
ເພື່ອເປັນການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວ ຂອງຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ຂອງສະພາປະຊາຊົນແຂວງອຸດົມໄຊ (ສພຂ) ໃນໄລຍະໜຶ່ງປີຜ່ານມາ, ຕອນເຊົ້າຂອງວັນທີ 31 ກຸມພາ 2023 ທີ່ຫ້ອງປະຊຸມຫ້ອງວ່າການແຂວງອຸດົມໄຊ ໄດ້ຈັດກອງປະຊຸມຄົບຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ຂອງສະພາປະຊາຊົນແຂວງ ໂດຍການເປັນປະທານຂອງທ່ານ ທອງໄຊ ທໍ່ຈົງເລ່ຍຈີ ຄະນະປະຈໍາ, ປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ (ສພຂ), ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງ ຜູ້ຊີ້ນໍາວຽກງານ ເສດຖະກິດ, ແຜນການ ແລະ ການເງິນ ຂອງສະພາປະຊາຊົນແຂວງ, ມີບັນດາກໍາມະການຂອງຄະນະກໍາການ, ຫົວໜ້າ/ຮອງຫົວໜ້າພະແນກການ-ອົງການທີ່ກ່ຽວຂ້ອງ, ຄະນະຮັບຜິດຊອບ ແລະ ຂະແໜງຊ່ວຍວຽກຂອງຄະນະກໍາມະການເຂົ້າຮ່ວມ.




ຕອນທ້າຍ, ທ່ານ ຮອງປະທານສະພາປະຊາຊົນແຂວງອຸດົມໄຊ ຍັງໄດ້ມີຄໍາຄິດຄໍາເຫັນໂອລົມ ຕໍ່ກອງປະຊຸມ, ກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍຕໍ່ ຜົນງານຂອງຄະນະກໍາມະການທີ່ຍາດມາໄດ້ ແລະ ຄະນະຮັບຜິດຊອບ ໃນການກະກຽມກອງປະຊຸມ ພ້ອມນັ້ນ, ທ່ານຍັງໄດ້ມີຄໍາເຫັນເພີ່ມຕື່ມເປັນຕົ້ນ: ເພີ່ມທະວີການຄົ້ນຄວ້າ, ກໍາແໜ້ນລັດຖະທໍາມະໜູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍຂອງຂົງເຂດເສດຖະກິດ ຢ່າງເຂັ້ມງວດກວ່າເກົ່າ; ສ້າງແຜນ ການລົງຕິດຕາມກວດກາ ໃນການຈັດຕັ້ງປະຕິບັດຕາມມະຕິ ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ ທີ່ໄດ້ຮັບຮອງເອົາ, ຕິດຕາມກວດກາຕາມຄໍາຮ້ອງທຸກ, ຫາງສຽງຂອງສັງ ຄົມ ແລະ ໂຄງການຕ່າງໆ ທີ່ຖືກຜົນກະທົບຕໍ່ປະຊາຊົນບັນດາເຜົ່າ ພ້ອມນັ້ນ, ຄະນະກໍາມະການ ຕ້ອງໄດ້ປະສານສົມທົບກັບພະແນກການ, ຂະແໜງການທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າບັນຫາຫຍຸ້ງຍາກຮ່ວມກັນ ແລ້ວມອບໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂ ຕາມພາລະບົດບາດ ໃຫ້ທັນກັບເວລາ; ເຂົ້າຮ່ວມແຕ່ຫົວທີ ໃນການສ້າງ ແລະ ປັງປຸງ ນິຕິກໍາຕ່າງໆ, ຄົ້ນຄວ້າປະກອບຄໍາຄິດ ຄໍາເຫັນໃສ່ ຢ່າງມີຈຸດສຸມ ແລະ ຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ; ຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ກັບ ສະມາຊິກສະພາປະຊາ ຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ຕ້ອງໄດ້ປະສານສົມທົບກັນ ເປັນປົກກະຕິ ມີບັນຫາໃດຫຍຸ້ງຍາກ ພ້ອມກັນຄົ້ນຄວ້າແກ້ໄຂດ້ວຍດີ ແລະ ສືຕໍ່ປະຕິບັດຕາມແຜນຈຸດສຸມ ປະຈໍາປີ 2023 ແລະ ປະຕິບັດຕາມພາລະບົດບາດຂອງຕົນ ພ້ອມນັ້ນ, ເພີ່ມທະວີ ຄວາມສາມັກຄີກັນ ເປັນຈິດໜຶ່ງໃຈດຽວ ໃຫ້ດີຂຶ້ນກວ່າເກົ່າ.

ພາບ: ແຂກ ເພັດໜູພັນ/ຂ່າວ: ສີແຫວງ ສີບຸນເຮືອງ