ກອງປະຊຸມຄົບຄະນະຂອງກຳມາທິການການຕ່າງປະເທດ

​ພ.ຈ. 3, 2025

(ສພຊ) – ກອງປະຊຸມຄົບຄະນະຂອງກຳມາທິການການຕ່າງປະເທດ (ກຕທ) ປະຈຳປີ 2025 ໄດ້ດຳເນີນໃນວັນທີ 1-2 ພະຈິກຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໂດຍການເປັນປະທານຂອງທ່ານ ສັນຍາ ປຣະເສີດ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການການຕ່າງປະເທດ, ເຂົ້າຮ່ວມມີທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ບັນດາທ່ານປະທານ ແລະ ຮອງປະທານກຳມາທິການ ສພຊ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີກະຊວງການເງິນ, ສະມາຊິກສະພາແຫ່ງຊາດທີ່ເປັນກຳມະການຂອງ ກຕທ; ທ່ານຮອງປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ທ່ານຮອງປະທານຄະນະກຳມະການຮ່ວມມື ລາວ-ຈີນ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ; ນອກນັ້ນ, ຍັງມີຕາງໜ້າສະຖານເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຖາວອນ ຂອງ ສປປລາວ ປະຈຳປະເທດຕ່າງໆ ເຂົ້າຮ່ວມທາງອອນລາຍ.
ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາລື, ພິຈາລະນາ ແລະ ຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ຊຸດທີ IX ປະຈຳປີ 2025 ແລະ ທິດທາງແຜນການປະຈໍາປີ 2026; ການເຄື່ອນໄຫວວຽກງານການຕ່າງປະເທດ ໄລຍະ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຄາດຄະເນທິດທາງແຜນການ 5 ປີ (2026-2030); ຜົນສຳເລັດວຽກງານຕິດຕາມກວດກາໃນຂົງເຂດວຽກງານການຕ່າງປະເທດ ປະຈຳປີ 2025, ຜົນສໍາເລັດຂອງການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 46 ທີ່ປະເທດມາເລເຊຍ; ຮັບຟັງການລາຍງານການເຄື່ອນໄຫວວຽກງານການຕ່າງປະເທດຂອງລັດຖະບານ ປະຈໍາປີ 2025, ສະພາບການສ້າງ ແລະ ການປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ຂອງລັດຖະບານໃນໄລຍະຜ່ານມາ; ບັນຫາພົ້ນເດັ່ນຂອງວຽກງານຊາຍແດນ, ວຽກງານກົງສູນ, ວຽກງານສິດທິມະນຸດ; ສະພາບການຄຸ້ມຄອງການຊ່ວຍເຫຼືອທາງການເພື່ອການພັດທະນາ ໃນ ສປປລາວ ປະຈໍາປີ 2025 ແລະ ແຜນການປະຈໍາປີ 2026; ສະພາບການພົ້ນເດັ່ນຂອງການຮ່ວມມື ລາວ-ຫວຽດນາມ, ລາວ-ຈີນ ປະຈໍາປີ 2025 ແລະ ແຜນການຮ່ວມມືປະຈໍາປີ 2026.
ຜູ້ແທນກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບດ້ານການເມືອງ, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດ ແລະ ປະສົບການຈາກການປະຕິບັດໜ້າທີ່ຕົວຈິງ ປະກອບຄໍາຄິດຄໍາເຫັນໃສ່ການເຄື່ອນໄຫວວຽກງານຂອງກຳມາທິການການຕ່າງປະເທດຢ່າງມີຈຸດສຸມ, ຮັບປະກັນຄວາມຖືກຕ້ອງຕາມແນວທາງຂອງພັກ, ສອດຄ່ອງກັບທິດທາງແຜນການລວມຂອງສະພາແຫ່ງຊາດ, ສ່ອງແສງໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ວິທີການແກ້ໄຂ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສພຊ ມີຄຸນນະພາບ ແລະ ປະສິດທິຜົນສູງ ຮັບໃຊ້ໜ້າທີ່ການເມືອງຂອງພັກ, ລັດ ແລະ ຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ ເພື່ອຜັນຂະຫຍາຍວຽກງານຂອງກຳມາທິການການຕ່າງປະເທດ ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງແຫ່ງການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່.
