(ສພຊ) – ວັນທີ 19 ກັນຍາຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດລາວ ນໍາໂດຍທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ, ທ່ານ ທັນຕາ ກອງຜາລີ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ໄດ້ເຂົ້າຮ່ວມກອງປະຊຸມກໍາມາທິການວຽກງານຈັດຕັ້ງພາຍໃນ (COMMITTEE ON ORGANISATIONAL MATTERS) ເຊິ່ງຈັດຂຶ້ນໃນລະຫວ່າງການດໍາເນີນກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (ASEAN Inter-Parliamentary Assembly – AIPA) ຄັ້ງທີ 46 ທີ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ ພາຍໃຕ້ການເປັນປະທານຂອງທ່ານ ດາໂຕະ ມູຮໍາໝັດ ບັກເທຍ ບິນ ວັນ ຈິກ (Dato’ Muhammad Bakhtiar bin Wan Chik) ສະມາຊິກສະພາຜູ້ແທນລາສະດອນມາເລເຊຍ ເຊິ່ງມີຄະນະຜູ້ແທນລັດຖະສະພາ ຈາກ 8 ປະເທດ ເຂົ້າຮ່ວມຄື: ບຣູໄນ ດາຣູຊາລາມ, ກໍາປູເຈຍ, ສປປລາວ, ຟີລິບປິນ, ສິງ ກະໂປ, ໄທ, ຫວຽດນາມ ແລະ ມາເລເຊຍ (ເຈົ້າພາບ).
ຄະນະຜູ້ແທນບັນດາປະເທດສະມາຊິກໄອປາ ໄດ້ສະເໜີໃຫ້ກອງເລຂາເບິ່ງຄືນບາງບັນຫາ ເປັນຕົ້ນແມ່ນຄໍາແນະນໍາການໃຊ້ຈ່າຍຄ່າພັນທະປະເທດສັງເກດການ ແລະ ກໍານົດວັນເວລາຈ່າຍໃຫ້ຊັດເຈນ; ກວດຄືນການນໍາໃຊ້ເງິນຂອງກອງເລຂາ ໃຫ້ມີບັນຊີສະເພາະລະອຽດ, ອັດຕາແລກປ່ຽນ, ຄ່າທໍານຽມທະນາຄານ ແລະ ອື່ນໆ; ສໍາລັບມະຕິວ່າດ້ວຍການສ້າງຕັ້ງເວທີການນໍາໄອປາ (AIPA Leaders Forum) ກອງປະຊຸມມອບໃຫ້ເລຂາທິການໃຫຍ່ໄອປາ ສືບຕໍ່ສຶກສາຄົ້ນຄວ້າກ່ຽວກັບກົນໄກສະໜັບສະໜູນ, ດ້ານເຕັກນິກ, ປະສິດທິພາບ ແລະ ຄວາມເປັນໄປໄດ້ທາງດ້ານການເງິນ ໃນການດໍາເນີນງານຂອງເວທີການນໍາໄອປາ ແລະ ລາຍງານຜົນຕໍ່ກອງປະຊຸມໄອປາ ຄັ້ງທີ 47. ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ປະກອບຄໍາເຫັນ ແລະ ສະແດງທັດສະນະຕໍ່ເນື້ອໃນທີ່ກໍານົດຢູ່ໃນມະຕິຕ່າງໆ, ໃຫ້ການສະໜັບສະໜູນຕາມສຽງສ່ວນຫຼາຍຈາກປະເທດສະມາຊິກໄອປາ ດ້ວຍຄວາມເປັນເອກະພາບ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ຂອງເລຂາທິການໃຫຍ່ໄອປາ ຄົນທີ 6 ທີ່ໃຫ້ການຊ່ວຍເຫຼືອແກ່ສະພາແຫ່ງຊາດລາວ ໃນໄລຍະເປັນປະທານໄອປາ ຄັ້ງທີ 45 ເມື່ອປີ 2024 ຜ່ານມາ.
ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ, ປະກອບຄໍາຄິດເຫັນ ແລະ ພິຈາລະນາຮ່າງມະຕິທັງໝົດ 15 ສະບັບ ແລະ ເຫັນດີຮັບຮອງເອົາຢ່າງເປັນເອກະສັນ 15 ມະຕິ ຄື:
1. ມະຕິວ່າດ້ວຍການຮັບຮອງເອົາການປັບປຸງທຳມະນູນໄອປາ;
2. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການເງິນທີ່ໄດ້ຮັບການກວດສອບ ປີ 2024-2025;
3. ມະຕິວ່າດ້ວຍການຮັບຮອງເອົາແຜນສະເໜີງົບປະມານຂອງກອງເລຂາໄອປາ ໄລຍະວັນທີ 1 ສິງຫາ 2025 ເຖິງ 31 ກໍລະກົດ 2026;
4. ມະຕິວ່າດ້ວຍການຮັບຮອງເອົາການສ້າງຕັ້ງຄະນະກຳມະການຄົ້ນຄວ້າກ່ຽວກັບການມີສ່ວນຮ່ວມໃນຂົງເຂດອາຊະຍາກໍາຂ້າມຊາດ;
5. ມະຕິວ່າດ້ວຍການຮັບຮອງເອົາການສ້າງຕັ້ງເວທີປຶກສາຫາລືຜູ້ນຳ AIPA;
6. ມະຕິວ່າດ້ວຍການຮັບຮອງເອົາການເສີມຂະຫຍາຍການມີສ່ວນຮ່ວມຢ່າງມີປະສິດທິຜົນກັບບັນດາຜູ້ສັງເກດການ AIPA ເພື່ອອາຊຽນທີ່ກວມລວມ ແລະ ຍືນຍົງ;
7. ມະຕິວ່າດ້ວຍການຮັບຮອງເອົາການສະເໜີເພື່ອສ້າງຕັ້ງຄະນະກຳມະການສະເພາະກິດ ເພື່ອປັບປຸງເພງປະຈຳ AIPA;
8. ມະຕິວ່າດ້ວຍການຮັບຮອງເອົາການຍົກເລີກການຕໍ່ອາຍຸ ແລະ ປັບປຸງບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືລະຫວ່າງກອງເລຂາ AIPA ແລະ ມູນນິທິ Freeland ແລະ ສ້າງຕັ້ງຄະນະກໍາມະການຮ່ວມມືເຮັດວຽກຮ່ວມກັນ ເພື່ອປຶກສາຫາລືປະຈຳປີລະຫວ່າງກອງເລຂາ AIPA ແລະ PCAsia ເພື່ອສົ່ງເສີມຂໍ້ມູນໂປ່ງໃສ ແລະ ການແບ່ງປັນຄວາມຮູ້ໃນການກະກຽມຄວາມພ້ອມ ແລະ ຮັບມືກັບພາວະສຸກເສີນດ້ານສຸຂະພາບ;
9. ມະຕິວ່າດ້ວຍການຮັບຮອງເອົາສະພາປະຊາຊົນແຫ່ງຊາດອານເຊຣີ ເປັນຜູ້ສັງເກດການຂອງສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ;
10. ມະຕິວ່າດ້ວຍການຮັບຮອງເອົາການມອບລາງວັນຜູ້ທີ່ມີຜົນງານດີເດັ່ນຕໍ່ AIPA ໃຫ້ແກ່ທ່ານ ໂຮເຊ ເດ ເວເນເຊຍ ຈູເນຍ (Jose De Venecia, Jr.) ຈາກປະເທດຟີລິບປິນ;
11. ມະຕິວ່າດ້ວຍການຮັບຮອງເອົາການມອບລາງວັນຜູ້ທີ່ມີຜົນງານດີເດັ່ນຕໍ່ AIPA ໃຫ້ແກ່ທ່ານ ລິມ ບາວ ຈວນ (Lim Biow Chuan) ຈາກປະເທດສິງກະໂປ;
12. ມະຕິວ່າດ້ວຍການຮັບຮອງເອົາການສະແດງຄວາມຊົມເຊີຍຕໍ່ການບໍລິຫານງານຂອງທ່ານ ດຣ. ທານ ສຣິ ດາໂຕະ ໂຈຮາຣິ ບິນ ອັບດຸນ (Tan Sri Dato’ (Dr.) Johari bin Abdul) ໃນຖານະປະທານໄອປາ AIPA;
13. ມະຕິວ່າດ້ວຍການຮັບຮອງເອົາການສະແດງຄວາມຂອບໃຈຕໍ່ການສໍາເລັດການປະຕິບັດໜ້າທີ່ຂອງທ່ານ ນາງ ອາຣ໌ ສິຕິ ໂຣໄຊເມຣິຢັນຕີ ດາໂຕະ ຮາຈິ ອັບດຸນ ຣາມານ (Ar. Siti Rozaimeriyanty Dato Haji Abdul Rahman) ເລຂາທິການໃຫຍ່ໄອປາ ຄົນທີ 6;
14. ມະຕິວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງເລຂາທິການໃຫຍ່ ຄົນທີ 7 ຂອງ AIPA;
15. ມະຕິວ່າດ້ວຍການຮັບຮອງເອົາວັນທີ ແລະ ສະຖານທີ່ຈັດກອງປະຊຸມໃຫຍ່ AIPA ຄັ້ງທີ 47.
ກອງປະຊຸມກໍາມາທິການວຽກງານຈັດຕັ້ງພາຍໃນ
