(ສພຊ) – ວັນທີ 4-6 ມີນານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມກວດກາເນື້ອໃນຮອບດ້ານສອງຮ່າງກົດໝາຍສະບັບປັບປຸງຄື: ກົດໝາຍວ່າດ້ວຍການປົກ ຄອງທ້ອງຖິ່ນ ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ໂດຍການເປັນປະທານຂອງຮອງປະທານສະພາແຫ່ງຊາດ ທ່ານ ຄໍາໃບ ດໍາລັດ ແລະ ທ່ານ ພົທ. ສຸວອນ ເລືອງບຸນມີ; ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກໍາມາທິການທີ່ກ່ຽວຂ້ອງຂອງ ສພຊ, ຮອງລັດຖະມົນຕີກະຊວງພາຍໃນ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ ພ້ອມດ້ວຍຄະນະກົມ, ຄະນະພະແນກ, ພະນັກງານຈາກ ສພຊ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ທັງນີ້, ກໍເພື່ອຮັບປະກັນໃຫ້ເນື້ອໃນຂອງຮ່າງກົດໝາຍສອງສະບັບດັ່ງກ່າວ ທີ່ຈະນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ທີີ່ຈະໄຂຂຶ້ນໃນກາງເດືອນມີນານີ້ ມີຄວາມຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບການປັບປຸງລັດຖະທໍາມະນູນ ແລະ ການປັບປຸງລະບົບການປົກຄອງຂັ້ນທ້ອງຖິ່ນ ທັງຮັບປະກັນໃຫ້ວຽກງານພະນັກງານ-ລັດຖະກອນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຫຼາຍຂຶ້ນ.
ກອງປະຊຸມຄັ້ງນີ້ ເປັນການຄົ້ນຄວ້າ, ກວດກາເນື້ອໃນຮອບດ້ານຢ່າງລະອຽດຖີ່ຖ້ວນ ເຊິ່ງຜູ້ເຂົ້າຮ່ວມໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ປະກອບຄໍາເຫັນຢ່າງກົງໄປກົງມາ ແນໃສ່ເຮັດໃຫ້ເນື້ອໃນຮ່າງກົດໝາຍມີຄວາມຄົບຖ້ວນ, ຮັດກຸມ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍອື່ນທີ່ປະກາດໃຊ້ແລ້ວ, ນິຕິກໍາອື່ນທີີ່ກ່ຽວຂ້ອງ ແລະ ແທດເໝາະກັບສະພາບຕົວຈິງ; ພາຍຫຼັງສໍາເລັດກອງປະຊຸມ, ແມ່ນຈະໄດ້ລາຍງານຜົນການກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ ຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ເພື່ອພິຈາລະນາ.
(ສອນສັກ ວັນວິໄຊ)