(ສພຂ) – ວັນທີ 24 ກໍລະກົດຜ່ານມາ, ທ່ານ ທັນຕາ ກອງຜາລີ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ (ກຜງສ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ສະພາປະຊາຊົນແຂວງ (ສພຂ) ອຸດົມ ໄຊ ໂດຍການເຂົ້າຮ່ວມຂອງທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງ, ທ່ານ ນາງ ຄຳພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານຄະນະປະຈໍາ ສພຂ, ຫົວໜ້າ-ຮອງຫົວໜ້າພະແນກການ-ອົງການທີ່ກ່ຽວຂ້ອງຂອງ ແຂວງ ແລະ ຂະແໜງທີ່ກ່ຽວຂ້ອງພາຍໃນ ສພຂ; ຈຸດປະສົງກໍເພື່ອຕິດຕາມກວດກາ, ເກັບກໍາຂໍ້ມູນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂົງແຜນການ, ການເງິນ ແລະ ການກວດສອບ.

ບັນດາພະແນກການ, ອົງການ ໄດ້ລາຍງານຕາມຄໍາຖາມເຈາະຈີ້ມ ເປັນຕົ້ນ: ການກະກຽມແຜນພັດທະນາເສດຖະກິດ-ສັງຄມ 5 ປີ ຄັ້ງທີ X (2026-2030) ລວມທັງການຈັດສັນໂຄງການລົງທຶນຂອງລັດ ປີ 2026; ທິດທາງແຜນການໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນທ້າຍປີ 2025 ຂອງແຂວງ ຕາມມະຕິທີ່ສະພາປະຊາຊົນແຂວງຮັບຮອງ; ກົນໄກ, ວິທີການແກ້ໄຂການປະຕິບັດຄາດໝາຍຂອງຂະແໜງການທີ່ມີຄວາມສ່ຽງຈະບໍ່ບັນລຸ; ຂໍ້ ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ໂດຍສະເພາະການແກ້ໄຂໜີ້ສິນທີ່ຍັງຄ້າງມາດົນ; ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໂດຍສະເພາະການເກັບລາຍຮັບຈາກການຂຸດຄົ້ນບໍ່ແຮ່ເພື່ອສົ່ງອອກ, ການຈັດເກັບລາຍຮັບດ້ວຍເຄື່ອງມືທີ່ທັນສະໄໝ ແລະ ການນໍາໃຊ້ເງິນເກີນແຜນ; ສະພາບການຂຸດຄົ້ນແຮ່ທາດຢູ່ແຂວງອຸດົມໄຊ ໃນ 6 ເດືອນຕົ້ນປີ 2025; ຄວາມຄືບໜ້າ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານກວດສອບ-ກວດກາ, ການແກ້ໄຂຜົນການກວດສອບຂອງບັນດາຂະແໜງການ. ຫຼັງຈາກນັ້ນ, ໄດ້ມີການແລກປ່ຽນຄໍາຄິດເຫັນເຊິ່ງກັນແລະກັນຢ່າງກົງໄປກົງມາ.
ທ່ານຮອງປະທານ ກຜງສ ແລະ ຄະນະ ຍັງໄດ້ລົງເຄື່ອນໄຫວວຽກງານຢູ່ເມືອງນາໝໍ້ອີກດ້ວຍ.