ກວດກາເນື້ອໃນກົດໝາຍຢາ ແລະ ຜະລິດຕະພັນການແພດ

ພ.ພ. 14, 2025 | banner, SlideMobile, ຂ່າວ ສພຊ

(ສພຊ) – ວັນທີ 12-13 ພຶດສະພາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງຂອງ ສພຊ, ຮອງລັດຖະມົນຕີກະຊວງ ແລະ ອົງການທີ່ກ່ຽວຂ້ອງ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນຈາກພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ຄຳໃບ ດຳລັດ ກ່າວວ່າ: ຮ່າງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບປັບປຸງນີ້ ກ່ອນທີ່ລັດຖະບານຈະສະເໜີຫາຄະນະປະຈໍາສະພາແຫ່ງຊາດ, ກະຊວງສາທາລະນະສຸກ ກໍໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ດໍາເນີນການຄົ້ນຄວ້າປັບປຸງຕາມຂັ້ນຕອນຂອງການສ້າງນິຕິກໍາແລ້ວ; ສະນັ້ນ, ການຈັດກອງປະຊຸມໃນຄັ້ງນີ້ ຈຶ່ງມີຄວາມສໍາຄັນຫຼາຍ ເພາະຈະໄດ້ຄົ້ນຄວ້າເນື້ອໃນຢ່າງລະອຽດ, ຮອບດ້ານ ແນໃສ່ເຮັດໃຫ້ຮ່າງກົດໝາຍມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ່ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງນີ້.
ຜູ້ເຂົ້າຮ່ວມໄດ້ເປັນເຈົ້າການຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນຕໍ່ບັນດາເນື້ອໃນຮ່າງກົດໝາຍ ທີ່ຕິດພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຂະແໜງການຕົນ ແລະ ມີຄໍາເຫັນລົງເລິກແຕ່ລະພາກ, ໝວດ, ມາດຕາ ໃນນັ້ນ, ມີຫຼາຍເນື້ອໃນຂອງຫຼາຍມາດຕາ ໄດ້ຮັບການປັບປຸງໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ຊັດເຈນກວ່າເກົ່າ.
(ສອນສັກ ວັນວິໄຊ)