ກອງປະຊຸມປະຈຳເດືອນມັງກອນ 2022 ແລະ ແຜນການເດືອນກຸມພາ 2022 ຂອງ ກວສຊ

ມ.ກ. 30, 2022 | ຂ່າວກອງປະຊຸມ

 ສພຊ) ວັນທີ 28 ມັງກອນ 2022, ທສະພາແຫ່ງຊາດ, ກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສ) ໄດ້ຈັດກອງປະຊຸມສ່ອງແສງລາຍງານປະຈຳເດືອນມັງກອນ 2022 ແລະ ກຳນົດທິດທາງແຜນການເຄື່ອນໄຫວ ໃນເດືອນກຸມພາ 2022 ຂອກວສຊ; ໂດຍການເປັນປະທານຂອງທ່ານ ສຸບັນ ສະວະບຸດ ປະທານ ກວສຊ; ເຂົ້າຮ່ວມມີທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ທັງເປັນຜູ້ຊີ້ນຳ ກວສ; ມີຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານ-ລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳເດືອນມັງກອນ 2022 ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນເດືອນກຸມພາ 2022 ຂອງກຳມາທິກາ; ການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີຂອງບັນດາກົພາຍໃນກຳມາທິກາ ຕິດພັນກັບການເຄື່ອນໄຫວວຽກງານຕົວຈິງ;ພ້ອມນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດ ແລະ ປະສົບການຜ່ານມາ ເຂົ້າໃນການປະກອບຄໍາຄິດຄໍາເຫັນ ແລະ ແລກປ່ຽນບົດຮຽນຢ່າງກົງໄປກົງມາ, ມີລັກສະນະສ້າງສັນ ພ້ອມກັນຊອກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນທີ່ຄົງຄ້າງ ແລະ ສະເໜີວິທີແກ້ໄຂໃນຕໍ່ໜ້າ  ເພື່ອພ້ອມກັນນຳເອົາບົດຮຽນທີ່ເປັນປະໂຫຍດໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງກໍາມາທິການ ໃຫ້ມີຄວາມຮັດກຸມ, ສອດຄ່ອງ ກັບສະພາບຄວາມເປັນຈິງ, ຖືກຕ້ອງຕາມແນວທາງ, ນະໂຍບາຍ, ລັດຖະທຳມະນູນ ແລະ ກົດໝາຍ.

ໃນໂອກາດດັ່ງກ່າວ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມເຫັນດີເປັນເອກະພາບຕໍ່ບົດສະຫຼຸບຕີລາຄາ ແລະ ທິດທາງໃນຕໍ່ໜ້າຂອງກຳມາທິການ ໃນການຈັດຕັ້ງປະຕິບັດວຽກງານທີ່ກ່ຽວຂ້ອງໃຫ້ປະສົບຜົນສຳເລັດ, ການປະສານສົມທົບກັນ, ຍົກສູງບົດບາດໃນການຊຸກຍູ້ຕິດຕາມກວດກາແຕ່ຫົວທີ, ປົກກະຕິ ແລະ ຕໍ່ເນືອງ; ພ້ອມນັ້ນ, ທ່ານຍັງໄດ້ເນັ້ນຕື່ມອີກວ່າ: ເພື່ອເປັນການປຶກສາຫາລື ແລະ ແລກປ່ຽນຄຄິດຄຳເຫັນທາງດ້ານວິຊາການຮ່ວມກັນ ແລະ ເພື່ອກ້າວໄປສູ່ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານ ທັງເປັນການຄົ້ນຄວ້າປະກອບຄຳເຫັນຕໍ່ແຜນພັດທະນາວຽກງານຂອງກຳມາທິການ ເຊິ່ງເປັນວຽກງານທີ່ສຳຄັນເພາະຈະເປັນແຜນວຽກພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດພາລະບົດບາດຂອງ  ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ໄດ້ທັງຄຸນນະພາບ ແລະ ປະລິມານ.

(ພາບ ແລະ ຂ່າວ: ອານຸສອນ ພູມມີທອນ)