ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນເມສາ

ມ.ສ. 28, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນເມສາ 2025 ໄດ້ດໍາເນີນໃນວັນທີ 24-25 ເມສານີ້ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະ ນະປະຈໍາສະພາແຫ່ງຊາດ; ມີບັນດາທ່ານຮອງປະທານຄະນະປະຈໍາ ແລະ ກຳມະການໃນຄະນະປະຈໍາສະພາແຫ່ງຊາດ, ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ: ລາຍງານຜົນການຮຽບຮຽງເນື້ອໃນ 3 ກົດໝາຍສະບັບປັບປຸງຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ທີ່ຜ່ານການພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX; ລາຍງານການກະກຽມຄວາມພ້ອມຂອງຮ່າງກົດໝາຍທີ່ຈະນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX ຈຳນວນ 8 ສະບັບ ໃນນີ້ ສ້າງໃໝ່ 4 ສະບັບ, ປັບປຸງ 4 ສະບັບ; ລາຍງານການຮຽບຮຽງເນື້ອໃນຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ (ສະບັບປັບປຸງ) ທີ່ຜ່ານການຮັບຮອງໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX; ລາຍງານການກະກຽມບົດລາຍງານກ່ຽວກັບຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງ ສພຊ ຊຸດທີ X ແຕ່ປີ 2026-2030; ບົດລາຍງານການຄົ້ນຄວ້າຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການພິຈາລະນາຮັບຮອງເອົາການສະເໜີຂອງລັດຖະບານ ກ່ຽວກັບໂຄງການລົງທຶນ ໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີດກອງປະຊຸມ; ລາຍງານຜົນການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ສະບັບເລກທີ 34/ລບ, ລົງວັນທີ 13/3/2025 ກ່ຽວກັບການສະເໜີຮັບຮອງ ແລະ ຍົກເວັ້ນບາງມາດຕາຂອງກົດໝາຍທີ່ພົວພັນກັບໂຄງການເຂື່ອນໄຟຟ້ານ້ຳເນີນ 1; ລາຍງານຜົນການຄົ້ນຄວ້າໜັງສືສະເໜີຂອງຜູ້ປະກອບການ ກ່ຽວກັບການແກ້ໄຂຂໍ້ຂັດແຍ້ງໃນໂຄງການພັດທະນາເຂດເສດຖະກິດສະເພາະພູຂຽວ ແຂວງຄຳມ່ວນ ລະຫວ່າງບໍລິສັດ ຢຸນນານອີ້ຜູ້ ອະສັງຫາລິມະຊັບ ຈຳກັດຜູ້ດຽວ ແລະ ກຸ່ມບໍລິສັດ ເອັສວີກຣຸບ ຈຳກັດ; ລາຍງານຜົນການຕິດຕາມກວດກາບັນດາໂຄງການຕາຝັ່ງເຈືອນນ້ຳເຫືອງ ລຽບຊາຍແດນລາວ-ໄທ ຢູ່ເມືອງບໍ່ແຕນ ແລະ ເມືອງແກ່ນທ້າວ ແຂວງໄຊຍະບູລີ; ລາຍງານກ່ຽວກັບການຈັດສັນງົບປະມານບ້ວງກອງທຶນທາງ ປະຈຳປີ 2025 ແລະ ລາຍງານກ່ຽວກັບຜົນກອງປະຊຸມປຶກສາຫາລືການປັບປຸງແຜນຜັງເມືອງ ສະບັບທີ 3 ແລະ ການປຸກສ້າງໂຮງແຮມ ໂກເດັນໂກຣບ.
ບັນດາຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຄົ້ນຄວ້າປະກອບຄໍາເຫັນຢ່າງມີຈຸດສຸມ, ກົງໄປກົງມາ ຕໍ່ບັນດາບົດລາຍງານທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ເພື່ອຮັບປະກັນການຕົກລົງບັນຫາຢ່າງມີຄວາມເປັນເອກະພາບ, ສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ນໍາຜົນປະໂຫຍດລວມມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າຢ່າງແທ້ຈິງ.
(ນາງ ອາລິນ ສຸພິມມະປະດິດ)