(ສພຊ) – ກອງປະຊຸມຄົບຄະນະກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ກປຊສ) ປະຈຳປີ 2025 ໄດ້ຈັດເມື່ອວັນທີ 27 ຕຸລາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໂດຍການເປັນປະທານຂອງທ່ານ ພົຕ. ປອ. ວົງສັກ ພັນທະວົງ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີທ່ານ ພົທ. ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ບັນດາປະທານ-ຮອງປະທານກຳມາທິການ ສພຊ, ສະມາຊິກສະພາແຫ່ງຊາດທີ່ເປັນກຳມະການສັງກັດ ກປຊສ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນສະຫງົບ, ຮອງປະທານສະຫະພັນນັກຮົບເກົ່າລາວ, ຫົວໜ້າຫ້ອງການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ສູນກາງ, ຕາງໜ້າກອງບັນຊາການທະຫານນະຄອນຫຼວງວຽງຈັນ ແລະ ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະກົມ, ຄະ ນະພະແນກ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການຮອດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X; ລາຍງານກ່ຽວກັບຜົນໄດ້ຮັບ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງກຳລັງ ປກຊ; ລາຍງານກ່ຽວກັບມາດຕະການສະກັດກັ້ນ ແລະ ການແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມປັດຈຸບັນ ເປັນຕົ້ນ: ບັນຫາຢາເສບຕິດ, ການປຸ້ນຈີ້, ຊີງຊັບ, ຄາດຕະກຳ, ຄ້າມະນຸດ, ສໍ້ໂກງຊັບ, ຫາງສຽງວິພາກວິຈານທາງບໍ່ດີຕາມສື່ອອນລາຍ ທີ່ພົວພັນເຖິງການປະຕິບັດໜ້າທີ່ຂອງກຳລັງ ປກສ; ລາຍງານການຍົກສູງບົດບາດຂອງນັກຮົບເກົ່າ ໃນການເປັນແບບຢ່າງຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງານຂອງພັກ, ຂອງກໍາລັງປະກອບອາວຸດປະຕິວັດ ຕິດພັນກັບວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມຄົ້ນຄວ້າ, ປຶກສາຫາລືຮ່ວມກັນ ເພື່ອຕີລາຄາບັນຫາທີ່ຕັ້ງຂຶ້ນໃຫ້ຊັດເຈນ ແລະ ເພື່ອວາງມາດຕະການແກ້ໄຂໃຫ້ຖືກຕ້ອງ ໂດຍຄົ້ນຄວ້າສ້າງເປັນມະຕິ ແລະ ຮັບຮອງເອົາໃນກອງປະຊຸມຄົບຄະນະຢ່າງເປັນເອກະສັນ.
ທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນການເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ ກໍຄືຄະນະປະຈຳສະພາແຫ່ງຊາດ ຈັດຕັ້ງປະຕິບັດ 3 ພາລະບົດບາດ; ສະແດງຄວາມຊົມເຊີຍຕໍ່ວຽກງານທີ່ຜູ້ຕາງໜ້າກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະພັນນົກຮົບເກົ່າລາວ ໄດ້ລາຍງານ. ພ້ອມນັ້ນ, ກໍໄດ້ເນັ້ນໜັກໃຫ້ເພີ່ມທະວີການຊີ້ນຳ-ນຳພາຢ່າງຮອບດ້ານ ໃນການສ້າງເງື່ອນໄຂ ກໍຄືສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອເຮັດໃຫ້ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະກຳມະການ ປກຊ-ປກສ ແລະ ຍຸຕິທຳ ຂອງສະພາປະຊາຊົນຂັ້ນແຂວງ ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີຄວາມຊຳນານ, ສາມາດເຮັດລ້ອນໜ້າທີ່ໃນການເປັນເສນາທິການໄດ້ຢ່າງມີຄຸນນະພາບ ແລະ ປະສິດທິຜົນສູງ; ເອົາໃຈໃສ່ປະກອບບຸກຄະລາກອນທີ່ມີຄຸນນະພາບ ທັງຈັດຕັ້ງປະຕິບັດນະໂຍບາຍຕາມກົດໝາຍ ແລະ ລະບຽບຂອງ 2 ກຳລັງ; ຄັດເລືອກບຸກຄະລາກອນເພື່ອລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແຕ່ຫົວທີ; ສ້າງນິຕິກຳສະເພາະ ເພື່ອຈັດຕັ້ງປະຕິບັດເປັນເອກະພາບໃນການປະຕິບັດນະໂຍບາຍຕໍ່ພະນັກງານນັກຮົບທີ່ມາປະຈຳການຢູ່ສະພາ ຕ້ອງໄດ້ກຳນົດຢ່າງລະອຽດຈະແຈ້ງ.
(ນາງ ກຸກກິກ ບຸດດາໄຊ)

