ກອງປະຊຸມຖອດຖອນບົດຮຽນກ່ຽວກັບການຮັບ, ພິຈາລະນາ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ

ມ.ຖ. 6, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 29-30 ພຶດສະພາຜ່ານມາ, ກຳມາທິການຍຸຕິທໍາສະພາແຫ່ງຊາດ ໄດ້ຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບການຮັບ, ພິຈາລະນາ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ ຂອງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກໍາມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການຍຸຕິທຳ; ມີທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນຳວຽກງານກຳມາທິການຍຸຕິທຳ ໃຫ້ກຽດເຂົ້າຮ່ວມ ແລະ ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ; ນອກນັ້ນ, ຍັງມີທ່ານເລຂາທິການສະພາແຫ່ງຊາດ, ບັນດາທ່ານຮອງປະທານກໍາມາທິການຍຸຕິທໍາ, ປະທານ-ຮອງປະທານສະພາປະຊາຊົນຂັ້ນແຂວງ, ປະທານ-ຮອງປະທານຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈາກສະພາປະຊາຊົນ 18 ແຂວງທົ່ວປະເທດ ພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງຈາກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເຂົ້າຮ່ວມຫຼາຍກວ່າ 120 ທ່ານ.
ກອງປະຊຸມຄັ້ງນີ້ ເປັນຄັ້ງທໍາອິດທີ່ໄດ້ມີການສະຫຼຸບຖອດຖອນບົດຮຽນກ່ຽວກັບວຽກງານຄໍາຮ້ອງຂໍຄວາມເປັນທໍາໃນຕະຫຼອດ 5 ປີຜ່ານມາ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກະກຽມໃຫ້ແກ່ສະພາແຫ່ງຊາດ ຊຸດທີ X; ການຮັບ, ພິຈາລະນາ ແລະ ແກ້ໄຂຄຳຮ້ອງຂໍຄວວາມເປັນທຳຂອງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ແມ່ນວຽກງານໜຶ່ງທີ່ສຳຄັນໃນການປະຕິບັດພາລະບົດບາດຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍວ່າດ້ວຍການຕິດ ຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບປີ 2023 ແລະ ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ສະບັບປີ 2022.
ກອງປະຊຸມໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານແກ້ໄຂຄໍາຮ້ອງທຸກ ໂດຍສະເພາະແມ່ນການຮັບ, ພິຈາລະນາ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທໍາ ຂອງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນຕໍ່ໜ້າ; ຈາກນັ້ນ, ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຄົ້ນຄວ້າ, ປະກອບຄຳເຫັນຢ່າງກົງໄປກົງມາດ້ວຍບັນຍາກາດທີ່ສ້າງສັນຕໍ່ພາກສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງກອງປະຊຸມກໍເຫັນດີເປັນເອກະພາບຕໍ່ຜົນສຳເລັດທີ່ຍາດມາໄດ້ໃນການສ້າງ ແລະ ປັບປຸງນິຕິກຳ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເປັນຕົ້ນ ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ສະບັບປີ 2022, ມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຮັບ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳ ສະບັບເລກທີ 07/ຄປຈ, ລົງວັນທີ 09 ມັງກອນ 2023, ຂໍ້ຕົກລົງການປະສານງານຂອງກຳມາທິການຍຸຕິທຳສະພາແຫ່ງຊາດ, ອົງການໄອຍະການສານປະຊາຊົນສູງສຸດ ແລະ ອື່ນໆ.
