(ສພຊ) – ເພື່ອເປັນການຄົ້ນຄວ້າ, ວິເຄາະວິໄຈ ເນື້ອໃນຕ່າງໆ ຂອງກົດໝາຍຢ່າງລະອຽດ, ເລິກເຊິ່ງ ຮັບປະກັນຄວາມພ້ອມທາງດ້ານເນື້ອໃນຂອງຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ ກ່ອນນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX; ວັນທີ 9 ພຶດສະພານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ, ໄດ້ມີກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ (ສ້າງໃໝ່) ໂດຍການເປັນປະທານຂອງທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະ ທານກຳມາທິການທີ່ກ່ຽວຂ້ອງຂອງ ສພຊ, ຮອງລັດຖະມົນຕີກະຊວງ ແລະ ອົງການທີ່ກ່ຽວຂ້ອງ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນທີ່ກ່ຽວຂ້ອງ.

ທ່ານ ພົທ. ສຸວອນ ເລືອງບຸນມີ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳເຫັນ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍມີຄວາມຄົບຖ້ວນ, ຮັດກຸມ, ຈະແຈ້ງ, ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທໍາມະນູນ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ, ຮັບປະກັນຄວາມປອດໄພໄຊເບີ, ແທດເໝາະກັບສະພາບການຂະຫຍາຍ ຕົວທາງດ້ານເສດຖະກິດ-ສັງຄົມ ແລະ ສາມາດຈັດຕັ້ງປະຕິບັດໄດ້.

ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີໂດຍຫຍໍ້ກ່ຽວກັບເຫດຜົນ ແລະ ຄວາມຈຳເປັນຂອງການສ້າງກົດໝາຍວ່າດ້ວຍປອດໄພໄຊເບີ ແມ່ນເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາດ້ານເສດຖະກິດ-ສັງຄົມຂອງປະເທດ ເຮັດໃຫ້ການຄຸ້ມຄອງເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ການສື່ສານ ທັນກັບສະພາບການປ່ຽນແປງໃນແຕ່ລະໄລຍະ ແລະ ເພື່ອໃຫ້ສອດຄ່ອງກັບສົນທິສັນ ຍາສາກົນທີ່ ສປປລາວ ເປັນພາຄີ; ກົດໝາຍສະບັບນີ້ ຍັງມີຄວາມສຳຄັນໃນການສ້າງກົນໄກໃນການຄຸ້ມຄອງ ແລະ ປົກປ້ອງຂໍ້ມູນຂ່າວສານ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ໃຊ້ບໍລິການ ໃຫ້ໄດ້ຮັບຄວາມເປັນທຳ ແລະ ປອດໄພ ພ້ອມທັງສ້າງພື້ນຖານທາງກົດໝາຍໃນການແຕ່ງຕັ້ງ ແລະ ເຄື່ອນໄຫວຂອງລະບົບປະຕິບັດການຄວາມປອດໄພໄຊເບີແຫ່ງຊາດ ແລະ ຍົກປະສິດທິພາບກົນໄກປະສານງານໃນການຕອບໂຕ້ເຫດສຸກເສີນໄຊເບີທີ່ຮ້າຍແຮງ. ນອກຈາກນີ້, ຍັງມີຄວາມຈຳເປັນໃນການກຳນົດມາດຕະການປ້ອງກັນ, ຕອບໂຕ້ເຫດການສຸກເສີນ ແລະ ກູ້ຄືນລະບົບ ໃນກໍລະນີເກີດໄພຄຸກຄາມໄຊເບີ; ສ້າງຂອບເຂດທາງກົດໝາຍສຳລັບການຂຶ້ນທະບຽນຄວາມປອດໄພໄຊເບີ ແລະ ການດຳເນີນທຸ ລະກິດຄວາມປອດໄພໄຊເບີ; ກຳນົດສິດ ແລະ ພັນທະຂອງຜູ້ຂຶ້ນທະບຽນຄວາມປອດໄພໄຊເບີ, ຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການດ້ານຄວາມປອດໄພໄຊເບີ ພ້ອມທັງສ້າງກົນໄກໃນການຄຸ້ມຄອງ ແລະ ກວດກາວຽກງານຄວາມປອດໄພໄຊເບີ; ຈະຊ່ວຍໃຫ້ການຈັດຕັ້ງປະຕິບັດວຽກງານຄວາມປອດໄພໄຊເບີ ມີປະສິດທິພາບ ແລະ ປະສິດທິຜົນ, ປະກອບ ສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ທ່ານຮອງລັດຖະມົນຕີກະຊວງ ກຕສ ໃຫ້ຮູ້ອີກວ່າ: ຫາກກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນເຄື່ອງມືອັນສຳຄັນໃນການຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃນຍຸກດິຈິຕອນ; ເປັນກົນໄກສຳຄັນໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ ໂດຍການສ້າງສະພາບແວດລ້ອມທາງດິຈິຕອນທີ່ປອດໄພ, ໜ້າເຊື່ອຖື ແລະ ເອື້ອອຳນວຍຕໍ່ການຫັນເປັນເສດຖະກິດດິຈິຕອນ; ຊ່ວຍໃຫ້ ສປປລາວ ກ້າວໄປສູ່ການເປັນປະເທດທີ່ມີຄວາມພ້ອມໃນການຮັບມືກັບຄວາມສ່ຽງ ແລະ ໂອກາດໃນໂລກດິຈິຕອນ ທີ່ກຳລັງເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ.
ຜູ້ເຂົ້າຮ່ວມໄດ້ເປັນເຈົ້າການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຕໍ່ບັນດາເນື້ອໃນຮ່າງກົດໝາຍສະບັບນີ້ ຢ່າງມີຈຸດສຸມ, ມີລັກສະນະຫຼັກການ ແລະ ມີຄໍາເຫັນລົງເລິກແຕ່ລະພາກ, ໝວດ, ມາດຕາ ໃນນັ້ນ, ມີຫຼາຍເນື້ອໃນຂອງຫຼາຍມາດຕາ ໄດ້ຮັບການປັບປຸງໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ຊັດເຈນກວ່າເກົ່າ.
(ນາງ ກຸກກິກ ບຸດດາໄຊ)