(ສພຊ) – ວັນທີ 8 ພຶດສະພານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍປ້າຍ (ສະບັບປັບປຸງ) ໂດຍການເປັນປະທານຂອງທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງຂອງ ສພຊ, ຮອງລັດຖະມົນຕີກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ ແລະ ພາກ ສ່ວນທີ່ກ່ຽວຂ້ອງ.

ທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ມີຄຳເຫັນກ່າວເປີດວ່າ: ກອງປະຊຸມຄັ້ງນີ້ ແມ່ນການຄົ້ນຄວ້າເນືື້ອໃນຮອບ ດ້ານຂອງຮ່າງກົດໝາຍຢ່າງລະອຽດ ໂດຍເລີ່ມແຕ່ມາດຕາທໍາອິດຫາມາດຕາສຸດທ້າຍ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍສະບັບນີ້ ມີຄວາມຄົບຖ້ວນ, ຊັດເຈນ, ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ການຈັດຕັ້ງປະຕິບັດວຽກງານປ້າຍຕົວຈິງ ແນໃສ່ເຮັດໃຫ້ຮ່າງກົດໝາຍມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍອື່ນທີ່ປະກາດໃຊ້ແລ້ວ ເພື່ອສາມາດນໍາເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX.
ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ໄດ້ສະເໜີໂດຍຫຍໍ້ກ່ຽວກັບເຫດຜົນ ແລະ ຄວາມຈຳເປັນ ຂອງການປັບປຸງກົດໝາຍວ່າດ້ວຍປ້າຍ ແມ່ນເພື່ອປະຕິບັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມແຜນພັດທະນາເສດຖະກິດ-ສັງຄົມ, ວັດທະນະທຳ ແຕ່ລະໄລຍະ ໃຫ້ສອດຄ່ອງ ແລະ ບັນລຸຄາດໝາຍທີ່ວາງໄວ້, ສາມາດຮັກສາໄດ້ລັກສະນະຊາດ, ກ້າວໜ້າ ແລະ ມະຫາຊົນ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ສ້າງຄວາມເປັນເອກະພາບ, ສະເໝີພາບ ແລະ ຄວາມຍຸຕິທຳ ໃນການແຂ່ງຂັນດຳເນີນທຸລະກິດກ່ຽວກັບປ້າຍ ແລະ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ້າຍ; ແກ້ໄຂການແບ່ງຂັ້ນຄຸ້ມຄອງ ແລະ ເກັບລາຍຮັບວິຊາການຖອກເຂົ້າງົບປະມານໃຫ້ບັນລຸຕາມຄາດໝາຍ; ສ້າງຄວາມສອດຄ່ອງຕໍ່ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ກັບບັນດາຂະແໜງການຕ່າງໆ (ສາທາລະນະສຸກ, ໂຍທາທິການ ແລະ ຂົນສົ່ງ, ອຸດສາຫະກຳ ແລະ ການຄ້າ, ການລົງທຶນ); ແກ້ໄຂການຜະລິດ ແລະ ການຫ້າມນຳເຂົ້າປ້າຍຈາກຕ່າງປະເທດ ທີ່ຂຽນຕົວໜັງສືບໍ່ຖືກຕາມຫຼັກໄວຍາກອນລາວ, ສີສັນຂອງປ້າຍບໍ່ສອດຄ່ອງກັບເອກະລັກວັດທະນະທຳຂອງ ສປປລາວ; ກຳນົດຮູບແບບຂອງປ້າຍໃຫ້ຄົບຖ້ວນ ເຮັດໃຫ້ການຄຸ້ມຄອງງ່າຍຂຶ້ນ; ກຳນົດຮູບແບບການຂໍອະນຸຍາດນຳໃຊ້ປ້າຍ, ການດຳເນີນທຸລະກິດປ້າຍ, ເວລານຳໃຊ້ປ້າຍ ໃຫ້ຄົບຖ້ວນ. ທ່ານໃຫ້ຮູ້ອີກວ່າ: ຫາກກົດໝາຍວ່າດ້ວຍປ້າຍ ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ້າຍໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີກວ່າເກົ່າ; ເນື້ອໃນກົດໝາຍມີຄວາມສົມບູນ, ລະອຽດຈະແຈ້ງຂຶ້ນ, ເຂົ້າໃຈງ່າຍໃນທາງປະຕິບັດການກວດກາການເກັບລາຍຮັບ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການທັນກັບສະພາບການຂະ ຫຍາຍຕົວຂອງເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ອະນາຄົດ; ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ແລະ ສາກົນ ເຫັນໄດ້ເຖິງນະໂຍບາຍຢ່າງຈະແຈ້ງຂອງພັກ ແລະ ລັດຖະບານ ໃນການຄຸ້ມຄອງ ແລະ ສົ່ງເສີມວຽກງານປ້າຍ; ຍົກສູງສະຕິ ຊາດ, ຄວາມເປັນເອກະລາດ, ເອກະພາບ ແລະ ເປັນເຈົ້າຕົນເອງ ຂອງປະຊາຊົນບັນດາເຜົ່າໃຫ້ສູງຂຶ້ນ; ສາມາດແກ້ໄຂບັນຫາຄົງຄ້າງການໂຄສະນາດ້ວຍປ້າຍ ເປັນຕົ້ນແມ່ນສ້າງຄວາມເປັນເອກະພາບ, ສະເໝີພາບ ແລະ ຄວາມຍຸຕິທຳ ໃນການແຂ່ງຂັນດຳເນີນທຸລະກິດກ່ຽວກັບປ້າຍ; ສ້າງ ແລະ ປັບປຸງກົດໝາຍ ໃຫ້ສອດຄ່ອງກັບກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ກັບບັນດາຂະແໜງການອື່ນ; ສ້າງຄວາມອາດສາມາດສ້າງລາຍຮັບເຂົ້າງົບປະມານ ແລະ ການນຳໃຊ້ໂປ່ງໃສ, ກວດສອບໄດ້; ແກ້ໄຂການຜະລິດ ແລະ ນຳເຂົ້າປ້າຍຈາກຕ່າງປະເທດ; ສ້າງຄວາມເປັນລະບຽບຮຽບຮ້ອຍໃນການຕິດຕັ້ງປ້າຍໃນຕົວເມືອງ ໃຫ້ມີຄວາມສວຍງາມ.
ບັນດາຜູ້ເຂົ້າຮ່ວມໄດ້ເປັນເຈົ້າການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຕໍ່ບັນດາເນື້ອໃນຮ່າງກົດໝາຍສະບັບນີ້ຢ່າງມີຈຸດສຸມ, ມີລັກສະນະຫຼັກການ ຕິດພັນກັບການຈັດຕັ້ງປະຕິບັດຕົວຈິງ ແລະ ມີຄໍາເຫັນລົງເລິກແຕ່ລະພາກ, ໝວດ, ມາດຕາ ໃນນັ້ນ, ມີຫຼາຍເນື້ອໃນຂອງຫຼາຍມາດຕາ ໄດ້ຮັບການປັບປຸງໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ຊັດເຈນກວ່າເກົ່າ.
(ນາງ ອາລິນ ສຸພິມມະປະດິດ)