loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມຍົກສູງຂີດຄວາມສາມາດກ່ຽວກັນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ

​ກ.ກ. 2, 2024 | ເຂດ 3 ຫຼວງນ້ຳ​ທາ

ວັນທີ 6-7 ມິຖຸນາ 2024ນີ້ ສະພາປະຊາຊົນແຂວງຫລວງນ້ຳທາໄດ້ເປີດກອງປະຊຸມຍົກສູງຂີດຄວາມສາມາດກ່ຽວກັນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ໃຫ້ແກ່ສະມາຊິກສະພາປະຊາຊົນແຂວງ, ພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ  ພະນັກງານລັດຖະກອນສະພາປະຊາຊົນແຂວງຫລວງນ້ຳທາ ໂດຍການເປັນປະທານຮ່ວມຂອງທ່ານ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ແລະ  ທ່ານ  ບຸນຊົງ ວ່າໄຊຢີ  ເລຂາພັກເມືອງ ເຈົ້າເມືອງເມືອງວຽງພູຄາ, ເຂົ້າຮ່ວມມີປະທານ, ຮອງປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ, ພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມທັງຫມົດ 40 ກວ່າທ່ານ

ໃນກອງປະຊຸມ ທ່ານ ກົງເພັດ ແກ້ວບົວພາ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ໄດ້ເຜີຍແຜ່ຄໍາແນະນຳຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບຄູ່ມືການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະຊາຊົນແຂວງ ໃນການຮັບຮອງເອົາກ້ານນິຕິກຳຂອງແຂວງ,

ຫລັງຈາກນັ້ນ  ທ່ານ ຈັນທະສຸລິນ ໝັ້ນປະດິດ ປະທານຄະນະກໍມະການຍຸຕິທໍາ ແລະ ປກຊ-ປກສ ໄດ້ສະເໜີບາງບົດຮຽນກ່ຽວກັບຂັ້ນຕອນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ, ຜ່ານຂໍ້ຕົກຂອງຄະນະປະຈຳສະພາປະຊາຊົນແຂວງວ່າດ້ວຍການກວດກາເນື້ອໃນຮອບດ້ານຕໍ່ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ,ຜ່ານໂຄງຮ່າງຂໍ້ຕົກລົງຂອງເຈົ້າແຂວງ

ພ້ອມນັ້ນຍັງໄດ້ຈັດເປັນກຸ່ມສ້າງຮ່າງຂໍ້ຕົກລົງຂອງເຈົ້າແຂວງຕາມແບບຟອມ ພ້ອມທັງຕາງໜ້າແຕ່ລະກຸ່ມຂື້ນຜ່ານຮ່າງຂໍ້ຕົກລົງຂອງເຈົ້າແຂວງ ແລະ ພ້ອມກັນປະກອບຄຳເຫັນເພື່ອແລກປ່ຽນບົດຮຽນເຊິ່ງກັນແລະກັນ.

 

ກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (STEPS).

ໂດຍ ນາງ ອຳພອນ ສີປະເສີດ