ກອງປະຊຸມຄະນະກໍາມະການປະສານງານ WAIPA ຄັ້ງທີ 4

ມ.ສ. 28, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 21-24 ເມສາ 2025, ຄະນະຜູ້ແທນສະພາແຫ່ງຊາດ ນໍາໂດຍທ່ານ ນາງ ທຸມມາລີ ວົງພະຈັນ ຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການຍຸຕິທໍາ, ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມະການປະສານງານສະມາຊິກລັດຖະສະພາເພດຍິງໄອປາ ຫຼື ໄວປາ (WAIPA) ຄັ້ງທີ 4 ທີ່ຄູຊິງ, ສະລາວັກ, ປະເທດມາເລເຊຍ ພາຍໃຕ້ຫົວຂໍ້ “ການຂັບເຄື່ອນນະວັດຕະກຳ, ການມີສ່ວນຮ່ວມ ແລະ ຄວາມຫຼາກຫຼາຍ ຜ່ານລັດຖະສະພາທີ່ມີຄວາມສົມດຸນລະຫວ່າງຍິງ-ຊາຍ ເພື່ອອາຊຽນທີ່ມີຄວາມພ້ອມໃນອະນາຄົດ” ໂດຍການເປັນປະທານຂອງທ່ານ ນາງ ອະລິຊ ຫຼິວ ກຽງ ຢຽງ (Alice Lau Kiong Yieng) ຮອງປະທານສະພາຜູ້ແທນລາສະດອນ (ສະພາຕໍ່າ) ມາເລເຊຍ, ປະທານກອງປະຊຸມສະມາຊິກລັດຖະສະພາເພດຍິງໄອປາ ເຊິ່ງມີທ່ານເລຂາທິການໃຫຍ່ໄອປາ, ສະມາຊິກລັດຖະສະພາເພດຍິງຈາກບັນດາລັດຖະສະພາທີ່ເປັນສະມາຊິກໄອປາ ພ້ອມທັງປະເທດຕີມໍ ແລັດສະເຕ ເຂົ້າຮ່ວມໃນຖານະປະເທດສັງເກດການ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອຮັບຟັງການນໍາສະເໜີບົດກ່ຽວກັບການຂັບເຄື່ອນນະວັດຕະກຳ, ການມີສ່ວນຮ່ວມ ແລະ ຄວາມຫຼາກຫຼາຍ ຜ່ານລັດຖະສະພາທີ່ມີຄວາມສົມດຸນລະຫວ່າງຍິງ-ຊາຍ ເພື່ອອາຊຽນທີ່ມີຄວາມພ້ອມໃນອະນາຄົດ ເຊິ່ງສະເໜີໂດຍປະເທດເຈົ້າພາບ, ມີການສົນທະນາ, ປຶກສາຫາລື ແລະ ແລກປ່ຽນຄໍາເຫັນ ກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະມາຊິກລັດຖະສະພາເພດຍິງໄອປາ ທີ່ຕິດພັນກັບແຜນປະຕິບັດງານ ແລະ ຂອບແຜນການຈັດຕັ້ງປະຕິບັດການສົ່ງເສີມການມີສ່ວນຮ່ວມທາງດ້ານການເມືອງ ແລະ ການເປັນຜູ້ນໍາຂອງແມ່ຍິງ (WPPL) ພ້ອມທັງປຶກສາຫາລືກ່ຽວກັບລະບຽບການຂອງກອງປະຊຸມໄວປາ ກ່ຽວກັບພາລະບົດບາດການຕິດຕາມການຈັດຕັ້ງປະຕິບັດແຜນປະຕິບັດງານດັ່ງກ່າວ; ຄະນະຜູ້ແທນລາວ ໄດ້ຄົ້ນຄວ້າ, ປະກອບຄໍາເຫັນ ເຊິ່ງເປັນຄໍາເຫັນທີ່ສໍາຄັນໃນຄວາມຄືບໜ້າຂອງການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານການສົ່ງເສີມການມີສ່ວນຮ່ວມທາງດ້ານການເມືອງ ແລະ ການເປັນຜູ້ນໍາຂອງແມ່ຍິງ ໂດຍສະເພາະແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດເພດຍິງ ເພື່ອເພີ່ມຂີດຄວາມສາມາດ ແລະ ຄວາມໝັ້ນໃຈໃນການປະຕິບັດໜ້າທີ່ທີ່ສຳຄັນ ໃນຖານະທີ່ເປັນຕົວແທນ, ການຕັດສິນບັນຫາ ແລະ ຕິດຕາມກວດກາ, ການຊຸກຍູ້ສົ່ງເສີມການເພີ່ມຈໍານວນສະມາຊິກສະພາແຫ່ງຊາດເພດຍິງ ໃຫ້ໄດ້ 30% ເພື່ອເປັນການກະກຽມໃຫ້ແກ່ການເລືອກຕັ້ງໃນຄັ້ງຕໍ່ໄປ. ຜົນຂອງກອງປະຊຸມຄັ້ງນີ້ ຈະຖືກນໍາໄປພິຈາລະນາ ແລະ ຮັບຮອງໃນກອງປະຊຸມໄອປາ ຄັ້ງທີ 46 ເຊິ່ງຈະຈັດຂຶ້ນຢູ່ນະຄອນຫຼວງກົວລາລໍາເປີ, ປະເທດມາເລເຊຍ ໃນລະຫວ່າງວັນທີ 17-22 ກັນຍາ 2025.