ກອງປະຊຸມປະຈຳປີ 2023 ຂອງຄະນະ ສສຊ ປະຈຳເຂດເລືອກຕັ້ງທີ 13

ມ.ກ. 9, 2024

(ສພຊ) ກອງປະຊຸມຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ເປີດຂຶ້ນໃນວັນທີ 08 ມັງກອນ 2024 ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມມີທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ພ້ອມດ້ວຍບັນດາການນຳພັກ-ລັດຂັ້ນແຂວງ, ຄະນະ ສສຊ ປະຈໍາເຂດເລືອກຕັ້ງ, ສະມາ ຊິກສະພາປະຊາຊົນແຂວງ (ສສຂ) ແລະ ແຂກຖືກເຊີນຈາກບັນດາພະແນກການກ່ຽວຂ້ອງຂອງແຂວງຈຳນວນໜຶ່ງ.
ກອງປະຊຸມໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ປະຈຳປີ 2023 ແລະ ທິດທາງແຜນການວຽກງານປະຈໍາປີ 2024 ສະເໜີໂດຍຮອງປະທານຄະນະ ສສຊ ປະຈຳເຂດເລືອກຕັ້ງທີ 13, ບົດລາຍງານກ່ຽວກັບການຈັດສັນ ແລະ ການຄຸ້ມຄອງ 3 ປະເພດປ່າ ຈາກທ່ານຫົວ ໜ້າພະແນກກະສິກຳ-ປ່າໄມ້ແຂວງ, ບົດລາຍງານກ່ຽວກັບການຄຸ້ມຄອງ ແລະ ການສົ່ງເສີມການລົງທຶນພາຍໃນແຂວງ ຈາກທ່ານຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ບົດລາຍງານຈາກຜູ້ຕາງໜ້າສາຂາທະນາຄານພາກກາງ ກ່ຽວກັບການຄຸ້ມຄອງອັດຕາການແລກປ່ຽນເງິນຕາພາຍໃນແຂວງສະຫວັນນະເຂດ. ຈາກນັ້ນ, ບັນດາທ່ານ ສສຊ ໄດ້ເປັນເຈົ້າການສຸມສະຕິປັນຍາເຂົ້າໃສ່ການຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງສ້າງສັນ ແລະ ຊັກຖາມບັນດາພະແນກການຢ່າງກົງໄປກົງມາຕໍ່ບັນຫາທີ່ນຳມາປຶກສາຫາລືໃນກອງປະຊຸມຄັ້ງນີ້ ເຊິ່ງເປັນການສະແດງໃຫ້ເຫັນຄວາມຮຽກຮ້ອງຕ້ອງ ການ ແລະ ຄວາມມຸ່ງມາດປາຖະໜາຂອງພໍ່ແມ່ປະຊາຊົນ; ພາກສ່ວນກ່ຽວຂ້ອງກໍໄດ້ຂຶ້ນຊີ້ແຈງທຸກໆບັນຫາທີ່ ສສຊ ຕັ້ງຂຶ້ນດ້ວຍຄວາມສ້າງສັນ ເຮັດໃຫ້ການພິຈາລະນາ-ຮັບຮອງເອົາບັນຫາຕ່າງໆ ບົນຈິດໃຈແຫ່ງຄວາມເປັນເອກະພາບທາງດ້ານທັດສະນະ, ແນວຄິດ, ລະບຽບຫຼັກການ ແລະ ຄວາມຮັບຜິດຊອບສູງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ.
(ພາບ ແລະ ຂ່າວ: ນາງ ກຸກກິກ ບຸດດາໄຊ)