loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມຄົບຄະນະ 3 ຄະນະກໍາມະການ ປະຈໍາປີ 2023

ທ.ວ. 24, 2023 | ເຂດ 10 ວຽງຈັນ

ໃນລະຫວ່າງວັນທີ  21  ຫາ 22 ທັນວາ 2023 ເວລາ  8: 00 ໂມງ  ສະພາປະຊາຊົນ ແຂວງວຽງຈັນ ໄດ້ຈັດກອງປະຊຸມຄົບຄະນະ 3 ຄະນະກໍາມະການ ປະຈໍາປີ 2023 ຂຶ້ນ ຢູ່ທີ່ສະໂມສອນໃຫ່ຍຫ້ອງວ່າການແຂວງ ວຽງຈັນ​  ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວວຽງຈັນ ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີບັນດາທ່ານ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ, ປະທານ, ຮອງປະທານຄະນະກໍາມະການ, ສະມາຊິກສະພາປະຊາຊົນແຂວງທີ່ ສັງກັດໃນແຕ່ລະຄະນະກໍາມະການ, ຄະນະເລຂາທິການ,ຫົວໜ້າພະແນກການ-ຮອງພະແນກການ, ອົງການ, ຕະຫຼອດຮອດພະນັກງານສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

 

ຈຸດປະສົງກອງປະຊຸມໃນຄັ້ງນີ້ກໍ່ເພື່ອ ເປັນການສະຫຼຸບຕີລາຄາຄືນຕໍ່ກັບຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ແລະ ກໍານົດທິດທາງແຜນການປະຈໍາປີ 2024 ຂອງ 3 ຄະນະກໍາມະການ; ກອງປະຊຸມໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຂອງ 3 ຄະນະກໍາມະການຄື: ຄະນະກໍາມະການເສດຖະກິດແຜນການ ແລະ ການເງິນ; ຄະນະກໍາມະການວັດທະນາທໍາ-ສັງຄົມ ແລະ ບັນດາເຜົ່າ; ຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ ແລະ ຮັບຟັງບົດລາຍງານຂອງບັນດາພະແນກການຂອງແຂວງ; ການອະທິບາຍຊີ້ແຈ້ງກ່ຽວກັບບັນຫາທີພົ້ນເດັນ ແລະ ການປະຕິບັດຄາດໝາຍທີຍັງບໍທັນບັນລຸ ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອອ່ນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້; ຫຼັງຈາກນັ້ນ ທ່ານປະທານກອງປະຊຸມກໍໄດ້ມີຄໍາເຫັນເຈາະຈີ້ມ ຕໍ່ກັບບັນດາເນື້ອໃນບົດສະຫຼຸບຂອງແຕ່ລະກໍາມະການ ເພື່ອເປັນທິດໃຫ້ແກ່ ບັນດາຜູ້ແທນກອງປະຊຸມ (ສະມາຊິກສະພາປະຊາຊົນແຂວງ) ໄດ້ປະກອບຄໍາຄິດເຫັນຕໍ່ກັບເນື້ອໃນ ຢ່າງມີຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມໃນຄັ້ງນີ້ ຄົບຖ້ວນ, ສົມບູນ ແລະ ຖຶກຕ້ອງສອດຄ່ອງກັບພາລະບົດບາດ, ສິດ ແລະ ໜ້າທີຕາມກົດໝາຍກໍານົດໄວ້, ຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີວຽກງານໄດ້ຮັບຜົນສໍາເລັດ ແລະ ໄດ້ຮັບການປັບປຸງໃຫ້ເຂັ້ມແຂງໄປເທື່ອລະກ້າວ.

 

ຕອນທ້າຍຂອງກອງປະຊຸມ ປະທານໄດ້ມີຄໍາເຫັນໂອລົມ ທ່ານໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດວຽກງານ ຂອງ 3 ຄະນະກໍາມະການ ພ້ອມທັງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ຍາດມາໄດ້, ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນເຂົ້າໃນການ ຄົ້ນຄ້ວາປະກອບຄໍາເຫັນໃສ່ບົດສະຫຼຸບຂອງ 3 ຄະນະກໍາມະການ ແລະ ທ່ານ ໄດ້ເນັ້ນໜັ້ກ ໃຫ້ 3 ຄະນະກໍາມະການຈົ່ງໄດ້ເພີ່ມທະວີການພົວພັນ ປະສານງານໃຫ້ກົມກຽວກັນລະຫວ່າງບັນດາຄະນະກໍາມະການດ້ວຍກັນ, ຄະນະກໍາມະການກັບຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ໃນການແລກປ່ຽນສະໜອງຂໍ້ມູນ, ຕ້ອງສຸມໃສ່ຜັນຂະຫຍາຍບັນດານິຕິກໍາ, ກົດໝາຍລະບຽບການຕ່າງທີ່ໄດ້ຮັບຮອງ ແລະ ວາງອອກໃນໄລຍະຜ່ານມາສືບຕໍ່ປັບປຸງ ແບບແຜນວິທີການເຮັດວຽກຂອງຕົນໃຫ້ມີຄຸນນະພາບອັນໃໝ່ບົນພື້ນ ຖານການປັບປຸງກົງຈັກໃໝ່ສືບຕໍ່ເອົາໃຈໃສ່ສູ້ຊົນ ຈັດຕັ້ງປະຕິບັດບັນດາ ຄາດໝາຍທີຍັງບໍ່ທັນບັນລຸ.

ພາບ-ຂ່າວ ບູລາຕີ ແສນທະວົງ