ກອງປະຊຸມປະຈຳປີ 2022 ຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງແຂວງຫລວງນ້ຳທາ

ກ.ພ. 14, 2023

           ໃນຕອນເຊົ້າວັນທີ 14 ກຸມພາ 2023 ພາຍໃຕ້ການເປັນປະທານຂອງທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຫລວງນ້ຳທາ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພົນຕີ ປະລິນຍາເອກ ວົງສັກ ພັນທະວົງ ຄະນະປະຈຳສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ3, ມີຄະນະປະຈຳພັກແຂວງ ຮອງເຈົ້າແຂວງ, ມີສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ອາດີດສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ,  ຫົວໜ້າ, ຮອງຫົວໜ້າພະແນກການຂອງແຂວງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ 60 ກວ່າທ່ານ, ຍິງ 8 ທ່ານ.

ກອງປະຊຸມໄດ້ຮັບຟັງຮ່າງບົດສະຫລຸບການເຄື່ອນໄຫວວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 3ແຂວງຫລວງນ້ຳທາ ເຊິ່ງໄລຍະ 1 ປີຜ່ານມາ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງໄດ້ເອົາໃຈໃສ່ປະກອບຄໍາເຫັນ ໃນແຜນການສ້າງ ແລະ ປັບປຸງບັນດາກົດໝາຍ ຂອງສະພາແຫ່ງຊາດ ໃນກອງປະຊຸມປະຊຸມສະໄໝວິສາມັນ, ກອງປະຊຸມສະໄໝສາມັນເທື່ອທີ 2 ເທື່ອທີ 3 ຂອງສະພາແຫ່ງຊາດ ມີທັງໝົດ 34 ສະບັບ. ໃນນີ້, ກົດຫມາຍສ້າງໃຫມ່ 10 ສະບັບ ແລະ ກົດໝາຍປັບປຸງ 24 ສະບັບ; ນອກນັ້ນ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ຮ່ວມກັບສະພາປະຊາຊົນແຂວງ ພິຈາລະນາ, ຮັບຮອງເອົາຂໍ້ຕົກລົງຂອງທ່ານເຈົ້າແຂວງ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ເທື່ອທີ 3  ແລະ ກອງປະຊຸມສະໄໝວິສາມັນຄັ້ງທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ II ຈຳນວນ 4 ສະບັບ; ໄດ້ປະສານສົມທົບກັບສະພາປະຊາຊົນແຂວງ  ແລະ ພາກສ່ວນທີ່ກ່ຽວຂອງຢູ່ທ້ອງຖິ່ນ ໃນການປະກອບຄຳເຫັນໃສ່ບັນດາຮ່າງກົດໝາຍ ແລະ ນິຕິກຳທີ່ສຳຄັນຂອງແຂວງໄດ້ 21 ສະບັບ ແລະ ໄດ້ເຂົ້າຮ່ວມ, ຮັບຕ້ອນຕິດຕາມກວດກາຮ່ວມກັບບັນດາກໍາມາທິການ ຂອງສະພາແຫ່ງຊາດ ທີ່ລົງມາເຄື່ອນໄຫວຢູ່ໃນທ້ອງຖິ່ນໄດ້ 5 ຄະນະ, ຕິດຕາມກວດກາຜ່ານຄໍາຮ້ອງ, ຄໍາສະເໜີຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນຂອງສະພາແຫ່ງຊາດ ໄດ້ 4 ເລື່ອງ ຊຶ່ງຜ່ານການຕິດຕາມກວດກາຊຸກຍູ້ນັ້ນ, ໄດ້ເຮັດໃຫ້ການເຄື່ອນໄຫວຂອງຂະແໜງການໃນທ້ອງຖິ່ນ ມີອັນໄດ້ຮັບການປັບປຸງ, ມີສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍດີຂຶ້ນກ່ວາເກົ່າ ພ້ອມດຽວກັນ ຜູ້ແທນເຂົ້າຮ່ວມກອງປະຊຸມຍັງໄດ້ແລກປ່ຽນປະກອບຄຳຄິດເຫັນໃສ່ຮ່າງບົດສະຫລຸບຢ່າງມີຈຸດສຸມ ເພື່ອເຮັດໃຫ້ວຽກງານຂອງສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ໃນຕໍ່ໜ້າໃຫ້ມີຄຸນນະພາບ ແລະ ໄດ້ຮັບຜົນສຳເລັດຫລາຍຂຶ້ນກວ່າເກົ່າ.