ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນພຶດສະພາ

ພ.ພ. 28, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນພຶດສະພາ 2025 ໄດ້ດໍາເນີນໃນວັນທີ 26-27 ພຶດສະພານີ້ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານຄະນະປະຈໍາສະພາແຫ່ງຊາດ; ມີບັນດາທ່ານຮອງປະທານຄະນະປະຈໍາ ແລະ ກຳມະການໃນຄະນະປະຈໍາສະພາແຫ່ງຊາດ, ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ: ລາຍງານການກະກຽມຄວາມພ້ອມຮອບດ້ານກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX; ລາຍງານຜົນສຳເລັດກອງປະຊຸມກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ ຈໍານວນ 9 ສະບັບ ທີ່ຈະນໍາເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX; ລາຍງານການກະກຽມຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງ ສພຊ ຊຸດທີ X; ລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ (ປີ 2015-2024); ລາຍງານຜົນການປັບປຸງເນື້ອໃນກົດໝາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງ), ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ), ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ), ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ (ສະບັບປັບປຸງ) ຕາມການປະກອບຄຳເຫັນຂອງກອງປະຊຸມ ຄປຈສພຊ ຄັ້ງວັນທີ 24 ເມສາ 2025; ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025; ລາຍງານການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ລາຍງານການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້ານໍ້າຕົກ; ໜັງສືສະເໜີຂອງລັດຖະບານ ສະບັບເລກທີ 65/ລບ, ລົງວັນທີ 14 ພຶດສະພາ 2025 ສະເໜີຂໍຫັນປ່ຽນທີ່ດິນປ່າໄມ້ທຳມະຊາດ ໄປເປັນທີ່ດິນປະເພດອື່ນ ລັກສະນະຖາວອນ ແລະ ລັກສະນະຊົ່ວຄາວ ທີ່ນອນໃນປ່າສະຫງວນ (ລະດັບແຂວງ) ພູຈອມວອຍ ເພື່ອນຳໃຊ້ເຂົ້າໃນການພັດທະນາໂຄງການພະລັງງານລົມ ເຈືອງເຊີນ (ໄລຍະທີ 1) ທີ່ມີກຳລັງການຕິດຕັ້ງ 250 ເມກາວັດ ຢູ່ເມືອງຄຳເກີດ ແລະ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ; ໜັງສືສະເໜີຂອງລັດຖະບານ ສະບັບເລກທີ 40/ລບ, ລົງວັນທີ 31 ມີນາ 2025 ກ່ຽວກັບການສະເໜີຂໍຫັນປ່ຽນທີ່ດິນປ່າໄມ້ ໄປເປັນດິນປະເພດອື່ນ ໂຄງການເຂື່ອນໄຟຟ້າພະ ລັງງານນໍ້າເຊກອງ 4A ແລະ 4B; ໜັງສືສະເໜີຂອງລັດຖະບານ ສະບັບເລກທີ 52/ລບ, ລົງວັນທີ 24 ເມສາ 2025 ສະເໜີພິຈາລະນາໂຄງການຂຸດຄົ້ນແຮ່ຫາຍາກແບບປົກກະຕິ ໃນເນື້ອທີ່ 5 ກິໂລຕາແມັດ ແລະ ສະເໜີຂໍດຳເນີນວຽກງານສຳຫຼວດໃນເນື້ອທີ່ 45 ກິໂລຕາແມັດ ຢູ່ເຂດບ້ານພູວຽງ, ບ້ານພູຫຼວງ ແລະ ບ້ານພູດາມ ເມືອງຮ້ຽມ ແຂວງຫົວພັນ ຂອງບໍລິສັດ ລາວການຄ້າ ແລະ ການລົງທຶນ ຢວນໄທ ຈຳກັດ; ລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ; ລາຍງານຂໍທິດຊີ້ນຳຄຳຮ້ອງຂໍຄວາມເປັນທໍາຂອງປະຊາຊົນບ້ານຫີນໂງ່ນ ເມືອງກາສີ ແຂວງວຽງຈັນ.
ບັນດາຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຄົ້ນຄວ້າປະກອບຄໍາເຫັນຢ່າງມີຈຸດສຸມ, ກົງໄປກົງມາ ຕໍ່ບັນດາບົດລາຍງານທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ເພື່ອຮັບປະກັນການຕົກລົງບັນຫາຢ່າງມີຄວາມເປັນເອກະພາບ, ສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ນໍາຜົນປະໂຫຍດລວມມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າຢ່າງແທ້ຈິງ.
(ນາງ ອາລິນ ສຸພິມມະປະດິດ)