(ສພຊ) – ວັນທີ 19 ກັນຍາຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດລາວ ນໍາໂດຍທ່ານ ພົຕ. ປອ. ວົງສັກ ພັນ ທະວົງ ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການການຕ່າງປະເທດ, ທ່ານ ສຈ. ປອ. ຫົງຄຳ ສຸວັນນະວົງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ ໄດ້ເຂົ້າຮ່ວມກອງປະຊຸມກຳມາທິການການເມືອງ-ຄວາມໝັ້ນຄົງ (COMMITTEE ON POLITICAL MATTERS) ເຊິ່ງຈັດຂຶ້ນໃນລະຫວ່າງການດໍາເນີນກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (ASEAN Inter-Parliamentary Assembly – AIPA) ຄັ້ງທີ 46 ທີ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ ໂດຍການເປັນປະທານຂອງທ່ານ ດຣ. ດາໂຕະ ຣາມລີ ບິນ ໂມຮຳໝັດ ນໍຣ໌ (Dato’ Dr. Ramli bin Mohd Nor) ຮອງປະທານສະພາຜູ້ແທນລາສະດອນມາເລເຊຍ ເຊິ່ງມີຄະນະຜູ້ແທນລັດຖະສະພາ ຈາກ 9 ປະເທດສະມາຊິກໄອປາ ເຂົ້າຮ່ວມຄື: ບຣູໄນ ດາຣູຊາລາມ, ກຳປູເຈຍ, ອິນໂດເນເຊຍ, ສປປລາວ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ ແລະ ມາເລເຊຍ (ເຈົ້າພາບ); ນອກນັ້ນ, ຍັງມີປະເທດຕີມໍ ແລັດສະເຕ ເຂົ້າຮ່ວມຕິດຕາມໃນຖານະຜູ້ສັງເກດການພິເສດ.
ໃນວາລະການດໍາເນີນກອງປະຊຸມ, ຄະນະຜູ້ແທນໄດ້ປຶກສາຫາລືບັນດາຮ່າງມະຕິກ່ຽວກັບບັນຫາຕ່າງໆຢ່າງສ້າງສັນ, ກົງໄປກົງມາ ເຊິ່ງເປັນການປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ; ຄະນະຜູ້ແທນລາວ ຮ່ວມກັບລັດຖະສະພາມາເລເຊຍ ໄດ້ສະເໜີຮ່າງມະຕິຂອງຕົນ 1 ສະບັບ ກ່ຽວກັບການສົ່ງເສີມບົດບາດຂອງລັດຖະສະພາ ໃນການບັນລຸວິໄສທັດປະຊາຄົມອາຊຽນຮອດປີ 2045 ຜ່ານການຍົກສູງການທູດລັດຖະສະພາ, ການຮ່ວມມືຫຼາຍຝ່າຍ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນທົ່ວສັງຄົມ ແລະ ຖືກຮັບຮອງຈາກກອງປະຊຸມຢ່າງເປັນເອກະສັນ. ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ, ປະກອບຄໍາຄິດເຫັນ ແລະ ພິຈາລະນາຮ່າງມະຕິ 10 ສະບັບ ແລະ ສາມາດຮັບຮອງເອົາຢ່າງເປັນເອກະສັນ 9 ມະຕິ ຄື:
1. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳໄອປາ ຄັ້ງທີ 14 ໃນລະຫວ່າງກອງປະຊຸມຊຸດຍອດຜູ້ນຳອາຊຽນ ຄັ້ງທີ 46;
2. ມະຕິວ່າດ້ວຍການຮັບຮອງເອົາບົດລາຍກອງປະຊຸມຄະນະປະສານງານໄອປາ (AIPA Caucus) ຄັ້ງທີ 16;
3. ມະຕິວ່າດ້ວຍການສົ່ງເສີມຂໍ້ລິເລີ່ມສັນຕິພາບ ເພື່ອປະຊາຊົນ ແລະ ທົ່ວໂລກ;
4. ມະຕິວ່າດ້ວຍການສົ່ງເສີມບົດບາດຂອງລັດຖະສະພາ ໃນການບັນລຸວິໄສທັດປະຊາຄົມອາຊຽນ 2045 ຜ່ານການຍົກສູງການທູດລັດຖະສະພາ, ການຮ່ວມມືຫຼາຍຝ່າຍ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນທົ່ວສັງຄົມ;
5. ມະຕິວ່າດ້ວຍການເພີ່ມທະວີການຮ່ວມມືລະຫວ່າງລັດຖະສະພາ ເພື່ອຕ້ານອາຊະຍາກຳທາງອິນເຕີເນັດຂ້າມຊາດ;
6. ມະຕິວ່າດ້ວຍບົດບາດຂອງລັດຖະສະພາ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດໃນອາຊຽນ;
7. ມະຕິວ່າດ້ວຍການເພີ່ມທະວີການພົວພັນຄູ່ຮ່ວມມືດ້ານສິດທິມະນຸດລະຫວ່າງ AIPA-AICHR ໃນການຊຸກຍູ້ການເຕີບໂຕແບບກວມລວມ, ການພັດທະນາແບບຍືນຍົງ ແລະ ການຮ່ວມມືດ້ານສິດທິມະນຸດໃນພາກພື້ນ;
8. ມະຕິວ່າດ້ວຍການເພີ່ມທະວີການຕິດຕາມກວດກາຂອງລັດຖະສະພາ ກ່ຽວກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດໃນອາຊຽນ;
9. ມະຕິວ່າດ້ວຍການແກ້ໄຂສະພາບການດ້ານມະນຸດສະທຳໃນມຽນມາ.
ກອງປະຊຸມກໍາມາທິການການເມືອງ-ຄວາມໝັ້ນຄົງ
