ໂດຍປະຕິບັດຕາມ ມາດຕາ 67 ຂອງກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 65/ສພຊ ຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາເດືອນ ກຸມພາ ແລະ ທິດທາງແຜນການ ປະຈໍາເດືອນ ມີນາ 2025; ໂດຍການເປັນປະທານຂອງທ່ານ ຂັນໄຊ ລັດຖະເຮົ້າ ຄະນະປະຈໍາພັກແຂວງ ຮອງປະທານຄະນະປະຈໍາ ສະພາປະຊາຊົນແຂວງ, ເຂົ້າຮ່ວມມີບັນດາທ່ານຄະນະປະຈໍາ, ປະທານ-ຮອງປະທານຄະນະກໍາມະການ, ຄະນະເລຂາທິການ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຂະແໜງ;
ໃນທີ່ປະຊຸມ ໄດ້ຮັບຟັງການຜ່ານເນື້ອໃນຂອງຮ່າງບົດສະຫຼຸບການເຄື່ອນໄຫວວຽກງານທີ່ສະແດງໃຫ້ເຫັນຜົນສໍາເລັດພົ້ນເດັ່ນ ປະຈໍາເດືອນ ກຸມພາ ຈາກທ່ານ ສົມພອນ ແສງສຸລິຈັນ ຄະນະປະຈໍາ ສະພາປະຊາຊົນແຂວງ ເລຂາທິການ ສະພາປະຊາຊົນແຂວງ ໂດຍລວມສ່ອງແສງໃຫ້ເຫັນຄວາມເປັນເຈົ້າການບຸກບືນເອົາໃຈໃສ່ ຊີ້ນໍາ-ນໍາພາ ວຽກງານຮອບດ້ານ ຂອງຄະນະປະຈໍາ ສະພາປະຊາຊົນແຂວງ ແລະ ມີຄວາມສາມັກຄີເປັນເອກະພາບພາຍໃນຈີ່ງເຮັດໃຫ້ວຽກງານຫຼາຍດ້ານມີຜົນສໍາເລັດ, ມີການກໍານົດແຜນການເຄື່ອນໄຫວວຽກງານຂອງຕົນ ຢ່າງເປັນລະບົບຕໍ່ເນື່ອງ ໃນແຕ່ລະເດືອນລະອຽດມີລະບອບການສ່ອງແສງລາຍງານຢ່າງເປັນປົກກະຕິ; ຈາກນັ້ນ, ປະທານກອງປະຊຸມໄດ້ເປີດກວ້າງໃຫ້ຜູ້ທີ່ເຂົ້າຮ່ວມ ໄດ້ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນ ຢ່າງເປັນເຈົ້າການ ຕິດພັນກັບການປະຕິບັດໜ້າທີ່ຂອງຕົນ ເພື່ອປະກອບຄໍາຄິດຄໍາເຫັນເຂົ້າໃສ່ຮ່າງບົດສະຫຼຸບ ຂອງຄະນະປະຈໍາ ສະພາປະຊາຊົນແຂວງ ໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ;
ພ້ອມດຽວກັນ ຄະນະປະຈໍາ ສະພາປະຊາຊົນແຂວງ ໄດ້ກຳນົດແຜນວຽກທີ່ສຳຄັນ ເພື່ອສືບຕໍ່ເຄື່ອນໄຫວວຽກງານ ປະຈໍາເດືອນ ມີນາ ເປັນຕົ້ນ: ຊຸກຍູ້ການປະຕິບັດກົດໝາຍ ການປົກຄອງທ້ອງຖິ່ນ, ກົດໝາຍອື່ນໆ ທີ່ກ່ຽວຂ້ອງ ແລະ ນິຕິກໍາ ທີ່ສໍາຄັນຂອງແຂວງ ຕາມພາລະບົດບາດຂອງຕົນ; ສືບຕໍ່ປະສານສົມທົບກັບພະແນກການ ອົງການ ແລະ ບັນດາເມືອງ ກ່ຽວກັບການອອກມະຕິ ຂອງສະພາປະຊາຊົນແຂວງ ເພື່ອຮັບຮອງເອົາແຜນພັດຖະນາເສດຖະກິດ-ສັງຄົມ ແຜນງົບປະມານ ປະຈໍາປີ 2024 ແລະ ແຜນການປະຈໍາປີ 2025 ຂອງເມືອງ; ສືບຕໍ່ສັງລວມຄໍາສະເໜີ, ບົດລາຍງານການເຄື່ອນໄຫວເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 08 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ສົ່ງລາຍງານສະພາແຫ່ງຊາດ; ກະກຽມພົບປະແລກປ່ຽນບົດຮຽນ ລະຫວ່າງ ສະພາປະຊາຊົນແຂວງສາລະວັນ ກັບ ສະພາປະຊາຊົນແຂວງຫຼວງນໍ້າທາ, ພົບປະແລກປ່ຽນບົດຮຽນ ລະຫວ່າງ ສະພາປະຊາຊົນແຂວງສາລະວັນ ກັບ ສະພາປະຊາຊົນແຂວງໃກ້ຄຽງ ຂອງ ສສ ຫວຽດນາມ; ພົບປະແລກປ່ຽນບົດຮຽນ ຂອງສະພາປະຊາຊົນ 04 ແຂວງພາກໃຕ້ ທີ່ສະພາປະຊາຊົນແຂວງສາລະວັນ ຈະເປັນເຈົ້າພາບ;
ພາບ-ຂ່າວ: ດີລໍາພົນ ພົມມະຈັນ