loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມກະກຽມເນື້ອໃນສານຂອງປະທານໄອປາ

ຕ.ລ. 14, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ຕອນເຊົ້າວັນທີ 9 ຕຸລາຜ່ານມາ ໄດ້ມີກອງປະຊຸມເພື່ອປຶກສາຫາລື ແລະ ພິຈາລະນາເນື້ອໃນສານຂອງປະທານສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ທີ່ຈະມີຄໍາເຫັນຕໍ່ບັນດາຜູ້ນໍາອາຊຽນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ຊິຕິ ໂຣໄຊເມຣິຢັນຕີ ດາໂຕະ ຮາຈິ ດັບດຸນ ຣາມັນ (Siti Rozaimeriyanty Haji Abdul Rahman) ເລຂາທິການໃຫຍ່ໄອປາ; ມີຄະນະຜູ້ແທນຈາກປະເທດບຣູໄນ, ກຳປູເຈຍ, ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈະໄດ້ມີການຜ່ານເນື້ອໃນຂອງສານຂອງປະທານໄອປາ ທີ່ຈະນຳສະເໜີຕໍ່ກອງປະຊຸມສຳຄັນໃນການພົບປະຜູ້ນຳລະດັບສູງຂອງໄອປາ ແລະ ອາຊຽນ. ສະພາແຫ່ງຊາດລາວ ໃນຖານະເປັນປະທານກອງປະຊຸມໄອປາຄັ້ງທີ 45 ນີ້ ເຊິ່ງຈະໄດ້ຈັດຂຶ້ນພາຍໃຕ້ຄໍາຂວັນທີ່ວ່າ: “ບົດບາດຂອງລັດຖະສະພາ ໃນການຊຸກຍູ້ການເຊື່ອມຈອດ ແລະ ການຈະເລີນເຕີບໂຕແບບກວມລວມຂອງອາຊຽນ” ເຊິ່ງຈະເປັນການເສີມຂະຫຍາຍບົດບາດຂອງໄອປາ ໃນການຊຸກຍູ້ຄວາມພະຍາຍາມຂອງອາຊຽນ ເພື່ອແນໃສ່ຊຸກຍູ້ໃຫ້ປະຊາຄົມອາຊຽນ ມີຄວາມສາມັກຄີ, ເປັນເອກະພາບ ແລະ ເປັນປະຊາຄົມທີ່ໝັ້ນຄົງ ພ້ອມທັງເພີ່ມທະວີການເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ.

ຈຸດປະສົງຕົ້ນຕໍຂອງກອງປະຊຸມນີ້ ແມ່ນເປັນການກະກຽມຮ່າງສານຂອງປະທານໄອປາ ກ່ອນຈະນໍາໄປລາຍງານຢູ່ກອງປະຊຸມພົບປະລະຫວ່າງຜູ້ນໍາຂອງໄອປາ ແລະ ອາຊຽນ ເຊິ່ງດໍາເນີນມາເປັນຄັ້ງທີ 13 ແລ້ວ.

ໃນກອງປະຊຸມກະກຽມນີ້, ທ່ານຮອງປະທານສະພາແຫ່ງຊາດໄດ້ມີຄໍາເຫັນກ່າວເປີດ ໂດຍໄດ້ຊີ້ໃຫ້ເຫັນຄວາມສໍາຄັນຂອງກອງປະຊຸມ ທີ່ມີໜ້າທີ່ປັບປຸງເນື້ອໃນສານຂອງປະທານໄອປາໃຫ້ມີຄວາມຮັດກຸມ, ຄົບຖ້ວນ ແລະ ຈະແຈ້ງ. ບັນດາຜູ້ເຂົ້າຮ່ວມໄດ້ຕັ້ງໜ້າປະກອບຄໍາເຫັນຕໍ່ແຕ່ລະເນື້ອໃນຂອງສານ ແລະ ມີຄວາມເປັນເອກະພາບສູງໃນການຮັບຮອງເອົາສານຂອງປະທານໄອປາຕາມກໍານົດໝາຍ.

ການພົບປະລະຫວ່າງຜູ້ນຳອາຊຽນ ແລະ ໄອປາ ເປັນກົນໄກທີ່ສຳຄັນເພື່ອປຶກສາຫາລືບັນຫາສຳຄັນຂອງພາກພື້ນ ລວມໄປເຖິງບັນດາ​ສິ່ງ​ທ້າ​ທາຍ, ບັນຫາເລັ່ງດ່ວນຕ່າງໆ; ກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ໄອປາ ຈະຊຸກຍູ້​ການ​ປຶກສາ​ຫາລື​ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ​ລະຫວ່າງ​ອົງການ​ບໍລິຫານ ​ແລະ ອົງການ​ນິຕິບັນຍັດ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ​ໃນ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2025 ເຊິ່ງສອດຄ່ອງກັບພາລະກິດຂອງແຕ່ລະປະເທດ.

(ນາງ ອາລິນ ສຸພິມມະປະດິດ)