
ກອງປະຊຸມຄົບຄະນະຂອງ 3 ຄະນະກຳມະການ ສະພາປະຊາຊົນແຂວງ ປະຈໍາປີ 2023 ໄດ້ຈັດຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 8 ມັງກອນ 2024 ຢູ່ທີ່ສະໂມສອນແຂວງ; ໂດຍມີ ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີ 3 ປະທານຄະນະກຳມະການ, ສະມາຊິກສະພາປະຊາຊົນແຂວງທີ່ເປັນກໍາມະການຂອງ 3 ຄະນະກຳມະການຄື: ຄະນະກຳມະການ ວັດທະນະທໍາສັງຄົມ ແລະ ບັນດາເຜົ່າ; ຄະນະກຳມະການ ຍຸຕິທໍາ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຄະນະກຳມະການ ເສດຖະກິດ, ແຜນການ ແລະ ການເງິນ ພ້ອມດ້ວຍແຂກເຊີນຈາກພະແນກການ, ອົງການອ້ອມຂ້າງແຂວງ ເຂົ້າຮ່ວມ.



ກອງປະຊຸມ, ທ່ານ ຄໍາມະນີ ໄຊດວງຕາ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4, ປະທານຄະນະກຳມະການ ວັດທະນະທໍາສັງຄົມ ແລະ ບັນດາເຜົ່າ ໄດ້ຕາງໜ້າ 3 ຄະນະກໍາມະການ ຜ່ານຮ່າງບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ຂອງ 3 ຄະນະກໍາມະການສະພາປະຊາຊົນແຂວງ ແລະ ໄດ້ຮັບຟັງການລາຍງານໂດຍຫຍໍ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ; ການເຄື່ອນໄຫວວຽກງານປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ຂອງອົງການກວດສອບປະຈໍາພາກເໜືອ 2 ແລະ ຜົນກວດສອບບົດສະຫຼຸບຂາດຕົວງົບປະມານແຫ່ງລັດ ປະຈຳປີ 2022 ຂອງແຂວງອຸດົມໄຊ; ການຈັດຕັ້ງປະຕິບັດວຽກງານກວດກາລັດ ປະຈໍາປີ 2023 ແລະ ທິດທາງແຜນການປະຈຳປີ 2024; ລາຍງານກ່ຽວກັບການເປີດປີທ່ອງທ່ຽວແຂວງອຸດົມໄຊ ປີ 2024; ລາຍງານກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ປະຈຳປີ 2023 ແລະ ທິດທາງແຜນການປີ 2024; ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ; ການຈັດຕັ້ງປະຕິບັດວຽກງານຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ປະຈຳປີ 2023, ທິດທາງແຜນການປີ 2024.



ຫລັງຈາກນັ້ນ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ແລະ ຜູ້ແທນກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງ ແລະ ມີຈຸດສຸມ ເພື່ອເຮັດໃຫ້ເນື້ອໃນຕ່າງໆທີ່ເຂົ້າຜ່ານຄົບຖ້ວນ, ສົມບູນຂຶ້ນກວ່າເກົ່າ.
