(ສພຊ) – ກອງປະຊຸມຄົບຄະນະກຳມາທິການກົດໝາຍ (ກກໝ) ປະຈຳປີ 2025 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນເສົາທີ 18 ຕຸລານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ (ສພຊ), ບັນດາທ່ານປະທານ-ຮອງປະທານກຳມາທິການພາຍໃນ ສພຊ, ສະມາຊິກສະພາແຫ່ງຊາດທີ່ສັງກັດເປັນຄະນະກຳມະການຂອງ ກກໝ ພ້ອມດ້ວຍທ່ານຮອງລັດຖະມົນຕີກະຊວງ-ອົງການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ.
ທ່ານ ຄຳແພງ ວິລະພັນ ກ່າວວ່າ: ກອງປະຊຸມຄົບຄະນະຄັ້ງນີ້ ເປັນກອງປະຊຸມເທື່ອສຸດທ້າຍຂອງກໍາມາທິການກົດໝາຍ, ສະພາແຫ່ງຊາດ ຊຸດທີ IX ເຊິ່ງຈະໄດ້ຮັບຟັງການລາຍງານ, ປະກອບຄໍາເຫັນ ແລະ ຮັບຮອງເອົາການສະຫຼຸບຕີລາຄາການເຄື່ອນໄຫວວຽກງານໃນໄລຍະ 5 ປີທີ່ຜ່ານມາ, ຕີລາຄາສະເພາະການເຄືອນໄຫວປີ 2025, ຖອດຖອນບົດຮຽນໃນການເຄື່ອນໄຫວຜ່ານມາ ແລະ ຄາດຄະເນການເຄື່ອນໄຫວວຽກງານຂອງກຳມາທິການກົດໝາຍໃນຕໍ່ໜ້າ ເຊິ່ງຈະໄດ້ຮວມເອົາພາລະບົດບາດຂອງກໍາມາທິການຍຸຕິທໍາເຂົ້າຕື່ມ ໂດຍມີເນື້ອໃນດັ່ງນີ້: 1) ບົດສະຫຼຸບການເຄື່ອນໄຫວວຽກງານ 5 ປີ (2021-2025), ຖອດຖອນບົດຮຽນ ແລະ ຄາດຄະເນການເຄື່ອນໄຫວວຽກງານຂອງກຳມາທິການກົດໝາຍໃນຕໍ່ໜ້າ; 2) ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X; ມະຕິກອງປະຊຸມຄົບຄະນະຂອງກຳມາທິການກົດໝາຍປະຈໍາປີ 2025.
ບັນດາທ່ານທີ່ເຂົ້າຮ່ວມ ໄດ້ເຊີດຊູຄວາມຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດ ແລະ ນຳໃຊ້ເວລາທີ່ຈຳກັດນີ້ ເພື່ອຄົ້ນຄວ້າ, ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ໂດຍສົມທຽບໃສ່ພຶດຕິກຳຕົວຈິງຢູ່ທ້ອງຖິ່ນ ແລະ ຂະແໜງການຂອງຕົນ ເພື່ອເປັນພື້ນຖານໃຫ້ກຳມາທິການນຳໄປຄົ້ນຄວ້າ, ປຶກສາຫາລື ແລະ ປັບປຸງບັນດາເອກະສານໃນກອງປະຊຸມຄັ້ງນີ້ ໃຫ້ມີເນື້ອໃນທີ່ຄົບຖ້ວນ, ຖືກຕ້ອງ, ສອດຄ່ອງ ແລະ ສົມບູນ ສາມາດຮັບຮອງເອົາ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ.
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ມີບາງຄຳເຫັນຕໍ່ທິດທາງວຽກງານໃນຕໍ່ໜ້າຄື:
1. ກຳມາທິການກົດໝາຍ ແລະ ຍຸຕິທຳ ຈະຖືກໂຮມເຂົ້າກັນເປັນກຳມາທິການດຽວ; ຍ້ອນແນວນັ້ນ ຈະຕ້ອງສືບຕໍ່ນຳພາວຽກງານການເມືອງ-ແນວຄິດໃຫ້ດີ ແລະ ປັບປຸງກົງຈັກການຈັດຕັ້ງ, ບຸກຄະລາກອນ ໃຫ້ມີຄວາມສອດຄ່ອງກັບສະພາບການຕົວຈິງໃນໄລຍະໃໝ່ ເພື່ອຮັບປະກັນຄວາມສາມັກຄີເປັນອັນໜຶ່ງອັນດຽວຢູ່ພາຍໃນ ແນໃສ່ຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳມາທິການ ໃຫ້ຄົບຖ້ວນ, ມີຄຸນນະພາບສູງ.
