ກອງປະຊຸມທາບທາມຮອບເປີດກວ້າງ ຮອບທີ 1

​ກ.ກ. 25, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 24 ກໍລະກົດຜ່ານມາ, ສະພາແຫ່ງຊາດ (ສພຊ) ໄດ້ຈັດກອງປະຊຸມທາບທາມຮອບເປີດກວ້າງ (ຮອບທີ 1) ເນື້ອໃນເອກະສານກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ແລະ ບຸກຄະລາກອນອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ສະໄໝທີ IX ໂດຍການເປັນປະທານຂອງສະຫາຍ ນາງ ວິໄຊ ສະຣິດທິລາດ ປະທານຄະນະບໍລິຫານງານສະຫະພັນແມ່ຍິງສະພາແຫ່ງຊາດ, ມີສະຫາຍ ບຸນຕາ ເທບພະວົງ ກໍາມະການສໍາຮອງສູນກາງພັກ, ຄະນະພັກສະພາແຫ່ງຊາດ, ປະທານກໍາມາທິການວັດທະນະທໍາ-ສັງຄົມ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍບັນດາສະຫາຍສະມາຊິກແມ່ຍິງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ນາງ ວິໄຊ ສະຣິດທິລາດ ມີຄໍາເຫັນວ່າ: ຜົນຂອງກອງປະຊຸມຄັ້ງນີ້ ຈະກາຍເປັນບ່ອນອີງທີ່ສໍາຄັນເພື່ອໃຫ້ຄະນະຮັບຜິດຊອບຊີ້ນໍາການກະກຽມດຳເນີນກອງປະຊຸມໃຫຍ່ ນໍາໄປຄົ້ນຄວ້າ, ພິຈາລະນາ ແລະ ປັບປຸງໃຫ້ຖືກຕ້ອງ, ສົມບູນ, ສອດຄ່ອງກັບສະພາບຄວາມຮຽກຮ້ອງຕ້ອງການ ກໍຄືຄວາມມຸ່ງມາດປາຖະໜາຕົວຈິງຂອງແມ່ຍິງລາວບັນດາເຜົ່າ ໃນໄລຍະ 5 ປີຕໍ່ໜ້າ; ເພື່ອເຮັດໃຫ້ກອງປະຊຸມໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ, ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ, ສຸມສະຕິປັນຍາ ແລະ ຫົວຄິດປະດິດສ້າງຂອງຕົນ ເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ບັນດາ (ຮ່າງ) ເອກະສານຂອງກອງປະຊຸມໃຫຍ່ ຢ່າງກົງໄປກົງມາ, ສ້າງສັນ ແລະ ໃຊ້ສິດປະຊາທິປະໄຕຂອງຕົນ ຄົ້ນຄວ້າເອົາບຸກຄະລາກອນທີ່ມີເງື່ອນໄຂມາດຕະຖານ ເຂົ້າສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ເຊິ່ງຜົນການທາບທາມຄັ້ງນີ້ ຈະໄດ້ນໍາໄປສັງລວມກັບຜົນການທາບທາມໃນຂອບເຂດທົ່ວປະເທດ ກ່ອນຈະນໍາໄປສູ່ການທາບທາມຮອບທີ 2 ຕໍ່ໄປ.
ທີ່ປະຊຸມຍັງໄດ້ຜ່ານມາດຕະຖານ, ເງື່ອນໄຂ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX, ຮັບຟັງການມີຄໍາເຫັນໂອ້ລົມຕໍ່ກອງປະຊຸມຂອງສະຫາຍ ບຸນຕາ ເທບພະວົງ ແລະ ດໍາເນີນການປ່ອນບັດທາບທາມ.
ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ນັບແຕ່ຂັ້ນຮາກຖານຮອດຂັ້ນກະຊວງ-ອົງການ, ແຂວງ, ນະຄອນຫຼວງ ແມ່ນໄດ້ສໍາເລັດໃນຂອບເຂດທົ່ວປະເທດ; ສະນັ້ນ, ເພື່ອກະກຽມເຂົ້າສູ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໃຫ້ສອດຄ່ອງກັບຄໍາສັ່ງ ແລະ ບົດແນະນໍາຂອງຄະນະຈັດຕັ້ງສູນກາງພັກ ແລະ ຄໍາແນະນໍາຂອງສູນກາງສະຫະພັນແມ່ຍິງລາວ, ການທາບທາມເນື້ອໃນເອກະສານກອງປະຊຸມໃຫຍ່ ແລະ ທາບທາມບຸກຄະລາກອນ ຈະໄດ້ດຳເນີນທັງໝົດ 3 ຮອບ, ໃນນັ້ນ ການທາບທາມຮອບທີ 1 (ຮອບເປີດກວ້າງ), ສສຍລ ໄດ້ມອບຄວາມຮັບຜິດຊອບໃຫ້ແກ່ສະຫະພັນແມ່ຍິງກະຊວງ-ອົງການ, ແຂວງ, ນະຄອນຫຼວງ ເປັນຜູ້ຈັດຕັ້ງ ແລະ ດຳເນີນການທາບທາມ ພາຍໃຕ້ການຊີ້ນໍາໂດຍກົງຈາກຄະນະພັກ-ຄະນະນໍາຂອງແຕ່ລະພາກສ່ວນ.

(ສອນສັກ ວັນວິໄຊ)