ສະພາແຫ່ງຊາດ ໄດ້ຮັບຄຳຮ້ອງຂໍຄວາມເປັນທໍາ ທັງໝົດ 2,010 ເລື່ອງ, ໃນນີ້ເປັນຄຳຮ້ອງທີ່ຄ້າງມາແຕ່ສະພາແຫ່ງຊາດ ຊຸດທີ VIII ຈໍານວນ 404 ເລື່ອງ, ຄຳຮ້ອງເຂົ້າໃໝ່ໃນສະພາແຫ່ງຊາດ ຊຸດທີ IX (ນັບຮອດເດືອນພຶດສະພາ 2025) ຈຳນວນ 1,606 ເລື່ອງ; ສາມາດພິຈາລະນາໄດ້ 1,355 ເລື່ອງ ກວມເອົາ 67.41% ຂອງຈຳນວນຄຳຮ້ອງທັງໝົດ 2,010 ເລື່ອງ, ແຕ່ຖ້າຄິດໄລ່ໃສ່ຄຳຮ້ອງທີ່ເຂົ້າມາໃນສະພາແຫ່ງຊາດ ຊຸດທີ IX ແມ່ນສາມາດພິຈາລະນາແກ້ໄຂໄດ້ 84.37%. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ຜູ້ແທນກອງປະຊຸມຍັງໄດ້ຕີລາຄາຢ່າງພາວະວິໄສຕໍ່ຈຸດອ່ອນຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນ 5 ປີ ຜ່ານມາ ເພື່ອເປັນພື້ນຖານແກ່ການກຳນົດທິດທາງໃນຕໍ່ໜ້າ ເຊິ່ງກອງປະຊຸມໄດ້ຄົ້ນຄວ້າ ແລະ ເປັນເອກະພາບຕໍ່ການກຳນົດ 12 ວຽກຈຸດສຸມໃນຕໍ່ໜ້າ ເປັນຕົ້ນແມ່ນ: ການປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ສະບັບປີ 2022 ແລະ ນິຕິກຳຮັບໃຊ້ແກ່ວຽກງານພິຈາລະນາ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ໃຫ້ສອດຄ່ອງກັບລັດ ຖະທຳມະນູນ ສະບັບປີ 2025 ແລະ ກົດໝາຍກ່ຽວຂ້ອງທີ່ໄດ້ມີການປັບປຸງ ລວມທັງການໂຄສະນາເຜີຍແຜ່ໃຫ້ກວ້າງຂວາງ; ປັບປຸງກົງຈັກການຈັດຕັ້ງ ລວມທັງການສຶກສາອົບຮົມການເມືອງແນວຄິດ, ຈັນຍາບັນ ຈັນຍາທຳ, ຍົກລະດັບທິດສະດີການເມືອງ ວິຊາການ ພາສາຕ່າງປະເທດ ແລະ ໄອທີ ໃຫ້ແກ່ພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກງານດັ່ງກ່າວ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່; ສືບຕໍ່ປັບປຸງແກ້ໄຂການປະສານງານ, ແບບແຜນວິທີເຮັດວຽກ, ການຕິດຕາມກວດກາຄຳສະເໜີ, ຄຳຮ້ອງຂໍຄວາມເປັນທຳ ທີ່ຄະນະປະຈຳສະພາແຫ່ຊາດ ແລະ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ໄດ້ນຳສົ່ງພາກສ່ວນກ່ຽວຂ້ອງພິຈາລະນາແກ້ຕາມພາລະບົດບາດ ແລະ ຕາມທີ່ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ; ຍົກສູງຄຸນນະພາບໃນການຮັບ, ການຄົ້ນຄວ້າ ແລະ ພິຈາລະນາແກ້ໄຂຄຳສະເໜີ, ຄຳຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ມີຄວາມຄົບຖ້ວນ, ຮອບດ້ານ, ພາວະວິໄສ, ຖືກຕ້ອງຕາມກົດໝາຍ ແລະ ຄວາມເປັນທຳ ເພື່ອໃຫ້ມີຄວາມຍຸຕິທຳໃນສັງຄົມ; ເພີ່ມທະວີການພົວພັນຮ່ວມມື, ແລກປ່ຽນບົດຮຽນກ່ຽວກັບວຽກງານແກ້ໄຂຄຳຮ້ອງທຸກ ກັບບັນດາປະເທດ, ອົງການຈັດຕັ້ງສາກົນ ຕາມແຜນທາງການຕ່າງປະເທດຂອງພັກ .
ກອງປະຊຸມຄັ້ງນີ້ ຍັງໄດ້ຮັບກຽດໂອ້ລົມຈາກທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໂດຍທ່ານໄດ້ສະແດງຄວາມເຫັນດີເປັນເອກະພາບຕໍ່ການສະຫຼຸບຕີລາຄາ ແລະ ວຽກ ງານຈຸດສຸມໃນຕໍ່ໜ້າ ພ້ອມທັງເນັ້ນໜັກໃຫ້ກຳມາທິການຍຸຕິທຳສະພາແຫ່ງຊາດ, ຄະນະກຳມາການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາປະຊາຊົນຂັ້ນແຂວງ ໃນການເປັນໃຈກາງປະສານງານ ແລະ ຮັບຜິດຊອບໂດຍກົງຕໍ່ວຽກງານແກ້ໄຂຄຳຮ້ອງທຸກ; ເອົາໃຈໃສ່ປັບປຸງ ແລະ ຍົກລະດັບຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ຕໍ່ວຽກງານດັ່ງກ່າວ; ປັບປຸງກົນໄກ, ແບບແຜນວິທີເຮັດວຽກ ໃນການຮັບ, ພິຈາລະນາແກ້ໄຂຄຳສະເໜີ, ຄຳຮ້ອງຂໍຄວາມເປັນທຳ ໃຫ້ມີຄວາມໂລ່ງລ່ຽນ, ວອງໄວ, ໂປ່ງໃສ ແລະ ຍຸຕິ ທຳຕາມກົດໝາຍ ແລະ ມະຕິຂອງກົມການເມືອງ ສະບັບເລກທີ 112/ກມສພ, ລົງວັນທີ 02/6/2020; ສູ້ຊົນຄົ້ນຄວ້າຄຳຮ້ອງຂໍຄວາມເປັນທຳໃຫ້ສາມາດບັນລຸໄດ້ຕາມແຜນການທີ່ວາງໄວ້ 85% ຂອງຈຳນວນຄຳຮ້ອງຂໍຄວາມເປັນທຳທັງໝົດທີ່ເຂົ້າມາສະພາແຫ່ງຊາດ ແລະ 95% ທີ່ເຂົ້າມາສະພາປະຊາຊົນຂັ້ນແຂວງ ເພື່ອປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງໄດ້ຮັບການປົກປ້ອງຕາມກົດໝາຍ, ເຮັດໃຫ້ການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ໄດ້ຮັບການຈັດຕັ້ງປະຕິບັດຕົວຈິງຢ່າງໜັກແໜ້ນ.