2. ຮີບຮ້ອນປະສານສົມທົບກັບບັນດາກະຊວງ-ອົງການທີ່ເປັນເຈົ້າຂອງກົດໝາຍ ແລະ ບັນດາກຳມາທິການທີ່ກ່ຽວຂ້ອງ ເພື່ອກະກຽມແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ແລະ ປີ 2026 ໃຫ້ສຳເລັດໂດຍໄວ.
3. ກະກຽມຮ່າງແຜນການຕິດຕາມກວດກາການປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ສຳລັບ 5 ປີຕໍ່ໜ້າ ແລະ ປະຈຳປີ 2026 ຂອງກໍາມາທິການ ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງຕົນໃນຕໍ່ໜ້າ.
4. ປະສານສົມທົບກັບບັນດາກະຊວງ-ອົງການທີ່ເປັນເຈົ້າຂອງກົດໝາຍ ເພື່ອສ້າງເງື່ອນໄຂຕ່າງໆ ໃນການນຳເອົາບັນດາກົດໝາຍທີ່ໄດ້ປະກາດໃຊ້ແລ້ວ ລົງໂຄສະນາເຜີຍແຜ່ຢູ່ສູນກາງ ແລະ ທ້ອງຖິ່ນ ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້, ເຂົ້າໃຈຢ່າງກວ້າງຂວາງ ດ້ວຍຫຼາຍວິທີ, ຫຼາຍຮູບການ; ຍົກສູງຄວາມຮັບຜິດຊອບຕໍ່ການໂຄສະນາເຜີຍແຜ່ລັດຖະທຳມະນູນ ແລະ ກົດໝາຍໃນຂົງເຂດສະພາແຫ່ງຊາດ ໃຫ້ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ແລະ ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ທົ່ວສັງຄົມໃຫ້ສູງຂຶ້ນ; ກະກຽມວຽກງານຮອບດ້ານໃຫ້ແກ່ການສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 35 ປີ ໃນວັນທີ 15 ສິງຫາ 2026.
5. ປະສານສົມທົບກັບບັນດາກະຊວງ-ອົງການທີ່ມີສິດສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດພິຈາລະນາຕີຄວາມໝາຍ ແລະ ອະທິບາຍກົດໝາຍ ແນະນຳບັນດາວິສາຫະກິດຂອງລັດ, ເອກະຊົນພາຍໃນ ແລະ ຕ່າງປະເທດ ແລະ ປະຊາຊົນລາວບັນດາເຜົ່າ ຈັດຕັ້ງປະຕິບັດວຽກງານການຕີຄວາມໝາຍ ແລະ ອະທິບາຍກົດໝາຍ ໃຫ້ຖືກຕ້ອງ, ສອດຄ່ອງກັບມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 30/ຄປຈ, ລົງວັນທີ 07 ກຸມພາ 2022 ເພື່ອຍົກລະດັບວຽກງານດັ່ງກ່າວໃຫ້ຫຼາຍຂຶ້ນທັງທາງດ້ານປະລິມານ ແລະ ຄຸນນະພາບ, ມີຄວາມວ່ອງໄວ, ມີຄຳຕອບຄຳອະທິບາຍທີ່ຈະແຈ້ງ, ຊັດເຈນ, ຖືກຕ້ອງ, ສອດຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆ.
6. ສືບຕໍ່ປະສານສົມທົບ, ພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານການສ້າງ ແລະ ປັບປຸງກົດໝາຍ, ຕິດຕາມກວດກາ, ໂຄສະນາເຜີຍແຜ່, ຕີຄວາມໝາຍກົດໝາຍ ແລະ ວຽກງານຍຸຕິທຳ ກັບຕ່າງປະເທດ ເພື່ອຍົກສູງຄຸນນະພາບຂອງວຽກງານດັ່ງກ່າວ.
7. ສືບຕໍ່ປັບປຸງແບບແຜນການນຳພາ-ຊີ້ນຳ, ວິທີເຮັດວຽກ ຂອງຄະນະນຳກຳມາທິການກົດໝາຍ ແລະ ຍຸຕິທຳ, ຂັ້ນກົມ ແລະ ຂັ້ນພະແນກ ໃຫ້ແທດເໝາະກັບຕົວຈິງ; ເພີ່ມທະວີການປະສານສົມທົບກັບບັນດາກຳມາທິການ, ກົມຕ່າງໆ ພາຍໃນສະພາແຫ່ງຊາດ ແລະ ກະຊວງ-ອົງການຕ່າງໆ ໃຫ້ກົມກຽວກັນ, ຮັບປະກັນການປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
(ກົງທະນູຄຳ ພິພັດເສລີ)