(ສພຊ) – ວັນທີ 10-11 ຕຸລານີ້ ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມຄົບຄະນະຂອງກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ປະຈຳປີ 2025 ໂດຍການເປັນປະທານຂອງທ່ານ ນາງ ປິ່ງຄໍາ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ; ເຂົ້້າຮ່ວມມີທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ບັນດາທ່ານປະທານ-ຮອງປະທານກໍາມາທິການ ແລະ ຄະນະເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ, ປະທານ ແລະ ຮອງປະທານສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາແຫ່ງຊາດທີ່ເປັນກຳມະການຂອງ ກສຕສ ໃນຂອບເຂດທົ່ວປະເທດ ແລະ ແຂກຖືກເຊີນ.
ທ່ານ ນາງ ປິ່ງຄຳ ລາຊະສິມມາ ໄດ້ກ່າວວ່າ: ກອງປະຊຸມຄົບຄະນະຂອງກໍາມາທິການຄັ້ງນີ້ ຈຸດປະສົງແມ່ນເພື່ອພ້ອມກັນຄົ້ນຄວ້າ, ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ແລະ ຕີລາຄາຄືນ ຕໍ່ການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນທີ່ເກີດຂຶ້ນໃນສັງຄົມ ຕິດພັນກັບວຽກງານໃນຂົງເຂດເສດຖະກິດທີ່ຢູ່ໃນຄວາມຮັບຜິດຊອບຂອງກໍາມາທິການ; ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຂອງຂະແໜງການທີ່ກ່ຽວຂ້ອງ ແລະ ວາງແຜນການເຄື່ອນໄຫວວຽກງານໃນຕໍ່ໜ້າ ໃຫ້ມີຄວາມເປັນເອກະພາບກັນ, ຮັບປະກັນການປະຕິບັດວຽກງານເປັນເສນາທິການໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ ກໍຄືວຽກງານຂອງສະພາແຫ່ງຊາດ ມີປະສິດທິພາບ ແລະ ມີປະສິດທິຜົນດີຂຶ້ນ.
ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານປີ 2026, ການເຄື່ອນໄຫວວຽກງານປະຈໍາ 5 ປີ (2021-2025) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ; ຜົນການປະເມີນຄືນໂຄງການຂຸດຄົ້ນແຮ່ທາດ ແລະ ການຫັນໂຄງການທົດລອງ ມາເປັນໂຄງການປົກກະຕິ ຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 133/ສພຊ, ລົງວັນທີ 01 ກໍລະກົດ 2024 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນດ້ານແຮ່ທາດໃນໄລຍະຜ່ານມາ ແລະ ແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ; ການຈັດຕັ້ງປະຕິບັດວຽກງານການເຊົ່າ ແລະ ສໍາປະທານທີ່ດິນ ຂອງບັນດາໂຄງການລົງທຶນໃນຂອບເຂດທົ່ວປະເທດ ທີ່ໄດ້ຮັບການອະນຸມັດຜ່ານມາ ແລະ ທິດທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ; ການຈັດຕັ້ງປະຕິບັດວຽກງານການຂຶ້ນທະບຽນອອກໃບຕາດິນໃນຂອບເຂດທົ່ວປະເທດ ລວມທັງການຈັດຕັ້ງປະຕິບັດມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 57/ຄປຈ, ລົງວັນທີ 31 ພຶດສະພາ 2024 ວ່າດ້ວຍການພິຈາລະນາຮັບຮອງການຮັບຮູ້ສິດນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້.
ບັນດາຜູ້ແທນໄດ້ສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄວ້າ, ສົນທະນາປຶກສາຫາລື, ປະກອບຄວາມເຫັນຢ່າງກົງໄປກົງມາ ໂດຍທຽບໃສ່ພຶດຕິກຳຕົວຈິງໃນສະພາບປັດຈຸບັນທີ່ເກີດຂຶ້ນຢູ່ທ້ອງຖິ່ນ ແລະ ຂະແໜງການຂອງຕົນ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມມີຄວາມຄົບຖ້ວນ, ສົມບູນ ໂດຍສະເພາະບັນດາວຽກສຳຄັນພົ້ນເດັ່ນທີ່ເປັນການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງສົກປີ ແລະ ເປັນທິດທາງແຜນການໃຫ້ພາກສ່ວນກ່ຽວຂ້ອງ ນຳໄປຈັດຕັ້ງປະຕິບັດໃຫ້ມີຄວາມຄືບໜ້າ ແລະ ປະສິດທິຜົນຂຶ້ນຕື່ມ.
ທ່ານ ສົມມາດ ພົລເສນາ ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງທີ່ກໍາມາທິການຍາດມາໄດ້ໃນ 1 ປີ ກໍຄືຕະຫຼອດໄລຍະ 5 ປີຜ່ານມາ ທັງເນັ້ນໜັກໃຫ້ເອົາໃຈໃສ່ໃນການສ້າງ ແລະ ປັບປຸງກົດໝາຍ, ການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ, ການຕິດຕາມກວດກາ, ການສ້າງຄວາມເຂັ້ມແຂງ ລວມທັງການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານ ໃນການຄົ້ນຄວ້າ ແລະ ເຂົ້າຮ່ວມແຕ່ຫົວທີ ເພື່ອຄວາມເປັນເອກະພາບທາງດ້ານເນື້ອໃນ, ຂໍ້ມູນ ແລະ ບັນດາມາດຕະການຕ່າງໆ ໃນການຈັດຕັ້ງປະຕິບັດກົດໝາຍ, ມະຕິ ແລະ ຄຳສັ່ງຕ່າງໆ ຕາມຂົງເຂດຄວາມຮັບຜິດຊອບ ໃຫ້ມີຄວາມຖືກຕ້ອງ, ທັນການ ແລະ ສອດຄ່ອງຕາມກົດໝາຍ.
(ສອນສັກ ວັນວິໄຊ)