ກອງປະຊຸມຄົບຄະນະ ກມຍທ

ຕ.ລ. 30, 2025

(ສພຊ) – ກອງປະຊຸມຄົບຄະນະກຳມາທິການຍຸຕິທຳ (ກມຍທ) ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນອາທິດທີ 26 ຕຸລາຜ່ານມາ ທີ່ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການຍຸຕິທຳ; ມີທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ (ສພຊ), ບັນດາທ່ານປະທານ ແລະ ຮອງປະທານກຳມາທິການ ສພຊ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ຮອງປະທານສານປະຊາຊົນສູງສຸດ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານອົງການກວດກາແຫ່ງລັດ, ປະທານສານທະຫານຂັ້ນສູງ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ປະທານສະພາທະນາຍຄວາມ, ສະມາຊິກສະພາແຫ່ງຊາດທີ່ເປັນກຳມະການຂອງ ກມຍທ, ຄະນະກົມ, ຄະນະພະແນກ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ແລະ ບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງກໍາມາທິການຍຸຕິທໍາ ແລະ ທິດທາງແຜນວຽກຈຸດສຸມ 5 ປີ (2026-2030) ກ່ຽວກັບວຽກງານຍຸຕິທໍາ; ຮັບຟັງຮ່າງບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2021-2025), ທິດທາງແຜນການ 5 ປີຕໍ່ໜ້າ, ປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ທີ່ຈະນໍາສະເໜີຕໍ່ກອງປະຊຸມສະໄໝສະມັນເທື່ອທີ 10 ຂອງສະພາແຫ່ງຊາດ; ການປະກອບຄໍາເຫັນຈາກກະຊວງຍຸຕິທໍາ, ກະຊວງປ້ອງກັນຄວາມສະຫງົບ, ອົງການບໍລິຫານລັດ (ຫສນຍ) ແລະ ອົງການກວດກາແຫ່ງລັດ ກ່ຽວກັບການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ແລະ ການແກ້ໄຂຄໍາສະເໜີ ໃນຂອບເຂດຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.
ບັນດາຜູ້ແທນກອງປະຊຸມ ໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນຢ່າງມີຈຸດສຸມ ແລະ ເລິກເຊິ່ງ ເພື່ອເປັນພື້ນຖານໃຫ້ກຳມາທິການຍຸຕິທໍາ ນໍາໄປຄົ້ນຄວ້າ, ປັບປຸງບັນດາເອກະສານຂອງກອງປະຊຸມຄັ້ງນີ້ ໃຫ້ຄົບຖ້ວນ, ຖືກຕ້ອງກັບສະພາບຄວາມເປັນຈິງ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ.
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດໃນການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ແລະ ການກຳນົດທິດທາງໃນຕໍ່ໜ້າຂອງແຕ່ລະພາກສ່ວນ ທັງມີບາງຄໍາເຫັນເນັ້ນໜັກໃຫ້ສືບຕໍ່ປັບປຸງບົດສະຫຼຸບ ແລະ ທິດທາງແຜນການປະຈໍາປີ, 5 ປີ ຂອງກໍາມາທິການຍຸຕິທໍາ ກໍຄືບົດສະຫຼຸບ ແລະ ທິດທາງແຜນການ 5 ປີ ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໃຫ້ມີຄວາມຄົບຖ້ວນສົມບູນ, ຈະແຈ້ງ ແລະ ຮັດກຸມຕື່ມ ເພື່ອກຽມຄວາມພ້ອມຮອບດ້ານໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX; ເພີ່ມທະວີການປະສານສົມທົບລະຫວ່າງກໍາມາທິການຍຸຕິທໍາ ກັບ ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ໃນການປັບປຸງຂໍ້ຕົກລົງຮ່ວມ ເພື່ອເປັນບ່ອນອີງໃຫ້ແກ່ການຄົ້ນຄວ້າແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ ໃຫ້ເປັນລະບົບ ແລະ ມີຄວາມເປັນເອກະພາບສູງ ທັງປັບປຸງກົນໄກ, ແບບແຜນວິທີເຮັດວຽກລະຫວ່າງພາກສ່ວນທີ່ກ່ຽວຂ້ອງ ໃນການພິຈາລະນາແກ້ໄຂຄໍາຮ້ອງທຸກຂອງປະຊາຊົນ ໃຫ້ມີຄວາມໂລ່ລ່ຽນ, ວ່ອງໄວ, ຮັບປະກັນໃຫ້ການແກ້ໄຂຄະດີ ມີຄວາມຄົບຖ້ວນ, ຮອບດ້ານ, ພາວະວິໄສ, ຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບຄວາມເປັນຈິງ, ຮັບປະກັນຄວາມຍຸຕິທໍາໃນສັງຄົມ.

(ນາງ ກຸກກິກ ບຸດດາໄຊ)