loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກວດກາເນື້ອໃນຮອບດ້ານຮ່າງກົດໝາຍ 2 ສະບັບ

ກ.ຍ. 20, 2024 | SlideMobile, ຂ່າວເດັ່ນ

​(ສພຊ) – ວັນທີ 16-19​ ກັນຍາ 2024 ທີ່ແຂວງວຽງຈັນ ໄດ້ມີກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍທະນາຄານ ແຫ່ງ ສປປລາວ (ສະບັບປັບປຸງ) ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການທະນາຄານ ແຫ່ງ ສປປລາວ, ບັນດາທ່ານປະທານກຳມາທິການ, ຮອງປະທານກຳມາທິການພາຍໃນສະພາແຫ່ງຊາດ, ຮອງລັດຖະມົນຕີ ແລະ​ ຮອງຫົວໜ້າອົງການທີ່ກ່ຽວຂ້ອງ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ກ່າວເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມຈໍາເປັນຂອງກອງປະຊຸມຄັ້ງນີ້ ເພາະເປັນກອງປະຊຸມຄົ້ນຄວ້າກວດກາເນື້ອໃນຮອບດ້ານຂອງສອງຮ່າງກົດໝາຍດັ່ງກ່າວຢ່າງລະອຽດ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍທັງສອງສະບັບມີຄວາມຄົບຖ້ວນ, ຮັດກຸມກວ່າເກົ່າ ເພື່ອສະຫຼຸບລາຍງານຂໍຄຳເຫັນຂອງກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ເພື່ອກ້າວໄປຫາຂັ້ນຕອນນຳເອົາໄປທາບທາມຄຳເຫັນກັບບັນດາສະມາຊິກສະພາແຫ່ງຊາດ, ສະມາ ຊິກສະພາປະຊາຊົນຂັ້ນແຂວງ ແລະ ພະແນກການທີ່ກ່ຽວຂ້ອງ ກ່ອນນຳເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ທີ່ຈະໄຂຂຶ້ນໃນທ້າຍປີນີ້.
ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໄດ້ແຈ້ງໃຫ້ທີ່ປະຊຸມຊາບວ່າ ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວສະບັບປັດຈຸບັນ ໄດ້ປະກາດໃຊ້ແຕ່ປີ 2013 ເຊິ່ງມາເຖິງປັດຈຸບັນ, ອີງໃສ່ຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ແລະ ພາລະບົດບາດ, ໜ້າທີ່ ໄດ້ມີການປັບ ປຸງໄປຕາມແຕ່ລະສະໄໝກອງປະຊຸມ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງກົດໝາຍສະບັບນີ້ຄືນໃໝ່ ເພື່ອໃຫ້ແທດເໝາະກັບສະພາບການຕົວຈິງໃນປັດຈຸບັນ. ກົດໝາຍສະບັບນີ້ ມີເນື້ອໃນກວມລວມຫຼາຍ, ເຮັດໃຫ້ບາງມາດຕາຍັງມີຄວາມສັບສົນໃນການນຳໃຊ້ ແລະ ຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ. ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໃຫ້ຮູ້ວ່າ: ຄະນະຮັບຜິດ ຊອບໄດ້ຈັດຕັ້ງການຄົ້ນຄວ້າ, ປະເມີນ, ທາບທາມ ແລະ ປະກອບຄຳເຫັນຕໍ່ຮ່າງກົດໝາຍສະບັບປັບປຸງໃໝ່ ເປັນຈໍານວນ 11 ຄັ້ງ ມາແລ້ວ.
ໃນເວລາກວດກາເນື້ອໃນຮອບດ້ານຂອງກົດໝາຍວ່າດ້ວຍທະນາຄານແຫ່ງລັດ, ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ໄດ້ເນັ້ນໜັກວ່າ: ກົດໝາຍວ່າດ້ວຍທະນາຄານແຫ່ງ ສປປລາວ ສະບັບທໍາອິດ ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 1990 ແລະ ໄດ້ຜ່ານການປັບປຸງ 3 ຄັ້ງຄື: ປີ 1995, 1999 ແລະ 2018. ຜ່ານການຈັດຕັ້ງປະຕິບັດເປັນໄລຍະເວລາ 6 ປີ ເຫັນວ່າ ກົດໝາຍສະບັບດັ່ງ ກ່າວ ຍັງຕ້ອງໄດ້ມີການປັບປຸງໃຫ້ຮັດກຸມ ແລະ ຈະແຈ້ງກວ່າເກົ່າ ໂດຍສະເພາະແມ່ນບັນດາມາດຕະ ການທີ່ເປັນຊ່ອງວ່າງໃນການຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ການເຄື່ອນໄຫວຂອງທະນາຄານ ມີປະສິດ ທິຜົນ, ແນໃສ່ເຮັດໃຫ້ການຄຸ້ມຄອງມະຫາພາກດ້ານການເງິນ, ສະຖາບັນການເງິນມີຄວາມໝັ້ນຄົງ ແລະ ລະບົບຊຳລະມີຄວາມເຂັ້ມແຂງ ແລະ ທັນສະໄໝ.
ບັນດາຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າປະກອບຄວາມເຫັນຕໍ່ເນື້ອໃນຂອງ 2 ຮ່າງກົດໝາຍ ທີ່ຕິດພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຂະແໜງການຕົນ ແນໃສ່ເຮັດໃຫ້ເນື້ອໃນມີຄວາມສົມ ບູນຂຶ້ນຕື່ມ ເພື່ອຈະນຳໄປລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດໃນມໍ່ໆນີ້.
(ນາງ ອາລິນ ສຸພິມມະປະດິດ)