(ສພຊ) - ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ໄຂຂຶ້ນໃນວັນຈັນທີ 24 ພະຈິກນີ້ ທີ່ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໂດຍການເຂົ້າຮ່ວມຂອງບັນດາສະຫາຍກໍາມະການສູນກາງພັກ, ເລຂາພັກກະຊວງ, ອົງການ, ນະຄອນຫຼວງ ແລະ ແຂວງ.
ກອງປະຊຸມໄດ້ຕີລາຄາວ່າ ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງຕໍ່ເນື່ອງ, ສັບສົນ ແລະ ຄາດຄະເນໄດ້ຍາກ ຄືປັດຈຸບັນນີ້, ແຕ່ຄະນະບໍລິຫານງານສູນກາງພັກ ກໍໄດ້ສຸມໃສ່ນຳພາ-ຊີ້ນຳຢ່າງເອົາຈິງເອົາຈັງໃນການແກ້ໄຂບັນຫາເຄັ່ງຮ້ອນຂອງປະເທດ ໂດຍສະເພາະແມ່ນການແກ້ໄຂບັນດາປັດໄຈສ່ຽງທີ່ຈະສົ່ງຜົນກະທົບຕໍ່ສະພາບເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ; ພ້ອມນີ້, ຍັງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ແກ້ໄຂຜົນກະທົບຈາກໄພພິບັດທຳມະຊາດ, ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ສ້າງໄດ້ການຫັນປ່ຽນທີ່ຕັ້ງໜ້າ ແລະ ທ່ວງທ່າທີ່ດີ ໃຫ້ແກ່ການສືບຕໍ່ພັດທະນາປະເທດຊາດໃຫ້ໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ.
ກອງປະຊຸມຄັ້ງນີ້ ໄດ້ດຳເນີນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ພວມສຸມໃສ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທ້າຍສະໄໝ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ, ນະຄອນຫຼວງ ແລະ ແຂວງ; ການກະກຽມຄວາມພ້ອມໃນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ105 ປີ ຢ່າງເປັນຂະບວນຟົດຟື້ນ, ກວ້າງຂວາງ ເພື່ອຍູ້ຂະບວນການກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງໜັກແໜ້ນ.
ກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ເປັນເອກະພາບ ແລະ ຮັບຮອງເອົາບັນດາເນື້ອໃນເອກະສານສຳຄັນ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XII ເປັນຕົ້ນແມ່ນ: ໂຄງການການເມືອງຂອງພັກ ສະບັບທີ 3, ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແລະ ກົດລະບຽບຂອງພັກສະບັບປັບປຸງ; ພ້ອມກັນນີ້, ຍັງຈະໄດ້ພ້ອມກັນດໍາເນີນຊີວິດການເມືອງທ້າຍສະໄໝ ເພື່ອສໍາຫຼວດກວດກາການນຳພາລວມຂອງໝູ່ຄະນະ ແລະ ຄວາມຮັບຜິດຊອບການເມືອງຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກ.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂດຍເນັ້ນໜັກວ່າ: ບັນດາເນື້ອໃນດັ່ງກ່າວນັ້ນ ລ້ວນແຕ່ເປັນບັນຫາສໍາຄັນທີ່ມີລັກສະນະຍຸດທະສາດຂອງພັກເຮົາ ທີ່ຈະນຳເຂົ້າຜ່ານ ແລະ ຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026 ເຊິ່ງຈະເປັນບ່ອນອີງ ແລະ ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ການນໍາພາ-ຊີ້ນຳວຽກງານຂອງພັກ-ລັດໃນຊຸມປີຕໍ່ໜ້າ; ຜ່ານມາ ພວກເຮົາກໍໄດ້ຄົ້ນຄວ້າ ແລະ ປະກອບຄຳເຫັນຫຼາຍຄັ້ງແລ້ວ ຈຶ່ງສະເໜີໃຫ້ບັນດາສະຫາຍຄະນະບໍລິຫານງານສູນກາງພັກ ຕ້ອງໄດ້ສຸມໃສ່ຄົ້ນຄວ້າ, ໃຫ້ຄໍາເຫັນ, ໃຫ້ທິດຕໍ່ແຕ່ລະວຽກ ໃຫ້ເລິກເຊິ່ງຕື່ມ, ພາວະວິໄສ ແລະ ເຈາະຈົງໃສ່ບັນຫາທີ່ຕັ້ງຂຶ້ນ ແລະ ອອກຄໍາເຫັນໃຫ້ເລິກເຊິ່ງ ແລະ ຖືກຈຸດ ເພື່ອງ່າຍໃຫ້ແກ່ການສະຫຼຸບສັງລວມ, ງ່າຍໃຫ້ແກ່ການປັບປຸງເອກະສານ ແລະ ຖືກກັບຈຸດທີ່ຢາກໄດ້, ຢາກແກ້ໄຂແທ້ໆ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ໄດ້ຮັບຜົນສຳເລັດຕາມແຜນທີ່ວາງໄວ້.
ກອງປະຊຸມຈະດໍາເນີນເປັນເວລາ 4 ວັນ ຈຶ່ງຈະປິດລົງ.
ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ
