ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຫລວງນໍ້າທາ ໄດ້ໄຂຂຶ້ນໃນຕອນບ່າຍຂອງວັນທີ 13 ສິງຫາ 2025 ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ໂດຍການເປັນປະທານຂອງ ທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີບັນດາທ່ານກໍາມະການຄະນະປະຈໍາສະພາປະຊາຊົນແຂວງ ເຂົ້າຮ່ວມ ຈໍານວນ 6 ທ່ານ, ຍິງ 1 ທ່ານ.
ກອງປະຊຸມໄດ້ລາຍງານຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະປະຈຳສະພາປະຊາຊົນແຂວງ ປະຈໍາເດືອນກໍລະກົດ ເຊິ່ງລວມມີ 3 ບົດບັກທຶກຄື ບົດບັນທຶກສະບັບເລກທີ 75/ຄປຈຂ ລົງວັນທີ 7 ກໍລະກົດ 2025; ບົດບັນທຶກສະບັບເລກທີ 76/ຄປຈຂ ລົງວັນທີ 15 ກໍລະກົດ 2025; ບົດບັນທຶກສະບັບເລກທີ 81/ຄປຈຂ, ລົງວັນທີ 21 ກໍລະກົດ 2025 ພ້ອມນັ້ນ ໄດ້ພິຈາລະນາ, ຄົ້ນຄວ້າໜັງສືສະເໜີຂອງເຈົ້າແຂວງສະບັບເລກທີ 83/ຈຂ ລົງວັນທີ 23 ກໍລະກົດ 2025 ກ່ຽວກັບການສະເໜີໃຫ້ຄະນະປະຈຳສະພາປະຊາຊົນແຂວງພິຈາລະນາຮັບຮອງເອົາຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການກຳນົດລາຄາຫົວໜ່ວຍຊົດເຊີຍໃຫ້ຜູ້ທີ່ຖຶກຜົນກະທົບຈາກໂຄງການພັດທະນາກະສິກຳ, ອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວເຂດດ່ານປາງໄຮ ເມືອງສິງ ແຂວງຫລວງນໍ້າທາ, ໄດ້ພິຈາລະນາຄົ້ນຄວ້າໜັງສືສະເໜີຂອງທ່ານເຈົ້າແຂວງສະບັບເລກທີ 92/ຈຂ ລົງວັນທີ 5 ສິງຫາ 2025 ກ່ຽວກັບການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ແຜນ 6 ເດືຶອນທ້າຍປີຂອງແຂວງ; ໄດ້ປຶກສາຫາລື ຄົ້ນຄວ້າ ແຜນການຈັດຊື້ຈັດຈ້າງທີ່ຄະນະຮັບຜິດຊອບຮ່າງມາເພື່ອເອກະພາບກັນ; ໄດ້ຄົ້ນຄວ້າໜັງສືສະເໜີຂອງເລຂາທິການ ສະບັບເລກທີ 669/ຄລຂ ສພຂ ລົງວັນທີ 12 ສິງຫາ 2025 ກ່ຽວກັບການສະເໜີແປງພາຫະນະຈຳນວນໜຶ່ງ; ໄດ້ຄົ້ນຄວ້າພິຈາລະນາໜັງສືສະເໜີຂອງເຈົ້າແຂວງ ສະບັບເລກທີ106/ຈຂ ລົງວັນທີ 7 ສິງຫາ 2025 ກ່ຽວກັບການຮັບຮອງເອົາໂຄງການລົງທຶນຂອງລັດປະເພດ v ທີ່ມີມູນຄ່າ 50 ຕື້ກີບລົງມາ ຮ່ວງກອງທຶນວຽກງານບູລະນະຮັກສາ ແລະ ສ້ອມແປງທາງຫລວງແຫ່ງຊາດປີ 2025 ຮ່ວງ 20% 7 ໂຄງການ, ມູນຄ່າ 7,200 ລ້ານກີບ; ໄດ້ຄົ້ນຄວ້າ ພິຈາລະນາ ໜັງສືືສະເໜີຂອງເຈົ້າແຂວງສະບັບເລກທີ 107/ຈຂ ລົງວັນທີ 7 ສິງຫາ 2025 ກ່ຽວກັບການຮັບຮອງເອົາໂຄງການລົງທຶນຂອງລັດປະເພດ v ທີ່ມີມູນຄ່າ 50 ຕື້ລົງມາ ຮ່ວງກອງທຶນທາງວຽກບູລະນະຮັກສາ ແລະ ສ້ອມແປງທາງຫລວງແຫ່ງຊາດປີ 2025 ຮ່ວງ 80% 3 ໂຄງການ ມູນຄ່າ 23,238 ລ້ານກີບ ແລະ ຍັງໄດ້ຄົ້ນຄວ້າບັນຫາອື່ນໆຕາມການສະເໜີຂອງບັນດາກໍາມະການປະຈໍາສະພາປະຊາຊົນແຂວງ.
ຕອນທ້າຍປະທານກອງປະຊຸມໄດ້ມີຄໍາເຫັນເນັ້ນໜັກໃຫ້ບັນດາຄະນະກຳມະການ, ຄະນະເລຂາທິການ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂອງກອງປະຊຸມຄັ້ງນີ້ໃຫ້ສຳເລັດ ພ້ອມທັງລາຍງານຜົນການຈັດຕັ້ງປະຕິບັດໃນກອງປະຊຸມຄະນະປະຈຳ ປະຈຳເດືອນຕຸລາ 2025.
ພາບ ແລະ ຂ່າວ ໂດຍ ນາງ ອໍາພອນ ສີປະເສີດ