
ຕອນເຊົ້າຂອງວັນທີ 22 ທັນວາ 2025 ນີ້ ຢູ່ທີ່ສະໂມສອນຂອງແຂວງ ໄດ້ເປີດກອງປະຊຸມຄົບຄະນະ ປະຈໍາປີ 2025 ແລະ ວາງທິດທາງແຜນການປະຈໍາປີ 2026 ຂອງ 3 ຄະນະກໍາມະການຄື: ຄະນະກໍາມະການເສດຖະກິດ,ແຜນການ ແລະ ການເງິນ; ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ແລະ ຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນແຂວງຫລວງນໍ້າທາ,ໂດຍການເປັນປະທານຂອງ ທ່ານ ຄຳພອນ ເຕີ່ນຈະເລີນ, ຄະນະປະຈຳສະພາປະຊາຊົນແຂວງ, ປະທານຄະນະເສດຖະກິດ,ແຜນການ ແລະ ການເງິນ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານຄະນະປະຈຳສະພາປະຊາຊົນແຂວງ, ກຳມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ ພ້ອມທັງແຂກຖຶກເຊີນເຂົ້າຮ່ວມທັງໝົດ 90 ກວ່າທ່ານ.


ໃນກອງປະຊຸມໄດ້ຮັບຟັງການຜ່ານບົດສະຫລຸບການເຄື່ອນໄຫວວຽກປະຈຳປີ 2025 ຂອງ 3 ຄະນະກໍາມະການ ເຊິ່ງໃນໄລຍະໜຶ່ງປີທີ່ຜ່ານມາ 3 ຄະນະກໍາມະການ ສະພາປະຊາຊົນແຂວງ ເອົາໃຈໃສ່ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ເປັນເສນາທິການໃຫ້ແກ່ສະພາປະຊາຊົນແຂວງ ແລະ ຄະນະປະຈໍາສະພາປະຊາຊົນແຂວງ ໃນປະຕິບັດພາລະບົດບາດດ້ານນິຕິກໍາ, ການຕົກລົງບັນຫາສໍາຄັນພື້ນຖານຂອງແຂວງ ແລະ ການຕິດຕາມກວດກາ ເຫັນວ່າມີຜົນສໍາເລັດຕາມແຜນການທີ່ກຳນົດໄວ້ ແລະ ວຽກງານທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງໃນຕໍ່ໜ້າ ເປັນຕົ້ນ: ການເປັນເສນາທິການດ້ານການຄົ້ນຄວ້າ, ວິເຄາະວິໄຈຂໍ້ມູນ, ການຕິດຕາມກວດກາ ແລະ ການແກ້ໄຂຄໍາຮ້ອງທຸກຂອງພົນລະເມືອງ ໃຫ້ມີຄຸນນະພາບສູງຂຶ້ນ.
ໃນຕອນທ້າຍກອງປະຊຸມໄດ້ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາມະຕິ ວ່າດ້ວຍການຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2025 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2026 ຂອງສາມຄະນະກຳມະການສະພາປະຊາຊົນແຂວງ ຊຸດທີ IV

ໃນຕອນທ້າຍກອງປະຊຸມໄດ້ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາມະຕິ ວ່າດ້ວຍການຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2025 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2026 ຂອງສາມຄະນະກຳມະການສະພາປະຊາຊົນແຂວງ ຊຸດທີ IV
ໂດຍ ນາງ ອຳພອນ ສີປະເສີດ

