(ສພຊ) – ກອງປະຊຸມຄົບຄະນະຂອງກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສຊ) ປະຈໍາປີ 2025 ໄດ້ຈັດຂຶ້ນເມື່ອວັນທີ 1 ພະຈິກຜ່ານມາ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ສຸບັນ ສະວະບຸດ ກໍາມະການຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ), ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ເຂົ້າຮ່ວມມີທ່ານ ຄຳໃບ ດຳລັດ ຮອງປະທານຄະນະປະຈຳສະພາແຫ່ງຊາດ, ບັນດາທ່ານເລຂາທິການ ແລະ ຮອງເລຂາທິການສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ທີ່ເປັນກຳມະການສັງກັດ ກວສຊ ແລະ ແຂກຖືກເຊີນ; ຈຸດປະສົງເພື່ອສະຫຼຸບຕີລາຄາການເຄື່ອນໄຫວວຽກງານ 5 ປີ (2021-2025), ປີ 2025 ແລະ ກຳນົດທິດທາງແຜນການເຄື່ອນໄຫວແຕ່ນີ້ຫາກອງປະຊຸມຄັ້ງປະຖົມມະລືກຂອງ ສພຊ ຊຸດທີ X ແລະ ປຶກສາຫາລື, ແລກປ່ຽນຄໍາເຫັນບາງວຽກງານທີ່ຈໍາເປັນ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງກໍາມາທິການ.

ກອງປະຊຸມໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ແລະ ບົດສະເໜີການສ້າງຮ່າງມະຕິຂອງຄະນະປະຈຳສະພາປະຊາຊົນຂັ້ນແຂວງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈຳເຂດເລືອກຕັ້ງເມືອງ; ຈາກນັ້ນ, ໄດ້ພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນຢ່າງມີຈຸດສຸມ ແລະ ເລິກເຊິ່ງ ເພື່ອເປັນພື້ນຖານໃຫ້ ກວສຊ ນໍາໄປຄົ້ນຄວ້າ ແລະ ສະເໜີ ຄປຈສພຊ ມີທິດຊີ້ນໍາ ແນໃສ່ປັບປຸງຄຸນນະພາບ, ສ້າງຄວາມເຂັ້ມແຂງ ກໍຄືເຮັດໃຫ້ລະບົບກົງຈັກຂອງ ສພຊ, ສະພາປະຊາຊົນຂັ້ນແຂວງ (ສພຂ) ໃນສະເພາະໜ້າ ແລະ ຍາວນານ ມີປະສິດທິພາບ, ປະສິດທິຜົນສູງຂຶ້ນເລື້ອຍໆ.

ທ່ານ ຄໍາໃບ ດໍາລັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ ແລະ ເຫັນດີເອກະພາບໂດຍພື້ນຖານຕໍ່ການກຳນົດແຜນວຽກຈຸດສຸມໃນແຕ່ລະດ້ານຂອງກຳມາທິການ ພ້ອມທັງເນັ້ນໜັກໃຫ້ຄົ້ນຄວ້າ ແລະ ກຳນົດໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງ ສພຊ ແລະ ສພຂ ຢ່າງເໝາະສົມ; ເອົາໃຈໃສ່ຕິດຕາມ, ຊຸກຍູ້ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະສະມາຊິກສະພາແຫ່ງຊາດ; ສືບຕໍ່ຜັນຂະຫຍາຍບັນດາກົດໝາຍທີ່ຕິດພັນກັບພາລະບົດບາດຂອງກໍາມາທິການ ມາເປັນນິຕິກໍາຂອງຄະນະປະຈໍາສະພາແຫ່ງຊາດ; ເອົາໃຈໃສ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ກະກຽມວຽກງານຮອບດ້ານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ເປັນຕົ້ນ: ເອກະສານ, ນິຕິກຳຕ່າງໆ ຮັບໃຊ້ແກ່ການເລືອກຕັ້ງ, ການກຳນົດຈຳນວນ ສສຊ ແລະ ສສຂ, ຈຳນວນຜູ້ລົງສະໝັກ, ສັດສ່ວນຈາກແຕ່ລະຂົງເຂດ, ເຜົ່າ, ເພດ ແລະ ອື່ນໆ; ເປັນເຈົ້າການປະສານສົມທົບກັບບັນດາອະນຸກໍາມະການຂອງຄະນະກໍາມະການເລືອກຕັ້ງລະດັບຊາດ (ຄລຊ) ແລະ ຈັດຕັ້ງປະຕິບັດຕາມແຜນການຂອງ ຄປຈສພຊ ແລະ ແຜນດໍາເນີນງານຂອງ ຄລຊ ເພື່ອກະກຽມ ແລະ ດໍາເນີນການເລືອກຕັ້ງ; ເອົາໃຈໃສ່ກະກຽມຮອບດ້ານ, ເປັນເຈົ້າການ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃຫ້ແກ່ການດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງ ສພຊ ຊຸດທີ X ສພຂ ຊຸດທີ V ຢ່າງມີປະສິດທິພາບ.
(ນາງ ອາລິນ ສຸພິມມະປະດິດ)

