(ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນທັນວາ 2025 ໄດ້ດໍາເນີນຂຶ້ນໃນວັນທີ 18-19 ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ; ມີບັນດາທ່ານຮອງປະທານຄະນະປະຈໍາ ແລະ ກຳມະການໃນຄະນະປະຈໍາສະພາແຫ່ງຊາດ, ບັນດາທ່ານ ລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ-ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ
ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ຊຶ່ງມີເນື້ອໃນຕົ້ນຕໍ ດັ່ງນີ້:
1). ບົດລາຍງານ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ;
2). ບົດລາຍງານ ກ່ຽວກັບການກະກຽມວຽກງານເລືອກຕັ້ງ ຊຸດທີ X;
3). ພິຈາລະນາໂຄງການເຂື່ອນໄຟຟ້ານໍ້າເທີນຫີນບູນ ຂອງບໍລິສັດໄຟຟ້າລາວ;
4). ພິຈາລະນາໜັງສືສະເໜີຂອງລັດຖະບານຈໍານວນຫນຶ່ງ ກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນຕ່າງໆ
5). ພິຈາລະນາການສະເໜີຂໍດັດແກ້ມູນຄ່າໂຄງການກໍ່ສ້າງຊົນລະປະທານ ອ່າງເກັບນ້ຳ
ຢູ່ເມືອງພີນ ແຂວງສະຫວັນນະເຂດ (ໄລຍະທີ 1) ເພື່ອກໍານົດເຂົ້າໃນແຜນການລົງທຶນຂອງລັດ.
(ນາງ ກຸກກິກ ບຸດດາໄຊ)

