(ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນມັງກອນ 2025 ໄດ້ດໍາເນີນຂຶ້ນໃນວັນທີ 3-4 ກຸມພາ 2025 ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ; ມີບັນດາທ່ານຮອງປະທານຄະນະປະຈໍາສະພາແຫ່ງຊາດ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາທ່ານຮອງປະທານກໍາມາທິການສະພາແຫ່ງຊາດ, ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພິຈາລະນາບັນຫາສຳຄັນພື້ນຖານຂອງປະເທດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ເປັນຕົ້ນ ບົດລາຍງານຜົນການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ກ່ຽວກັບການດັດແກ້ອາຍຸສັນຍາສໍາປະທານໂຄງການປູກຢາງພາລາ, ໄມ້ໃຫ້ໝາກ ແລະ ການສ້າງຕັ້ງໂຮງງານປຸງແຕ່ງຜະລິດຕະພັນກະສິກຳ ຢູ່ແຂວງເຊກອງ ແລະ ແຂວງອັດຕະປື; ບົດລາຍງານຜົນການລົງເຄື່ອນໄຫວຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນການຈັດຕັ້ງປະຕິບັດວຽກງານການຊອກຄົ້ນ, ສຳຫຼວດ ແລະ ຂຸດຄົ້ນແຮ່ເກືອໂປຣຕາສ (ເກືອກາລີ) ຢູ່ນະຄອນຫຼວງວຽງຈັນ; ບົດລາຍງານການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ກ່ຽວກັບການປັບປຸງຮ່າງມະຕິວ່າດ້ວຍການຮັບຮອງ ແລະ ຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍ ທີ່ພົວພັນໂຄງການສາຍສົ່ງສະໜອງໄຟຟ້າໃຫ້ທາງລົດໄຟ ລາວ-ຈີນ; ບົດລາຍງານຜົນການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ກ່ຽວກັບການສະເໜີຂໍພິຈາລະນາຮັບຮອງລະດັບຄວາມສູງຂອງຕຶກອາຄານໂຄງການພັດທະນາທີ່ດິນ ເຂດຕຶກເກົ່າກົມໃຫຍ່ພະລາທິການ, ກະຊວງປ້ອງກັນຄວາມສະຫງົບ ຢູ່ບ້ານພະໂພ ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ແລະ ການກໍ່ສ້າງອາຄານ ຢູ່ບ້ານສີບຸນເຮືອງ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເພື່ອພັດທະນາສ້າງເປັນໂຮງແຮມ, ຄອນໂດມິນຽມ ແລະ ສູນການຄ້າຄົບວົງຈອນ; ບົດລາຍງານກ່ຽວກັບການຈັດສັນງົບປະມານປີ 2025 ແລະ ການສະເໜີຂໍຈັດສັນງົບປະມານເພີ່ມຂອງບັນດາອົງການລັດ; ບົດລາຍງານກ່ຽວກັບຫົວຂໍ້ ແລະ ການກໍານົດເວລາດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX; ບົດລາຍງານຂໍທິດຊີ້ນໍາກ່ຽວກັບການຄັດເລືອກຜົນງານ 5 ປີ ຂອງສະມາຊິກສະພາແຫ່ງຊາດຊຸດທີ IX (2021-2025) ເພື່ອສະເໜີຂໍການຍ້ອງຍໍ; ບົດລາຍງານຜົນການຮຽບຮຽງກົດໝາຍ 2 ສະບັບ ຄື: ກົດໝາຍວ່າດ້ວຍທີ່ຢູ່ອາໄສ (ສ້າງໃໝ່) ແລະ ກົດໝາຍວ່າດ້ວຍທະນາຄານແຫ່ງ ສປປລາວ ແລະ ລາຍງານຄືນການປັບປຸງເນື້ອໃນກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ຕາມຄໍາເຫັນຂອງກອງປະຊຸມຄະນະປະຈຳສະພາແຫ່ງຊາດ; ບົດລາຍງານຜົນການທາບທາມຮ່າງລັດຖະທໍາມະນູນ ສະບັບບັບປຸງປີ 2025 ເຊິ່ງໄດ້ດໍາເນີນຢູ່ 7 ຈຸດທົ່ວປະເທດ; ບົດລາຍງານຄວາມຄືບໜ້າການກະກຽມຕ້ອນຮັບປະທານສະພາສູງ ແຫ່ງ ລາຊະອານາຈັກກຳປູເຈຍ, ປະທານພັກປະຊາຊົນກຳປູເຈຍ; ບົດລາຍງານຄວາມຄືບໜ້າການສ້າງປຶ້ມ “50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ”; ບົດລາຍງານຜົນການຄົ້ນຄວ້າຄໍາຮ້ອງຂໍຄວາມເປັນທໍາ ຈໍານວນ 4 ເລື່ອງ; ບົດລາຍງານກ່ຽວກັບວຽກງານບຸກຄະລາກອນຈໍານວນໜຶ່ງຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ແລະ ວຽກງານອື່ນຈໍານວນໜຶ່ງ.
(ນາງ ກຸກກິກ ບຸດດາໄຊ)