(ສພຊ) – ວັນພຸດທີ 14 ພຶດສະພາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍສາມັນສຶກສາ (ສະບັບສ້າງໃໝ່) ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການຂອງ ສພຊ, ຮອງລັດຖະມົນຕີກະຊວງ ແລະ ອົງການທີ່ກ່ຽວຂ້ອງ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນຈາກພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ຄຳໃບ ດຳລັດ ກ່າວວ່າ: ຮ່າງກົດໝາຍວ່າດ້ວຍສາມັນສຶກສາສະບັບສ້າງໃໝ່ນີ້ ກ່ອນທີ່ລັດຖະບານຈະສະເໜີຫາຄະນະປະຈຳສະພາແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ກໍໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການຄົ້ນຄວ້າຕາມຂັ້ນຕອນຂອງການສ້າງນິຕິກຳ ແລະ ໄດ້ຈັດກອງປະຊຸມຂັ້ນວິຊາການແລ້ວ; ສະນັ້ນ, ການຈັດກອງປະຊຸມໃນຄັ້ງນີ້ ຈຶ່ງມີຄວາມໝາຍຄວາມສໍາຄັນຫຼາຍ ເພາະຈະເປັນການຄົ້ນຄວ້າ, ຮຽບຮຽງຢ່າງລະອຽດຮອບດ້ານ ແນໃສ່ເຮັດໃຫ້ຮ່າງກົດໝາຍມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດນໍາເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນໃນເດືອນມິຖຸນານີ້.

ທ່ານ ປອ. ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ສະເໜີເຫດຜົນ ແລະ ຄວາມຈຳເປັນຂອງການສ້າງກົດໝາຍວ່າດ້ວຍສາມັນສຶກສາ ແມ່ນເພື່ອໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ, ແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ຫຼຸດຜ່ອນອັດຕາການປະລະຂອງຜູ້ຮຽນ ແລະ ເພີ່ມຄວາມຮັບຜິດຊອບຂອງພໍ່ແມ່ ຫຼື ຜູ້ປົກຄອງ, ຊຸມຊົນ ແລະ ສັງຄົມ; ຊຸກຍູ້ ແລະ ສົ່ງເສີມການລົງທຶນເຂົ້າໃສ່ວຽກງານສາມັນສຶກສາໃຫ້ຫຼາຍຂຶ້ນ; ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ IX, X ແລະ XI ໃນການຈັດຕັ້ງປະຕິບັດ 4 ເນື້ອໃນບຸກທະລຸ ໂດຍສະເພາະການບຸກທະລຸດ້ານການພັດທະນາຊັບພະຍາກອນມະນຸດ; ເຮັດໃຫ້ການຄຸ້ມ ຄອງ, ບໍລິຫານວຽກງານສາມັນສຶກສາ ມີຄວາມເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ ທັງຮັບປະກັນຄຸນນະພາບການສຶກສາ ສອດຄ່ອງກັບສະພາບການປ່ຽນແປງໃນໄລຍະໃໝ່. ທ່ານໃຫ້ຮູ້ອີກວ່າ: ເມື່ອກົດໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງໃຫ້ຂະແໜງການສຶກສາທິການ ແລະ ກິລາ ໃນການສ້າງນະໂຍບາຍ, ແຜນຍຸດທະສາດ, ແຜນການ, ແຜນງານ, ໂຄງການ ແລະ ບັນດານິຕິກຳຕ່າງໆ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານສາມັນສຶກສາ ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ; ຮັບປະກັນໃຫ້ພົນລະເມືອງລາວ ເຂົ້າເຖິງການສຶກສາສາມັນສຶກສາ ທີ່ມີຄຸນນະພາບທຽບເທົ່າກັບພາກພື້ນ ແລະ ສາກົນ; ຍົກສູງຄວາມເຊື່ອໝັ້ນໃຫ້ແກ່ຊຸມຊົນ, ສັງຄົມ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານສາມັນສຶກ ສາ ທັງຊຸກຍູ້ ແລະ ສົ່ງເສີມການລົງທຶນໃສ່ວຽກງານສາມັນສຶກສາໃຫ້ຫຼາຍຂຶ້ນ; ເພີ່ມທະວີຄວາມຮັບຜິດຊອບ, ຍົກສູງຄວາມຮູ້ຄວາມເຂົ້າໃຈ ແລະ ເປັນເຈົ້າການໃນການປະຕິບັດສິດ, ໜ້າທີ່ ແລະ ພັນທະຂອງພົນລະເມືອງລາວທຸກຄົນ ເພື່ອປະກອບສ່ວນດ້ານທຶນຮອນ, ແຮງງານ ແລະ ວັດຖຸອຸປະກອນ ເຂົ້າໃນວຽກງານສາມັນສຶກສາຢ່າງຕັ້ງໜ້າ.
(ສອນສັກ ວັນວິໄຊ)