ໂອກາດນີ້, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນງານ ແລະ ຜົນສໍາເລັດການເຄື່ອນໄຫວວຽກງານຂອງກໍາມາທິການການຕ່າງປະເທດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະຜົນສໍາເລັດໃນການດໍາເນີນກອງປະຊຸມໄອປາ ຄັ້ງທີ 45 ທີ່ສະພາແຫ່ງຊາດເຮົາເປັນເຈົ້າພາບ ແລະ ຜົນສໍາເລັດການເຂົ້າຮ່ວມຂອງຄະນະຜູ້ແທນສະພາແຫ່ງຊາດລາວ ໃນກອງປະຊຸມໄອປາ ຄັ້ງທີ 46 ທີ່ປະເທດມາເລເຊຍເປັນເຈົ້າພາບ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງໃຫ້ພະນັກງານມີພູມຕ້ານທານ, ເພີ່ມທະວີຄວາມຮັບຜິດຊອບດ້ານການເມືອງ, ມີຄວາມໜັກແໜ້ນດ້ານຫຼັກໝັ້ນການເມືອງ, ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມສາມັກຄີຢ່າງໜັກແໜ້ນ ແລະ ມີຄວາມເປັນເອກະພາບສູງຕໍ່ແນວທາງຂອງພັກ-ລັດ, ມີຄວາມບຸກບື່ນສູ້ຊົນປະຕິບັດໜ້າທີ່ການເມືອງ ຖືສໍາຄັນການເຊື່ອມຊຶມ, ເຂົ້າໃຈ ແລະ ຮູ້ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ, ມູນເຊື້ອປະຫວັດສາດຂອງຊາດ, ລະບຽບກົດໝາຍຂອງລັດ ເພື່ອເປັນອາວຸດອັນແຫຼມຄົມ; ເອົາໃຈໃສ່ປະຕິບັດແບບແຜນວິທີເຮັດວຽກ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ມີການແບ່ງງານແບ່ງຄວາມຮັບຜິດຊອບ, ມີຄວາມຮັບຜິດຊອບສູງໃນການຮ່າງ ແລະ ຮຽບຮຽງເອກະສານຕ່າງໆ; ສ້າງນິຕິກໍາ ແລະ ກົນໄກ ທີ່ເປັນບ່ອນອີງໃຫ້ແກ່ການຈັດຕັ້ງຜັນຂະຫຍາຍຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດ; ເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ໃນຂົງເຂດວຽກງານການຕ່າງປະເທດ ຕາມພາລະບົດບາດຂອງສະພາແຫ່ງຊາດ; ຕິດຕາມກວດກາການຈັດຕັ້ງປະຕິບັດຂໍ້ຕົກລົງ, ສັນຍາ ແລະ ສົນທິສັນຍາ ລະຫວ່າງ ສປປລາວ ກັບ ຕ່າງປະເທດ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນຂອງຕ່າງປະເທດ ດ້ວຍການປະສານກັບພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ທ້ອງຖິ່ນ ເພື່ອຊອກຫາວິທີແກ້ໄຂບັນຫາທີ່ຫຍຸ້ງຍາກ, ອຸດຕັນ ໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນຂອງຕ່າງປະເທດ ແລະ ຕິດຕາມກວດກາຄວາມຄືບໜ້າຂອງບັນດາໂຄງການລົງທຶນຂອງຕ່າງປະເທດ, ການຄ້າມະນຸດ, ການປັບປຸງດ່ານສາກົນກັບຕ່າງປະເທດ, ບັນດາໂຄງການຕະຝັ່ງເຈື່ອນ, ໂຄງການທີ່ມີຜົນກະທົບເຊັ່ນ: ບັນຫາຊາຍແດນ, ການຄຸ້ມຄອງດ່ານຊາຍແດນ, ການເຂົ້າ-ອອກເມືອງ, ແຮງງານຕ່າງດ້າວ, ສິດທິມະນຸດ, ສະພາບການແກ້ໄຂຜູ້ຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບກົດໜາຍຕາມບໍລິເວນຊາຍແດນ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ ເພື່ອລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດ ແລະ ລັດຖະບານ; ສືບຕໍ່ປັບປຸງກົນໄກພົວພັນປະສານງານ ໃຫ້ວ່ອງໄວ, ໂລ່ງລຽນ, ຄ່ອງຕົວ, ທັນເວລາ ໂດຍສະເພາະກົນໄກການປະສານງານກັບຄະນະເລຂາທິການ, ບັນດາກໍາມາທິການພາຍໃນສະພາແຫ່ງຊາດ, ຢູ່ສູນກາງ ແລະ ທ້ອງຖິ່ນ; ຖືສໍາຄັນການສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນເປັນແຕ່ລະໄລຍະ; ຍົກສູງຄວາມຮັບຜິດຊອບ, ເຂົ້າຮ່ວມແຕ່ຫົວທີ ໃນການສ້າງ ແລະ ປັບປຸງກົດໝາຍ, ບັນດານິຕິກໍາໃຕ້ກົດໝາຍ ແລະ ບັນດາແຜນຍຸດທະສາດຕ່າງໆ ໃນຂົງເຂດວຽກງານການຕ່າງປະເທດ; ເສີມຂະຫຍາຍການພົວພັນຮ່ວມມືກັບລັດຖະສະພາປະເທດເພື່ອນມິດຍຸດທະສາດ, ປະເທດເພື່ອນມິດໃນພາກພື້ນ ແລະ ສາກົນ; ເປັນເຈົ້າການໃນການຕ້ອນຮັບຄະນະຜູ້ແທນລັດຖະສະພາຕ່າງປະເທດ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ, ກະກຽມໃຫ້ແກ່ຄະນະຜູ້ແທນສະພາແຫ່ງຊາດລາວຂັ້ນຕ່າງໆ ເຂົ້າຮ່ວມກອງປະຊຸມສາກົນ ແລະ ກອງປະຊຸມອື່ນໆ ໃຫ້ປະສົບຜົນສໍາເລັດ ບົນພື້ນຖານປະຢັດມັດທະຍັດ ແລະ ຕາມຄວາມສາມາດດ້ານງົບປະມານທີ່ລັດຖະບານສະໜອງໃຫ້; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍບັນດາບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດລາວ ກັບ ລັດຖະສະພາຕ່າງປະເທດ, ສືບຕໍ່ຄົ້ນຄວ້າ ແລະ ຕີລາຄາຄືນ ການເຄື່ອນໄຫວວຽກງານຂອງຄະນະມິດຕະພາບລັດຖະສະພາລາວ ກັບລັດຖະສະພາຕ່າງປະເທດ, ຄະນະສະມາຊິກສະພາແຫ່ງຊາດໜຸ່ມ ແລະ ເພດຍິງ ໃຫ້ເປັນຮູບປະທໍາ; ສືບຕໍ່ຍາດແຍ່ງການຊ່ວຍເຫຼືອທາງດ້ານທຶນຮອນ, ວັດຖຸອຸປະກອນ ເພື່ອຍົກສູງ ແລະ ສ້າງຄວາມເຂັ້ມແຂງທາງດ້ານວິຊາການ, ວິຊາສະເພາະ, ພາສາຕ່າງປະເທດ ແລະ ອື່ນໆ; ຕິດຕາມ, ຄົ້ນຄວ້າວິເຄາະວິໄຈ ແລະ ລາຍງານສະພາບການທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ, ອົງການລັດຖະສະພາຕ່າງໆ ແລະ ຄົ້ນຄວ້າທັດສະນະຂອງສະພາແຫ່ງຊາດລາວ ຕໍ່ບັນຫາຕ່າງໆ, ບັນດາຂໍ້ສະເໜີຕ່າງໆ ທີ່ຂໍການສະໜັບສະໜູນ ໂດຍປະສານສົມທົບກັບກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຢ່າງກົມກຽວ ເພື່ອເປັນເອກະພາບກັນໃນການເອົາທັດສະນະຕໍ່ບັນຫາຕ່າງໆ ໃນການເຄື່ອນໄຫວຕ່າງປະເທດ; ສືບຕໍ່ປັບປຸງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ໃຫ້ສໍາເລັດ; ປະກອບສ່ວນຂຽນຜົນງານການເຄື່ອນໄຫວວຽກງານຕ່າງປະເທດຂອງສະພາແຫ່ງຊາດ ແຕ່ຊຸດທີ I ເຖິງຊຸດທີ IX ເພື່ອໃຫ້ທັນກັບການສະເຫຼີມສະຫຼອງຄົບຮອບ 50 ປີ ວັນສ້າງຕັ້ງສະພາແຫ່ງຊາດລາວ ໃນທ້າຍປີນີ້.
ກອງປະຊຸມຄົບຄະນະຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ, ເຕັມໄປດ້ວຍເນື້ອໃນອັນອຸດົມສົມບູນ, ຄວາມຮັບຜິດຊອບທາງດ້ານການເມືອງ, ປະກອບຄຳຄິດເຫັນຢ່າງຫ້າວຫັນ ແລະ ກົງໄປກົງມາ ຈຶ່ງເຮັດໃຫ້ກອງປະຊຸມທີ່ມີຄວາມໝາຍສຳຄັນໃນຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ.