(ສພຊ) – ກອງປະຊຸມຄົບຄະນະກໍາມາທິການແຜນການ, ການເງິນ ແລະ ການກວດສອບ (ກຜງສ) ປະຈຳປີ 2025 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 17 ຕຸລານີ້ ທີ່ສະພາແຫ່ງຊາດ (ສພຊ) ພາຍໃຕ້ການເປັນປະທານຂອງທ່ານ ປອ. ລີເບີ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ໂດຍການເຂົ້າຮ່ວມຂອງທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາທ່ານປະທານ-ຮອງປະທານກຳມາທິການຂອງ ສພຊ, ບັນດາທ່ານກໍາມະການຂອງ ກຜງສ ຈາກເຂດເລືອກຕັ້ງທົ່ວປະເທດ ພ້ອມດ້ວຍທ່ານຮອງລັດຖະມົນຕີກະຊວງການເງິນ, ທ່ານຮອງປະທານອົງການກວດກາແຫ່ງລັດ, ທ່ານຮອງປະທານອົງການກວດສອບແຫ່ງລັດ, ທ່ານຮອງຜູ້ວ່າການທະນາຄານແຫ່ງ ສປປລາວ ແລະ ແຂກຖືກເຊີນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຕົ້ນຕໍຂອງກອງປະຊຸມ ແມ່ນເພື່ອພິຈາລະນາ ແລະ ຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2025 ແລະ ປະຈໍາໄລຍະ 5 ປີ (2021-2025) ຂອງກໍາມາທິການແຜນການ, ການເງິນ ແລະ ການກວດສອບ; ຮັບຟັງການລາຍງານຂອງກະຊວງການເງິນ, ທະນາຄານແຫ່ງ ສປປລາວ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ພ້ອມທັງຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄຳເຫັນໃສ່ບັນດາເອກະສານສຳຄັນຂອງຊາດດັ່ງກ່າວ ທີ່ລັດຖະບານໄດ້ຈັດຕັ້ງປະຕິບັດຜ່ານມາຕາມມະຕິກອງປະຊຸມສະພາແຫ່ງຊາດ ເປັນຕົ້ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ, ແຜນການກວດສອບ, ແຜນການກວດກາ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ປະຈໍາປີ 2025 ແລະ ໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອກະກຽມເນື້ອໃນໃຫ້ແກ່ວາລະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຊຸດທີ IX. ພ້ອມດຽວກັນນີ້, ຍັງໄດ້ປຶກສາຫາລືແລກປ່ຽນຄໍາເຫັນຮ່ວມກັນ ເພື່ອຊອກຫາວິທີແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ສຳເລັດຕາມແຜນການ.
ບັນດາຜູ້ແທນໄດ້ເຊີດຊູຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ສົນທະນາແລກປ່ຽນຄຳຄິດຄຳເຫັນຢ່າງກວ້າງຂວາງ ແລະ ເລິກເຊິ່ງ ເພື່ອຊອກໃຫ້ເຫັນຜົນສໍາເລັດຂອງການປະຕິບັດໜ້າທີ່ຂອງກໍາມະການຂອງກໍາມາທິການ ໃນການປະຕິບັດ 3 ພາລະບົດບາດ: ດ້ານນິຕິບັນຍັດ, ດ້ານຕົກລົງບັນຫາສໍາຄັນພື້ນຖານຂອງຂອງປະເທດຊາດ ແລະ ດ້ານການຕິດຕາມກວດກາ; ຕີລາຄາສາເຫດທີ່ພາໃຫ້ມີຜົນສໍາເລັດ, ຂໍ້ຄົງຄ້າງ ແລະ ຮ່ວມກັນຄົ້ນຄວ້ານຳສະເໜີວິທີແກ້ໄຂ ທັງໃນສະເພາະໜ້າ ແລະ ຍາວນານ ແນໃສ່ຮັບປະກັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສ້າງສະຖຽນລະພາບທາງດ້ານການເງິນ-ເງິນຕາຂອງຊາດ ໃຫ້ໝັ້ນຄົງ, ປະກອບສ່ວນຍົກສູງຄຸນນະພາບ ແລະ ປະສິດທິຜົນໃນການປະຕິບັດໜ້າທີ່ເປັນຕົວແທນຂອງປະຊາຊົນ ໃຫ້ນັບມື້ສູງຂຶ້ນ.
ໃນໂອກາດດັ່ງກ່າວ, ທ່ານ ສົມມາດ ພົລເສນາ ໄດ້ມີຄຳເຫັນໂອ້ລົມ ເຊິ່ງໄດ້ຕີລາຄາສູງຕໍ່ຜົນສຳເລັດທີ່ກໍາມະການຂອງກຳມາທິການແຜນການ, ການເງິນ ແລະ ການກວດສອບ ຍາດມາໄດ້ໃນການປະຕິບັດພາລະບົດບາດຂອງຕົນໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ກຳມາທິການ ສືບຕໍ່ຍົກສູງບົດບາດໃນການຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ, ການກວດສອບ, ການກວດກາ ໂດຍສະເພາະການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເລິກເຊິ່ງ ແລະ ເຂັ້ມງວດກວ່າເກົ່າ; ເອົາໃຈໃສ່ຄົ້ນຄວ້າປະກອບຄຳເຫັນເຂົ້າໃນການສ້າງ ແລະ ປັບປຸງນິຕິກຳທີ່ກ່ຽວຂ້ອງກັບຂົງເຂດເສດຖະກິດ-ການເງິນ ໃຫ້ສອດຄ່ອງກັບສະພາບການຕົວຈິງ ເພື່ອຮັບປະກັນໃຫ້ການບໍລິຫານຈັດການການເງິນ-ງົບປະມານຂອງລັດ ມີຄວາມໂປ່ງໃສ, ເຂັ້ມແຂງ ແລະ ສ້າງສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ໃຫ້ມີການຂະຫຍາຍຕົວຢ່າງໝັ້ນທ່ຽງ ແລະ ມີຄວາມຍືນຍົງ.
ກອງປະຊຸມຄົບຄະນະ ກຜງສ ປະຈຳປີ 2025
