(ສພຊ) – ຕອນບ່າຍວັນທີ 27 ມີນານີ້, ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ບັນດາທ່ານການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງຂອງພັກ-ລັດ, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ບັນດາທ່ານສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ (ສສຊ) ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ແລະ ແຂກຖືກເຊີນ.
ໃນວາລະສຸດທ້າຍຂອງການປະຊຸມ, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຂຶ້ນຜ່ານມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບການພິຈາລະນາ, ຮັບຮອງເອົາດ້ານຫຼັກການໂຄງການລົງທຶນກໍ່ເສັ້ນທາງລົດໄຟ ແຕ່ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢ່າ ຊາຍແດນລາວ-ຫວຽດນາມ ດ້ວຍຮູບແບບ BOT; ຈາກນັ້ນ, ບັນດາທ່ານ ສສຊ ໄດ້ສຸມໃສ່ປະກອບຄໍາຄິດຄໍາເຫັນ ແລະ ລົງຄະແນນສຽງຮັບຮອງເອົາ 2 ມະຕິດັ່ງກ່າວ.
ຕອນທ້າຍກອງປະຊຸມ, ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດປິດກອງປະຊຸມຄັ້ງປະຖົມມະລືກຂອງ ສພຊ ຊຸດທີ X ຢ່າງເປັນທາງການ.
(ນາງ ອາລິນ ສຸພິມມະປະດິດ)

