loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມຄົບຄະນະ ປະຈໍາປີ 2023 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ

ທ.ວ. 26, 2023 | ເຂດ 2 ຜົ້ງສາລີ

ຕອນເຊົ້າ ວັນທີ 26 ທັນວາ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມຄົບຄະນະປະຈໍາປີ 2023 ຂອງຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ໂດຍການເປັນປະທານຂອງທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ, ປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 2 ແລະ ທ່ານ ສົມຈິດ ຫັບລະກອນ ກໍາມະກາປະຈໍາພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 2; ໃຫ້ກຽດເຂົ້າຮ່ວມ ມີທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ, ເຈົ້າແຂວງ-ແຂວງຜົ້ງສາລີ, ບັນດາທ່ານສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ທ່ານຮອງເຈົ້າແຂວງ, ສະມາຊິກອົງການປົກຄອງແຂວງ; ອົງການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ສະຫະພັນນັກຮົບເກົ່າ, ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ ແລະ ອົງການຈັດຕັ້ງພັກ-ລັດ ເຂົ້າຮ່ວມ ຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງ ທ່ານ ສົມຈິດ ຫັບລະກອນ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 2 ຂຶ້ນລາຍງານ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024; ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມ, ບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ກໍໄດ້ຜັດປ່ຽນກັນປະກອບຄໍາເຫັນ ຕໍ່ກັບເນື້ອໃນ ຢ່າງມີຄວາມຮັບຜິດຊອບສູງ ແລະ ເປັນຂະບວນຟົດຟື້ນ, ພິດເສດ ແມ່ນໄດ້ຮັບຟັງຄໍາຄິດເຫັນຂອງທ່ານເຈົ້າແຂວງ ຕໍ່ກັບການປະຕິບັດໜ້າທີ່ວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 2 ທັງນີ້ເພື່ອເປັນຂໍ້ມູນ ແລະ ເປັນບ່ອນອີງໃຫ້ແກ່ການປັບປຸງບັນດາເນື້ອໃນດັ່ງກ່າວໃຫ້ມີຄວາມຮັດກຸມ, ສອດຄ່ອງກັບແຜນການ, ພາລະບົດບາດ, ສິດ ແລະ ໜ້າທີ່ ຕາມຫຼັກການ, ລະບຽບ, ກົດໝາຍ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ສໍາເລັດຕາມຄາດໝາຍທີ່ວາງໄວ້.

ຕອນທ້າຍຂອງກອງປະຊຸມ ປະທານກອງປະຊຸມໄດ້ໂອ້ລົມເນັ້ນໜັກຕື່ມ ແລະ ຍັງຮຽກຮ້ອງໃຫ້ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ກໍ່ຄືສະມາຊິກສະພາປະຊາຊົນແຂວງ ເອົາໃຈໃສ່ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ໃນການເຄື່ອນໄຫວ ຈັດຕັ້ງປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່, ການປະຕິບັດພາລະບົດບາດ ໃນການຕິດຕາມກວດກາ ແລະ ເກັບກໍາຂໍ້ມູນສະພາບການຫາງສຽງທີ່ເກີດຂຶ້ນໃນສັງຄົມ ເພື່ອຮັບປະກັນໃຫ້ມະຕິກອງປະຊຸມໃນຄັ້ງນີ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດ; ຮຽກຮ້ອງມາຍັງທຸກພາກສ່ວນໃຫ້ການຮ່ວມມື ແລະ ເອົາໃຈໃສ່ປະກອບສ່ວນ ເປັນເຈົ້າການໃນການຈັດຕັ້ງປະຕິບັດ ບັນດາມະຕິກອງປະຊຸມຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຜົ້ງສາລີ ໃຫ້ມີຜົນສໍາເລັດຕາມຈຸດປະສົງທີ່ວາງໄວ້.

ພາບ-ຂ່າວ: ສູນທອງ