ກສຕສ ​ເຄື່ອນ​ໄຫວຕິດຕາມກວດກາຢູ່ຫົວພັນ

ຕ.ລ. 1, 2025

(ສພຊ) – ວັນທີ 23-26 ກັນຍາຜ່ານມາ, ທ່ານ ຄໍາມ່ວນ ຊົມສີຫາປັນຍາ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍ, ນິຕິກໍາໃຕ້ກົດໝາຍ ທີ່ພົວພັນກັບການຊຸກຍູ້ສົ່ງເສີມວຽກງານກະສິກໍາ; ການຂຶ້ນທະບຽນອອກໃບຕາດິນ ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິສະບັບເລກທີ 57/ຄປຈ, ລົງ​ວັນ​ທີ 31 ພຶດສະພາ 2024 ວ່າດ້ວຍການຮັບຮູ້ສິດນຳໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້; ວຽກງານການຄຸ້ມຄອງ, ຈັດສັນເນື້ອທີ່ດິນແຕ່ລະປະເພດຂອງບັນດາຂະແໜງການ, ການໃຫ້ເຊົ່າ ແລະ ສຳປະທານທີ່ດິນຂອງລັດ; ການຕິດຕາມກວດກາບັນຫາຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ ທີ່ເກີດຈາກການພັດທະນາໂຄງການ.
ໃນການເຄື່ອນໄຫວ, ຄະນະໄດ້ລົງຢ້ຽມຢາມການຈັດຕັ້ງປະຕິບັດວຽກງານຂອງ​ໂຄງການຂຸດຄົ້ນ ​ແລະ ປຸງ​ແຕ່ງ ແຮ່ອັກຕີມອນ ຢູ່ບ້ານຊາງຄຳ ເມືອງຊໍາເໜືອ, ​ໂຄງການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຫາຍາກ ຢູ່ບ້ານຫົວຊຽງ ​ແລະ ​ໂຄງການ​ຂຸດ​ຄົ້ນ​ຖ່ານ​ຫີນ ຢູ່ເມືອງຫົວເມືອງ ໂດຍໄດ້ຮັບຟັງການລາຍງານກ່ຽວກັບສະພາບລວມການຈັດຕັ້ງປະຕິບັດຂອງໂຄງການ ແລະ ເຂດພື້ນທີ່ທີ່ໄດ້ຮັບຜົນກະທົບທາງດ້ານສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ ຂອງໂຄງການ; ພ້ອມກັນນັ້ນ, ກໍໄດ້ເຮັດວຽກຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ເຊິ່ງ​ປະກອບ​ມີຄະນະນໍາຂອງສະພາປະຊາຊົນແຂວງ, ປະທານຄະນະ​ກຳມະການປົກຄອງເມືອງ, ຄະນະນໍາຂັ້ນເມືອງ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກກະສິກຳ ແລະ ສິ່ງແວດລ້ອມ.
ທ່ານ ຄໍາມ່ວນ ຊົມສີຫາປັນຍາ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າພົບທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ເຈົ້າແຂວງແຂວງຫົວພັນ ເພື່ອລາຍງານຈຸດປະສົງ ​ແລະ ຜົນການລົງເຄື່ອນໄຫວເບິ່ງເຂດພື້ນທີ່ຕົວຈິງ ເພື່ອ​ເປັນ​ຂໍ້​ມູນ​​ໃນ​ການ​ສືບ​ຕໍ່ຊີ້​ນຳ-​ນຳພາ​ການ​ປະຕິບັດ​ວຽກ​ງານ​ດັ່ງກ່າວ ​ໃຫ້​ມີ​ປະສິດທິ​ຜົນ​ດີ​ຂຶ້ນ​ກວ່າ​ເກົ່າ; ທ່ານເຈົ້າແຂວງ ກໍ​ໄດ້​ສະ​ເໜີ​ຄະນະ​ຕິດຕາມກວດກາ ກໍ​ຄືສະພາແຫ່ງຊາດ ຊ່ວຍ​ຊຸກຍູ້​ລັດຖະບານ ໃຫ້​ບຸລິມະສິດ ​ແລະ ມີ​ນະ​​ໂຍບາຍ​ພິ​ເສດດ້ານ​ການ​ລົງທຶນ​ໃນ​ຂົງ​ເຂດ​ຕ່າງໆຢູ່​ແຂວງ​ຫົວພັນທີ່ມີ​ທ່າ​ແຮງ ​ເພື່ອ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ແຂວງ ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ​ແລະ ກ້າວ​ກະ​ໂດດ.