານ, ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວ ຂອງສະພາປະຊາຊົນແຂວງ, ຄະນະປະຈໍາ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ເຊິ່ງສາມາດຈັດຕັ້ງປະຕິບັດວຽກງານມີຜົນສຳເລັດເປັນຢ່າງດີ ສະແດງອອກໃນການເປັນເສນາທິການການກະກຽມວຽກງານຮອບດ້ານ ເປັນຕົ້ນ: ວຽກງານຄົ້ນຄວ້າສັງລວມດ້ານເນື້ອໃນ ໃນການຮັບໃຊ້ກອງປະຊຸມສະໄໝສາມັນຂອງສະພາປະຊາຊົນແຂວງ, ວຽກຄະນະປະຈໍາສະພາປະຊາຊົນແຂວງ, ວຽກສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ17, ການຄຸ້ມຄອງວຽກງານຂໍ້ມູນຂ່າວສານ ແລະ ໄອທີ, ວຽກງານຫ້ອງສະໝຸດ, ການຄຸ້ມຄອງວຽກງານຈັດຕັ້ງ-ກວດກາ, ການຄຸ້ມຄອງວຽກງານບໍລິຫານ-ການເງິນ ແລະ ວຽກງານການຕ່າງປະເທດ, ຄຽງຄູ່ກັບຜົນສໍາເລັດໃນ 1 ປີຜ່ານມາ, ກໍຍັງພົບກັບຄວາມຫຍຸ້ງຍາກສິ່ງທ້າ ທ້າຍຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຊຸມປີຕໍ່ໜ້າ ເປັນຕົ້ນ: ການສືກສາອົບຮົມການເມືອງ-ແນວຄິດບໍ່ທັນຕິດພັນກັບການແກ້ໄຂບັນຫາຕົວຈິງ, ການປະສານວຽກງານຈໍານວນໜຶ່ງຍັງບໍ່ທັນໂລ່ງລ່ຽນ, ການເຮັດໜ້າທີ່ເປັນເສນາທິການໃຫ້ແກ່ການຄົ້ນຄວ້າເນື້ອໃນຍັງບໍ່ທັນໄດ້ດີ, ການສະໜອງອຸປະກອນຮັບໃຊ້ວຽກງານຕ່າງໆ ຍັງບໍ່ທັນຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການເທົ່າທີ່ຄວນ.
ຈາກນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ສຸມໃສ່ຄົ້ນຄວ້າ, ຕີລາຄາ, ແລກປ່ຽນບົດຮຽນ ແລະ ປະກອບຄໍາເຫັນໃສ່ບັນດາເນື້ອໃນທີ່ໄດ້ນໍາເຂົ້າມາປຶກສາຫາລື ເພື່ອຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ສາເຫດ ແລະ ສະເໜີວິທີການແກ້ໄຂຢ່າງກົງໄປກົງມາ ເຊິ່ງຈະເປັນຂໍ້ມູນນໍາໄປປັບປຸງ, ແກ້ໄຂວຽກງານໃນຕໍ່ໜ້າ.
ຕອນທ້າຍ ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ມີຄຳເຫັນໂອ້ລົມວ່າ: ກ່ອນອື່ນສະແດງຄວາມຍ້ອງຍໍຊົມເຊີຍ ຄະນະເລຂາທິການ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານ ໃນໄລຍະຜ່ານມາ ເຖິງແມ່ນວ່າຈະພົບກັບຄວາມຫຍຸ້ງຍາກສິ່ງທ້າທາຍຈຳນວນໜຶ່ງ ກໍ່ສາມາດຍາດໄດ້ຜົນສຳເລັດໃນຫຼາຍໆດ້ານ ຄຽງຄູ່ກັບຜົນສໍາເລັດຍັງຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ເພີ່ມທະວີໃຫ້ທັນກັບການປ່ຽນແປ່ງໃນໄລຍະໄຫມ່, ບໍາລຸງຍົກລະດັບສ້າງ ແລະ ສຶກສາອົບຮົມນໍາພາການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງສະພາປະຊາຊົນແຂວງໃຫ້ຕໍ່ເນື່ອງ, ທົ່ວເຖິງ ແລະ ທັນການ; ປັບປຸງກົງຈັກການຈັດຕັ້ງ, ກົນໄກ, ແບບແຜນວິທີເຮັດວຽກ, ສົ່ງເສີມຄວາມເປັນເຈົ້າການ ແລະ ມີຫົວຄິດປະດິດສ້າງ, ປັບປຸງ ແລະ ຍົກລະດັບການເປັນເສນາທິການ ຂອງຄະນະເລຂາທິການສະພາປະຊາຊົນແຂວງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກົດໝາຍໄດ້ກຳນົດໄວ້ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ການເມືອງຂອງຄະນະເລຂາທິການສະພາປະຊາຊົນແຂວງມີປະສິດທິພາບດີຂຶ້ນກວ່າເກົ່າ.
(ວິນັດ ສີສຸລາດ)