loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ທີ່ເມືອງບຸນໃຕ້.

ມ.ຖ. 7, 2023 | ເຂດ 2 ຜົ້ງສາລີ

         ຕອນເຊົ້າຂອງ ວັນທີ 07 ມີນາ 2023 ທີ່ສະໂມສອນເມືອງບຸນໃຕ້ ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຊຸດທີ II ນໍາໂດຍທ່ານ ຫຸມເພັງ ຈອມວິສານ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງ, ທ່ານ ນາງ ສຸກສະຫວັນ ສຸລິຄໍາ ຄະນະປະຈໍາພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ປະຈໍາເມືອງບຸນໃຕ້, ແລະ ທ່ານ ສຸວັນຟູ ລາວລີ ຮອງປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ປະຈໍາເມືອງບຸນໃຕ້ ໄດ້ລົງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II; ເຂົ້າຮ່ວມມີ ບັນດາທ່ານຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ທະຫານ-ຕໍາຫຼວດ, ບັນດາທ່ານຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ພະນັກງານປະຕິວັດອາວຸໂສ-ບໍານານ, ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງເທດສະບານເມືອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງ ທ່ານ ຫຸມເພັງ ຈອມວິສານ ຂຶ້ນເຜີຍແຜ່ບັນດາເນື້ອໃນ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຈໍານວນ 22 ສະບັບ, ຮັບຟັງ ທ່ານ ສຸວັນຟູ ລາວລີ ຂຶ້ນເຜີຍແຜ່ບັນດາເນື້ອໃນ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ຈໍານວນ 5 ສະບັບ ແລະ ຮັບຟັງ ທ່ານ ນາງ ສຸກສະຫວັນ ສຸລິຄໍາ ເຜີຍແຜ່ບັນດາເນື້ອໃນ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ຈໍານວນ 4 ສະບັບ. ນອກຈາກນັ້ນ, ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມ ຍັງໄດ້ມີຄໍາຄິດຄໍາເຫັນ, ຄໍາສະເໜີ ຈໍານວນໜຶ່ງ ທີ່ສະເໜີຕໍ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ຫຼັງຈາກນັ້ນ, ໄດ້ຮັບການອະທິບາຍ, ຊີ້ແຈງ ຈາກບັນດາທ່ານ ສສຂ ຕໍ່ກັບຄໍາສະເໜີດັ່ງກ່າວ.

ການຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ເນື້ອໃນຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຂອງທີມງານເມືອງບຸນໃຕ້ ຍັງຈະສືບຕໍ່ລົງເຄື່ອນໄຫວຢູ່ບັນດາບ້ານ ໄປຈົນເຖິງ ວັນທີ 10 ມີນາ 2023 ຈຶ່ງຈະສໍາເລັດ.

ພາບ-ຂ່າວ: ທ້າວ ພຸດສະດີ ແສງຈອມຄູນ