loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມປະກາດການຈັດຕັ້ງຂອງສະພາປະຊາຊົນແຂວງຄໍາມ່ວນ ແລະ ເຜີຍແຜ່ເອກະສານຂອງແຂວງ.

​ກ.ກ. 5, 2023 | ເຂດ 12 ຄຳມ່ວນ

ໃນວັນທີ 4 ກໍລະກົດ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ໄດ້ເປີດກອງປະຊຸມປະກາດກົງຈັກການຈັດຕັ້ງຂະແໜງການພາຍໃນສະພາປະຊາຊົນແຂວງຄໍາມ່ວນ ແລະ ເຊື່ອມຊຶມເອກະສານສໍາຄັນຂອງທ້ອງຖິ່ນ ໂດຍການເປັນປະທານຂອງທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາຄະນະປະຈໍາສະພາປະຊົນແຂວງ, ຄະນະກໍາມະການ, ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການ ພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະກອງປະຊຸມ ທ່ານ ນາງ ຊົມວິໄລ ສິງທະວົງ ຫົວໜ້າຂະແໜງຈັດຕັ້ງ-ກວດກາ ໄດ້ຜ່ານ  ມະຕິວ່າດ້ວຍການແຕ່ງຕັ້ງຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ດໍາລົງຕໍາແໜ່ງບໍລິຫານ ປະເພດ 5 ແລະ 6, ຈາກນັ້ນ ທ່ານ ເກີດມີ ແສງໄພວັນ ຮອງຄະນະເລຂາທິການ ໄດ້ຜ່ານ ຂໍ້ຕົກລົງວ່າດ້ວຍການເກັບຄ່າບໍລິການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອໃນເທດສະບານເມືອງທ່າແຂກ, ຜ່ານແຈ້ງການເລື່ອງການປັບປຸງໂຄງສ້າງລາຄາໄຟຟ້າ ສະເພາະພາກບໍ່ແມ່ນທີ່ຢູ່ອາໃສ ນັບແຕ່ເດືອນມັງກອນ 2023 ເປັນຕົ້ນໄປ (ໃບບິນ ເດືອນກຸມພາ 2023 ແມ່ນຄິດໄລ່ຄ່າໄຟຟ້າຈາກການຊົມໃຊ້ພະລັງງານ ໃນເດືອນ ມັງກອນ 2023) ແລະ ຜ່ານມະຕິຕົກລົງ ວ່າດ້ວຍແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ແລະ ບັນດາອະນຸກໍາມະການກະກຽມກອງປະຊຸມສະໄມສາມັນ ເທື່ອທີ 5 ຂອງສະພາປະຊາຊົນແຂວງຄໍໍາມ່ວນ ຊຸດທີ II.

ໃນຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມຂອງທ່ານ ບົວພັນ ແສງຈັນ ຕໍ່ກັບບັນດາທ່ານ ທີ່ຖືກແຕ່ງຕັ້ງເປັນຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ໂດຍທ່ານໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວຂອງບັນດາທ່ານໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ມອບໝາຍ ເຫັນໄດ້ວ່າມີຄວາມຫ້າວຫັນບຸກໜ້າບືນຕົວ ບວກກັບຫາງສຽງສະໜັບສະໜູນຂອງພະນັກງານລັດຖະກອນພາຍໃນສະພາປະຊາຊົນແຂວງ ທີ່ໄດ້ຕິດຕາມກໍ່ສ້າງ ຕໍານິສົ່ງຂ່າວ ເຮັດໃຫ້ບັນດາທ່ານ ບັນດາສະຫາຍມີຄວາມກ້າວໜ້າ ແລະການຕົກລົງເຫັນດີເປັນເອກະພາບຂອງຄະນະປະຈໍາສະພາປະຊາຊົນແຂວງ ດັ່ງນັ້ນ, ຖືວ່າບັນດາທ່ານໄດ້ຮັບກຽດຈາກຂັ້ນເທິງ ແລະ ບັນດາສະຫາຍ ອ້າຍນ້ອງພາຍໃນສະພາປະຊາຊົນແຂວງ ໃນການຮັບໜ້າທີ່ດັ່ງກ່າວ ສະນັ້ນໃນໂອກາດຕໍ່ໄປພວກທ່ານຕ້ອງໄດ້ມີຄວາມຮັບຜິດຊອບໃນການເປັນການນໍາຫຼັກແຫຼ່ງຂອງຂະແໜງການ ຕ້ອງໄດ້ເບິ່ງຄືນ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນທີ່ໄດ້ກໍານົດຢູ່ໃນມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການ, ຄະນະເລຂາທິການ ແລະ ຂອງຂະແໜງການທີ່ຂື້ນກັບ ເພື່ອນໍາພາຈັດຕັ້ງເຄື່ອນໄຫວໃຫ້ຖືກຕ້ອງ, ສິ່ງສໍາຄັນການເຮັດວຽກຕ້ອງຢຶດໝັ້ນຢູ່ໃນຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ມີການແບ່ງວຽກ ແບ່ງງານກັນຮັບຜິດຊອບ, ເຮັດວຽກມີແຜນການ, ມີການຕິດຕາມກວດກາ ປະເມີນຜົນ ແລະ ມີການສະຫຼຸບລາຍງານ ປະສານສົມທົບກັບຂະແໜງການກ່ຽວຂ້ອງ, ມີການປຶກສາຫາລື ຂໍຄໍາເຫັນຈາກຄະນະກໍາມະການທີ່ຂື້ນກັບ ຄະນະເລຂາທິການ ຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເປັນແບບຢ່າງໃຫ້ແກ່ພະນັກງານຢູ່ໃນຂະແໜງການຂອງຕົນ ຄຽງຄູ່ກັນນີ້ກໍ່ຕ້ອງໄດ້ສຶກສາອົບຮົມຍົກລະດັບທາງດ້ານແນວຄິດການເມືອງ ແລະ ວິຊາສະເພາະຂອງຕົນໃຫ້ສູງຂື້ນເລື້ອຍໆ. ນອກນັ້ນທ່ານກໍ່ໄດ້ເນັ້ນໃຫ້ບັນດາທ່ານທີ່ຮັບຜິດຊອບໃນກະກຽມກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ II ໃຫ້ເອົາໃຈໃສ່ປະຕິບັດສິດ ແລະ ໜ້າທີ່ຂອງແຕ່ລະອະນຸ ເພື່ອເຮັດໃຫ້ກອງປະຊຸມບັນລຸຜົນສໍາເລັດຕາມແຜນທີ່ວາງໄວ້.

ໂດຍ: ນ. ຖຸດາວັນ ແສງອາລຸນ