ກອງປະຊຸມຄົບຄະນະກຳມາທິການບັນດາເຜົ່າ ປະຈຳປີ 2025

ຕ.ລ. 16, 2025

(ສພຊ) – ກອງປະຊຸມຄົບຄະນະກຳມາທິການບັນດາເຜົ່າ (ກບຜ) ປະຈຳປີ 2025 ໄດ້ໄຂຂຶ້ນຢ່າງເປັນທາງການເມື່ອວັນທີ 14-15 ຕຸລາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ພາຍໃຕ້ການເປັນປະທານຂອງທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ ໂດຍມີທ່ານ ພົທ. ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເຂົ້າຮ່ວມ ແລະ ມີຄຳເຫັນໂອ້ລົມ; ມີບັນດາທ່ານໃນຄະນະປະຈຳສະພາແຫ່ງຊາດ, ຮອງປະທານກຳມາທິການ, ກໍາມະການຂອງ ກບຜ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຕາງໜ້າຈາກກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
​ທ່ານ ຄຳຈັນ ໂສຕາປະເສີດ ໃຫ້ຮູ້ວ່າ: ກອງ​ປະຊຸມ​ຄົບ​ຄະນະ​ປະຈຳ​ປີຄັ້ງນີ້ ​ເປັນ​ກອງ​ປະຊຸມ​ທ້າຍສະໄໝຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ເຊິ່ງຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມຂຸ້ນຂຽວກະກຽມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຊຸດທີ IX, ກະກຽມດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ພ້ອມທັງສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ແລະ ວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 50 ປີ. ຈຸດປະສົງຕົ້ນຕໍ່ແມ່ນເພື່ອ​ຮັບຟັງການລາຍງານ, ປະກອບຄໍາເຫັນ ແລະ ຮັບຮອງເອົາການ​ສະຫຼຸບ​ຕີ​ລາຄາ​ການ​ເຄື່ອນ​ໄຫວ​ວຽກ​ງານ​ປະຈໍາປີ 2025 ແລະ ​ທິດ​ທາງ​ແຜນການ​ເຄື່ອນ​ໄຫວ​ປີ 2026, ບົດສະຫຼຸບຜົນງານ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ຂອງກຳມາທິການ ລວມເຖິງບັນດາເນື້ອໃນສຳຄັນຕ່າງໆເຊັ່ນ: ບົດສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2025 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2026 ຂອງກໍາມາທິການວັດທະນະທໍາ-ສັງຄົມ, ບັນດາເຜົ່າ ແລະ ສາສະໜາ; ບົດສະຫຼຸບຜົນງານການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງກໍາມາທິການ; ບົດລາຍງານຫຍໍ້ຜົນການຕິດຕາມກວດກາການຈັດຕັ້ງປະຕິບັດດໍາລັດ 315/ລບ ວ່າດ້ວຍການຄຸ້ມຄອງ ແລະ ການປົກປ້ອງການເຄື່ອນໄຫວສາສະໜາ ປະຈຳປີ 2025 ຂອງກຳມາທິການບັນດາເຜົ່າ; ບົດລາຍງານໂດຍສັງລວມຜົນການຕິດຕາມກວດກາກ່ຽວກັບຜົນກະທົບກວ້າງຈາກໂຄງການພັດທະນາ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ ພ້ອມດ້ວຍການປະກອບຄໍາເຫັນຂອງກຳມະການຂອງ ກບຜ ຈາກແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອັດຕະປື; ບົດລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 135/ສພຊ, ລົງວັນທີ 11 ທັນວາ 2024 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ພ້ອມດ້ວຍການປະກອບຄໍາເຫັນຂອງກໍາມະການຂອງ ກບຜ ຈາກແຂວງຫຼວງນໍ້າທາ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ; ຮ່າງບົດປະກອບຄໍາເຫັນຂອງສູນກາງແນວລາວສ້າງຊາດ ກ່ຽວກັບຜົນການຕິດຕາມກວດກາການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດໃນໄລຍະຜ່ານມາ; ບົດຕີລາຄາໂດຍສັງລວມຜົນການຈັດຕັ້ງປະຕິບັດນິຕິກໍາກ່ຽວກັບກົນໄກການປະສານງານລະຫວ່າງກຳມາທິການບັນດາເຜົ່າ ກັບ ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ; ລາຍງານການເຄື່ອນໄຫວວຽກງານການຄຸ້ມຄອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ (NGO) ຂອງກະຊວງການຕ່າງປະເທດ; ຮ່າງມະຕິກອງປະຊຸມຄົບຄະນະກຳມາທິການບັນດາເຜົ່າ ປະຈຳປີ 2025.
ຜູ້ແທນກອງປະຊຸມ ໄດ້​ພ້ອມກັນເຊີດຊູຄວາມຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດ ໃນການຄົ້ນຄວ້າ, ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອເປັນພື້ນຖານໃນການນຳໄປ​ຄົ້ນຄວ້າ, ປຶກສາ​ຫາລື​ ແລະ ປັບປຸງບັນດາເອກະສານ ​ໃຫ້​ມີ​ເນື້ອ​ໃນ​ທີ່​ຄົບ​ຖ້ວນ, ຖືກຕ້ອງ, ສອດຄ່ອງ ແລະ ສົມບູນ ສາມາດ​ຮັບຮອງ​ ​ແລະ ນໍາໄປຈັດ​ຕັ້ງ​ປະຕິບັດ​​ໃຫ້​ມີຜົນສຳເລັດ.
ໂອກາດນີ້, ທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ຕີລາຄາສູງຕໍ່ຜົນສຳເລັດທີ່ກຳມາທິການບັນດາເຜົ່າ ຍາດມາໄດ້ຕະຫຼອດໄລຍະເວລາເກືອບ 5 ປີຜ່ານມາ ທັງເນັ້ນໜັກໃຫ້ເພີ່ມທະວີການປະຕິບັດພາລະບົດບາດເປັນຕົວແທນຂອງປະຊາຊົນ ໃຫ້ເລິກເຊິ່ງກວ່າເກົ່າ, ຍົກສູງປະສິດທິຜົນຂອງການຕິດຕາມການແກ້ໄຂຄຳຮ້ອງທຸກຂອງປະຊາຊົນ, ຍົກສູງຄຸນນະພາບວຽກງານດ້ານນິຕິບັນຍັດ ໃຫ້ທັນກັບການປ່ຽນແປງຂອງຍຸກສະໄໝ ແລະ ເສີມຂະຫຍາຍພາລະບົດບາດໃນການພິຈາລະນາ ແລະ ຕັດສິນບັນຫາສຳຄັນຂອງຊາດ ໂດຍອີງໃສ່ຂໍ້ມູນ ແລະ ຜົນປະໂຫຍດຂອງປະຊາຊົນເປັນໃຈກາງ.