ກອງປະຊຸມປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ຂອງຄະນະເລຂາທິການສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 28 ກຸມພາ 2025ນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ(ສພຂ)ພາຍໃຕ້ການເປັນປະທານຂອງທ່ານ ມີໄຊ ມີວິໄລ ກຳມະການຄະນະປະຈຳສະພາປະຊາຊົນແຂວງ ເລຂາທິການສະພາປະຊາຊົນແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ຜູ້ຊີ້ນຳວຽກງານເລຂາທິການ ມີປະທານ, ຮອງປະທານຄະນະກຳມະການພາຍໃນ ສພຂ, ຫົວໜ້າ, ຮອງຫົວໜ້າຂະແໜງພາຍໃນ, ຜູ້ຊ່ວຍວຽກ ສພຂ ປະຈຳເຂດເລືອກຕັ້ງເມືອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງພາຍໃນ ສພຂ ເຂົ້າຮ່ວມ 33 ຄົນ, ຍິງ 13 ຄົນ.
ກອງປະຊຸມທ່ານ ວຽງໄຊ ສັກລໍາດວນ ຮອງເລຂາທິການ ສພຂ ໄດ້ຜ່ານຮ່າງບົດສະຫລຸບການເຄື່ອນໄຫວວຽກງານປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ຂອງຄະນະເລຂາທິການສະພາປະຊາຊົນແຂວງ ຊຶ່ງ ແມ່ນອົງການຈັດຕັ້ງໜຶ່ງຂອງ ສພຂ ປະຕິບັດພາລະບົດບາດເປັນເສນາທິການໃຫ້ແກ່ການເຄື່ອນໄຫວວຽກງານຂອງ ສພຂ, ຄະນະປະຈຳ ສພຂ, ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ໃນການຈັດຕັ້ັ້ງປະຕິບັດ 3 ພາລະບົດບາດ, ດ້ານນິຕິກຳ, ດ້ານຕົກລົງບັນຫາສຳຄັນຂອງທ້ອງຖິ່ນ, ດ້ານການຕິດຕາມກວດກາ, ໃນໄລຍະໜຶ່ງປີຜ່ານມາຄະນະເລຂາທິການໄດ້ນຳເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ ແລະ ນິຕິກຳຕ່າງໆຂອງລັດມາເຜີຍແຜ່ເຊື່ອມຊຶມເປັນປົກກະຕິ, ໄດ້ສຳເລັດບັນດາເນື້ອໃນ ແລະ ເອກະສານປິ່ນອ້ອມກອງປະຊຸມສະໄໝສາມັນເທື່ອທີ 7, 8 ຂອງ ສພຂ ແລະ ກອງປະຊຸມພາຍໃນ ສພຂ, ໄດ້ອຳນວຍຄວາມສະດວກ ໃນການເປັນເສນາທິການທີດີທີ່ຕົນເອງຮັບຜິດຊອບ ໄດ້ສຳເລັດຫລາຍໜ້າວຽກພໍສົມຄວນ; ນອກນັ້ນ ຍັງໄດ້ວາງທິດທາງແຜນການປະຈຳປີ 2025 ຈະສືບຕໍ່ເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ ແລະ ນິຕິກຳຕ່າງໆຂອງລັດມາເຜີຍແຜ່ເຊື່ອມຊຶມໃຫ້ເລິກເຊິ່ງກວ່າເກົ່າ, ສືບຕໍ່ຮ່າງເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 9,ທີ 10 ຂອງ ສພຂ, ຄົ້ນຄວ້າສ້າງຮ່າງແຜນການ, ເອກະສານທີ່ກ່ຽວຂອງໃຫ້ແກ່ກອງປະຊຸມຄະນະປະຈຳສະພາປະຊາຊົນແຂວງ ແລະ ກອງປະຊຸມຕ່າງໆ ແລະ ສືບຕໍ່ຊີ້ນຳ-ນຳພາວຽກງານທີ່ຕົນຮັບຜິດຊອບໃຫ້ສຳເລັດ, ພ້ອມດຽວກັນ ຍັງໄດ້ປະກອບຄຳຄິດຕໍ່ກັບຮ່າງບົດສະຫລຸບການເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງ ແລະ ວຽກງານປິ່ນອ້ອມ, ວຽກງານການພົວພັນປະສານງານກັບອົງການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ຮ່າງບົດສະຫລຸບມີເນື້ອໃນຖຶກຕ້ອງສອດຄອງ, ສົມບຸນຂຶ້ນກວ່າເກົ່າ ສາມາດນຳໄປຈັດຕັ້ງປະຕິບັດຕໍ່ໜ້າໃຫ້ສຳເລັດຕາມຄາດໝາຍ ແລະ ເຮັດໃຫ້ວຽກງານການປະສານງານຕ່າງໆ ດີຂຶ້ນເທື່ອລະກ້າວ, ສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອເຮັດໃຫ້ການເປັນເສນາທິການໃຫ້ແກ່ ສພຂ ໄດ້ຮັບຜົນສຳເລັດ,ມີຄຸນນະພາບຂຶ້ນກວ່າເກົ່າ.
ຕອນທ້າຍຍັງໄດ້ຮັບຟັງຄຳເຫັນໂອ້ລົມຂອງທ່ານ ກົງເພັດ ແກ້ວບົວພາ ທ່ານໃຫ້ຮູ້ວ່າ ຄະນະເລຂາທິການສະພາປະຊາຊົນແຂວງ ແມ່ນສຳຄັນຫລາຍ ເພາະເປັນເສນາທິການໃຫ້ແກ່ ສພຂ, ເປັນວຽກງານທີ່ກວ້າງ, ຫລາຍໜ້າວຽກ, ໃນໜຶ່ງປີຜ່ານມາມີຜົນງານ, ຜົນສຳເລັດຫລາຍດ້ານ ທັງນີ້ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານໃນໄລຍະຜ່ານມາ ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກງານຂອງຕົນຮັບຜິດຊອບໃຫ້ສຳເລັດຫລາຍກວ່າເກົ່າ, ສືບຕໍ່ແກ້ໄຂຂໍ້ຄົງຄ້າງບາງບັນຫາໃຫ້ດີກວ່າເກົ່າ, ໄດ້ເນັ້ນໜັກໃຫ້ເພີ່ມທະວີການຄົ້ນຄວ້າຮໍ່ຳຮຽນເອົາຄວາມຮູ້ໃໝ່ໆ, ໃຫ້ສຶກສາອົບຮົມວຽກງານການເມືອງແນວຄິດໃຫ້ພະນັກງານທີ່ສັງກັດໃຫ້ເລິກເຊິ່ງ, ໃຫ້ມີແນວຄິດອຸ່ນອຽງທຸນທ່ຽງ, ປັບປຸງວຽກງານເນື້ອໃນ, ບຸກຄະລາກອນ, ທີ່ເປັນເສນາທິການໃຫ້ສອດຄ່ອງກັບໜ້າທີ່ວຽກງານທີ່ຮັບຜິດຊອບ.
ຂ່າວ: ວັນນີ ແຝງບົວວັນ