(ສພຊ) – ວັນທີ 3-5 ກັນຍາຜ່ານມາ, ທ່ານ ປອ. ກໍລະກັນ ພົມມະວົງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ, ກຳມະການປະຈໍາກຳມາທິການວັດທະນະທຳ-ສັງຄົມ ທັງເປັນຄະນະບໍລິຫານງານຂອງອົງການລັດຖະສະພາອາຊີ ກ່ຽວກັບປະຊາກອນ ແລະ ການພັດທະນາ (AFPPD) ແລະ ຄະນະ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີ 2025 ຂອງອົງການ AFPPD ທີ່ນະຄອນຫຼວງມະນິລາ, ປະເທດຟີລິບປິນ. ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນພາຍໃຕ້ການເປັນປະທານຂອງທ່ານ ນາງ ໂຢໂກະ ຄາມິກາວາ ປະທານອົງການ AFPPD ໂດຍການເຂົ້າຮ່ວມ ແລະ ກ່າວຕ້ອນຮັບຂອງທ່ານ ຊີໂລ ຄຣີເຊວ ລາກແມນ ສະມາຊິກລັດຖະສະພາຟີລິບປິນ ທັງເປັນຄະນະບໍລິຫານງານຄະນະກຳມະການນິຕິບັນຍັດຟີລິບປິນ ກ່ຽວກັບປະຊາກອນ ແລະ ການພັດທະນາ (PLCPD) ແລະ ອົງການ AFPPD; ພ້ອມກັນນີ້ ຍັງໄດ້ຮັບຟັງຄໍາເຫັນຈາກທ່ານຜູ້ອໍານວຍການອົງການ UNFPA ປະຈໍາພາກພື້ນອາຊີ-ປາຊີຟິກ, ຜູ້ຈັດການອົງການ FP2030 ປະຈໍາພາກພື້ນອາຊີ-ປາຊີຟິກ, ຜູ້ຕາງໜ້າສຽງສ່ວນໜ້ອຍຂອງສະພາຜູ້ແທນປະຊາຊົນຟີລິບປິນ ແລະ ສະມາຊິກລັດຖະສະພາຟີລິບປິນ ທັງເປັນປະທານອົງການ PLCPD.

ກອງປະຊຸມຄັ້ງນີ້ ປະກອບມີ 6 ວາລະ ທີ່ໄດ້ນຳສະເໜີບັນດາເນື້ອໃນ ແລະ ແລກປ່ຽນບົດຮຽນທີ່ສໍາຄັນດັ່ງນີ້: (ວາລະທີ 1) ການຢຸດຕິອຸປະສັກໃນການສົ່ງເສີມການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ເຊິ່ງມີການນຳສະເໜີ 4 ບົດຮຽນຄື: 1. ບຸກທະລຸບັນດາສິ່ງກີດຂວາງ, ການປ່ຽນແປງບັນດາມາດຕະການສັງຄົມໂດຍຜ່ານກົດໝາຍ; 2. ຜົນກະທົບຂອງເຕັກໂນໂລຊີ ແລະ ສື່ສັງຄົມອອນລາຍ ຕໍ່ກັບແມ່ຍິງ ແລະ ເດັກຍິງ (ກໍລະນີສຶກສາຂອງປະເທດນູແວນເຊລັງ); 3. ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ໂດຍຜ່ານຄວາມອິດສະຫຼະດ້ານການຈະເລີນພັນ; 4. ແມ່ຍິງ, ສັນຕິພາບ ແລະ ຄວາມປອດໄພ. (ວາລະທີ 2) ການເອົາໄວໜຸ່ມເປັນໃຈກາງ: ນະໂຍບາຍເພື່ອອະນາຄົດທີ່ຍືນຍົງ ໃນວາລະດັ່ງກ່າວນີ້, ທ່ານ ປອ. ກໍລະກັນ ພົມມະວົງ ໄດ້ເປັນປະທານກອງປະຊຸມ ເຊິ່ງໄດ້ຮັບຟັງການນຳສະເໜີ 4 ບົດຮຽນຄື: 1. ການເພີ່ມຜົນຕອບແທນທາງດ້ານປະຊາກອນໃຫ້ສູງສຸດ: ການກຽມກຳລັງແຮງງານໃຫ້ພ້ອມສຳລັບອະນາຄົດ (ກໍລະນີສຶກສາຂອງປະເທດກຳປູເຈຍ); 2. ການສົ່ງເສີມການນໍາໃຊ້ສື່ດິຈິຕອນ ແລະ ນະໂຍບາຍສໍາລັບການສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ (ກໍລະນີສຶກສາຂອງປະເທດອິນເດຍ); 3. ບົດບາດຂອງໄວໜຸ່ມໃນການສົ່ງເສີມວຽກງານເພື່ອບັນລຸເປົ້າໝາຍການພັດທະນາແບບນຍືນຍົງ (SDGs); 4. ການຈັດຕັ້ງປະຕິບັດນະໂຍບາຍເພື່ອສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມ (ກໍລະນີສຶກສາຂອງປະເທດອຸດສະເບກິດສະຖານ). (ວາລະທີ 3) ການສົ່ງເສີມຜູ້ອາຍຸສູງ ໃຫ້ມີສຸຂະພາບດີ ແລະ ແຂງແຮງ ໃນພາກພື້ນອາຊີ-ປາຊີຟິກ ເຊິ່ງມີ 3 ບົດນຳສະເໜີຄື: 1. ການປະຕິບັດງານທີ່ດີທີ່ສຸດໃນການສົ່ງເສີມຜູ້ອາຍຸສູງຢ່າງຫ້າວຫັນໃນທົ່ວພາກພື້ນປາຊີຟິກ (ກໍລະນີສຶກສາຂອງປະເທດອົດສະຕຣາລີ; 2. ການແກ້ໄຂບັນຫາສຸຂະພາບຈິດ ແລະ ຄວາມໂດດດ່ຽວທາງດ້ານສັງຄົມ ໃນບັນດາປະຊາກອນຜູ້ອາຍຸສູງ; 3. ນະໂຍບາຍຂອງເກົາຫຼີເພື່ອສັງຄົມຜູ້ອາຍຸສູງ ທີ່ມີສຸຂະພາບດີ ແລະ ແຂງແຮງ (ກໍລະນີສຶກສາຂອງສາທາລະນະລັດເກົາຫຼີ). (ວາລະທີ 4) ເຄືອຂ່າຍສະມາຊິກລັດຖະສະພາເພື່ອປຶກສາຫາລືກ່ຽວກັບການພັດທະນາແບບຍືນຍົງ ວາລະ 2030 ເຊິ່ງມີ 3 ບົດນຳສະເໜີຄື: 1. ວຽກງານຂອງສູນລັດຖະສະພາອາຊີ (PCAsia); 2. ການເຄື່ອນໄຫວວຽກງານຂອງສະມາຊິກລັດຖະສະພາອາຣັບ ກ່ຽວກັບປະຊາກອນ ແລະ ການພັດທະນາ (FAPPD); 3. ການເຄື່ອນໄຫວວຽກງານຂອງສະມາຊິກລັດຖະສະພາອາຟຣິກາ ກ່ຽວກັບປະຊາກອນ ແລະ ການພັດທະນາ (APFPD/FPA). (ວາລະທີ 5) ການປ່ຽນແປງຂອງດິນຟ້າອາກາດ ແລະ ຜົນກະທົບໃນການຈັດຕັ້ງປະຕິບັດວາລະ 2030 ເຊິ່ງມີ 3 ບົດນຳສະເໜີຄື: 1. ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ການຈັດຕັ້ງປະຕິບັດ SDGs (ກໍລະນີສຶກສາຂອງປະເທດ ຕີມໍ ແລັດສະເຕ); 2. ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ກັບໄວໜຸ່ມມານດິວ (ກໍລະນີສຶກສາຂອງປະເທດມານດິວ); 3. ແນວທາງໃນການຈັດຕັ້ງປະຕິບັດດ້ານຄວາມຍຸຕິທຳດ້ານສະພາບອາກາດ (ກໍລະນີສຶກສາຂອງປະເທດຟີລິບປິນ). (ວາລະທີ 6) ລາຍການສົນທະນາ: ຢຶດໝັ້ນພັນທະສັນຍາທົ່ວໂລກ – ຄວາມຄືບໜ້າໃນການຊຸກຍູ້ແຜນງານ ICPD ແລະ SDGs.
ນອກຈາກນີ້, ຍັງມີກອງປະຊຸມຄະນະບໍລິຫານງານອົງການ AFPPD ເພື່ອພິຈາລະນາບັນຫາຈໍານວນໜຶ່ງ; ກອງປະຊຸມກອງເລຂາອົງການ AFPPD ຮ່ວມກັບກອງເລຂາຂອງບັນດາປະເທດສະມາຊິກ; ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງອົງການ AFPPD ກັບ 3 ອົງການ ເພື່ອຮ່ວມງານກັນໃນຕໍ່ໜ້າ ຄື: ອົງການ Pathfinder, FP2030 ແລະ PCAsia; ວາລະຄໍາໝາຍໝັ້ນໃນການລົງມືຈັດຕັ້ງປະຕິບັດ. ທ່ານ ນາງ ໂທໂມໂກະ ຟູກຸດະ ຜູ້ອໍານວຍການປະຈຳພາກພື້ນອາຊີຕາເວັນອອກ, ອາຊີຕາເວັນອອກສ່ຽງໃຕ້ ແລະ ໂອເຊອານີ ໄດ້ກ່າວປິດກອງປະຊຸມ (ອອນລາຍ).
ໃນວັນສຸດທ້າຍ, ຄະນະຜູ້ແທນກອງປະຊຸມ ໄດ້ໄປທັດສະນະສຶກສາຢູ່ຫ້ອງການ Meta ໃນເຂດພັດທະນາແຫ່ງໃໝ່ຂອງປະເທດຟີລິບປິນ ເພື່ອຮັບຟັງກ່ຽວກັບຜົນກະທົບທາງໄຊເບີ ແລະ ສື່ສັງຄົມອອນລາຍ ຕໍ່ປະຊາກອນ ໂດຍສະເພາະແມ່ນໄວໜຸ່ມ, ເຍົາວະຊົນ.