(ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນມີນາ 2025 ໄດ້ດໍາເນີນໃນວັນທີ 31 ມີນາ-1 ເມສານີ້ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ; ມີບັນດາທ່ານຮອງປະທານຄະນະປະຈໍາ ແລະ ກຳມະການຄະນະປະຈໍາສະ ພາແຫ່ງຊາດ, ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ: ໜັງສືສະເໜີຂອງລັດຖະບານ ສະບັບເລກທີ 30/ລບ, ລົງວັນທີ 6 ມີນາ 2025 ກ່ຽວກັບການສະເໜີເພີ່ມແຮ່ຫາຍາກເຂົ້າໃນສັນຍາວ່າດ້ວຍການສຳຫຼວດຫີນກຣານິດ, ຫີນມາໂບ ແລະ ແຮ່ຕິດພັນ ໃນເນື້ອທີ່ 200 ກິໂລຕາແມັດ ຢູ່ເມືອງກວັນ ແຂວງຫົວພັນ ຂອງບໍລິສັດ ລົງທຶນພັດທະນາ ແລະ ບໍ່ແຮ່ລາວ ຈຳກັດຜູ້ດຽວ; ໜັງສືສະເໜີຂອງລັດຖະບານ ສະບັບເລກທີ 29/ລບ, ລົງວັນທີ 5 ມີນາ 2015 ທີ່ສະເໜີຂໍຫັນປ່ຽນທີ່ດິນປ່າໄມ້ທຳມະຊາດ ໄປເປັນທີ່ດິນປະເພດອື່ນ ລັກສະນະຊົ່ວຄາວ ແລະ ລັກສະນະຖາວອນ ທີ່ນອນໃນປ່າສະຫງວນແຫ່ງຊາດ ດົງພູວຽງ ເພື່ອນຳໃຊ້ເຂົ້າໃນການພັດທະນາໂຄງການລົມ ສະຫວັນ 1 (ໄລຍະທີ 1) ຢູ່ເຂດບ້ານອາລານ, ບ້ານລະກາຍ, ບ້ານຊ້າງແທງ ແລະ ບ້ານແກ້ງອາເລິງ ເມືອງພີນ ແຂວງສະຫວັນນະເຂດ ຂອງບໍລິສັດ ສະຫວັນ 1 ວິນພາວເວີ ຈຳກັດ; ໜັງສືສະເໜີຂອງລັດຖະບານ ສະບັບເລກທີ 19/ລບ, ລົງວັນທີ 25 ກຸມພາ 2025 ກ່ຽວກັບການສະເໜີຂໍພິຈາລະນາຮັບຮອງມູນຄ່າສະເໜີດັດແກ້ໂຄງການກໍ່ສ້າງເສັ້ນທາງບ້ານຈຽງ ເມືອງແມດ ແຂວງວຽງຈັນ ແລະ ໜັງສືສະເໜີຂອງລັດຖະບານ ສະບັບເລກທີ 14/ລບ, ລົງວັນທີ 17 ກຸມພາ 2025 ກ່ຽວກັບການສະເໜີຂໍດັດແກ້ມູນຄ່າໂຄງການກໍ່ສ້າງເສັ້ນທາງຍຸດທະສາດຫີນເຫີບ-ຊະນະຄາມ ແຂວງວຽງຈັນ; ລາຍງານຜົນການລົງເຄື່ອນໄຫວຕິດຕາມກວດກາການເຮັດທົດລອງທຸລະກຳຊັບສິນດິຈິຕອນ ແລະ ການແລກປ່ຽນຊື້ຂາຍເງິນຄຼິບໂຕ ໃນ ສປປລາວ ສະບັບເລກທີ 289/ກສຕສ, ລົງວັນທີ 17 ຕຸລາ 2024; ລາຍງານກ່ຽວກັບການຄົ້ນຄວ້າ, ສ້າງຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການພິຈາລະນາໃຫ້ສັດຕະຍາບັນແກ່ສົນທິສັນຍາ; ລາຍງານຜົນສຳເລັດການເປັນເຈົ້າພາບຈັດກອງປະຊຸມກຳມາທິການວຽກງານລັດຖະສະພາຂອງສະມັດຊາລັດຖະສະພາຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ (APF); ລາຍງານຜົນການຄົ້ນຄວ້າໜັງສືສະເໜີ ສະບັບເລກທີ 25/ລບ, ລົງວັນທີ 27 ກຸມພາ 2025 ກ່ຽວກັບການພິຈາລະນາຮັບຮອງການສະເໜີກຳນົດຂອບອາກອນອັດຕາຊົມໃຊ້ນ້ຳມັນເຊື້ອໄຟ ຕາມທີ່ກຳນົດໄວ້ໃນກົດໝາຍ; ລາຍງານການປັບປຸງລັດຖະບັນຍັດວ່າດ້ວຍການຄຸ້ມຄອງອາກອນເດັດຖານ ແລະ ຄ່າທຳນຽມສຳລັບທຸລະກິດຄາຊິໂນ; ລາຍງານຜົນສຳເລັດການກະກຽມ ແລະ ດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ລາຍງານກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX; ລາຍງານການຄົ້ນຄວ້າການສະເໜີແຕ່ງຕັ້ງບຸກຄະລາກອນຂອງສານປະຊາຊົນສູງສຸດ; ໜັງສືສະເໜີຂອງລັດຖະບານ ສະບັບເລກທີ 24/ລບ, ລົງວັນທີ 27 ກຸມພາ 2025 ກ່ຽວກັບການສະເໜີຂໍພິຈາລະນາຮັບຮອງ ແລະ ຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍທີ່ພົວພັນກັບໂຄງການເຂື່ອນໄຟຟ້ານ້ຳໂມ້ 2 ເມືອງໝອກ ແຂວງຊຽງຂວາງ ແລະ ລາຍງານຄວາມຄືບໜ້າຜົນການຄົ້ນຄວ້ານະໂຍບາຍສົ່ງເສີມພິເສດໃນການພັດທະນານິຄົມອຸດສາຫະກຳ.
ບັນດາຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຄົ້ນຄວ້າປະກອບຄໍາເຫັນຢ່າງມີຈຸດສຸມ, ກົງໄປກົງມາ ຕໍ່ບັນດາບົດລາຍງານທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ເພື່ອຮັບປະກັນການຕົກລົງບັນຫາຢ່າງມີຄວາມເປັນເອກະພາບ, ສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ນໍາຜົນປະໂຫຍດລວມມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າຢ່າງແທ້ຈິງ.
(ນາງ ອາລິນ ສຸພິມມະປະດິດ)